ປະຫວັດວັດວິຊຸນ ທາດໝາກໂມທີ່ສວຍງາມຂອງຫລວງພະບາງ.

ພາບ: laopost.com
ປະຫວັດຄວາມເປັນມາຂອງວັດວິຊຸນນະລາດຂອງຫລວງພະບາງ.
ວັດວິຊຸນ ແມ່ນວັດທີ່ ເກົ່າແກ່ທີ່ສຸດຂອງເມືອງຫລວງພະບາງ, ສ້າງຂຶ້ນເມື່ອຄ.ສ 1503 ຕາມຄໍາສັ່ງຂອງພະເຈົ້າຊີວິດວິຊຸນນະລາດ ແລະ ໄດ້ຕັ້ງຊື່ວັດຕາມພະນາມຂອງພະອົງເອງ ໜັງສືພົງສາວະດານກ່າວວ່າ ວັດວິຊຸນສ້າງສຳເລັດເມື່ອປີ ຄ.ສ 1504 ເມື່ອສ້າງສໍາເລັດແລ້ວ ກໍ່ໄດ້ອັນເຊີນພະບາງຈາກວັດມະໂນລົມມາປະທັບໄວ້ວັດວິຊຸນນີ້.
ສ່ວນເອກະລັກຂອງວັດດັ່ງກ່າວ ແມ່ນສັງເກດເຫັນໄດ້ຈາກປະຕູໄມ້ທີ່ມີການຄວັດລາຍຢ່າງສວຍງາມ ແລະ ປ່ອງຢ້ຽມທີ່ເປັນສະຖາປັດຕະຍະກຳແບບຂອມ,ທີ່ບໍ່ມີວັດແຫ່ງໃດຄືເພາະໄດ້ເອົາແບບ ມາຈາກວັດພູຈຳປາສັກທີ່ຕັ້ງຢູ່ພາກໃຕ້ຂອງລາວ, ສ່ວນທາງດ້ານໃນຂອງ ວັດແຫ່ງນີ້ແມ່ນມີພະພຸດທະຮູບເກົ່າແກ່ ແລະ ຫີນສິລາຈາລຶກຮູບແບບຕ່າງໆແຈກຢາຍເປັນຈຳນວນຫລາຍ.

ອີກດ້ານຫນຶ່ງກໍ່ສືບເນື່ອງມາ ຈາກມະເຫສີ (ເມຍ) ຂອງພະເຈົ້າວິຊູນນະຣາດ ເປັນຜູ້ນຳພາໃຫ້ມີການສ້າງພະທາດຂຶ້ນ ເຊິ່ງເປັນທາດທີ່ແຕກຕ່າງກັບທາດແຫ່ງອື່ນໆ ເພາະມີລັກສະນະເປັນຮູບຊົງກົມຕັດເຄິ່ງ ເບິ່ງແລ້ວຄືກັບຫມາກໂມຈິ່ງຮຽກວ່າທາດຫມາກໂມ (ທາດປະທຸມ).
ໃນຊຸມປີ ຄສ 1800 ບັນດາພວກໂຈນທຸງດຳທະຫານຂ້າເສິກພາຍໃຕ້ການບັງຄັບບັນຊາຂອງຫໍ້ (ຈີນ) ເຊິ່ງໄດ້ເຂົ້າມາບຸກໂຈມຕີ ຮຸກຮານປຸ້ນສະດົມ ເຮັດໃຫ້ ສະຖານທີ່ແຫ່ງນີ້ຖືກທຳລາຍສ່ວນຫນຶ່ງ, ຕໍ່ມາຈິ່ງໄດ້ມີການປະຕິ ສັງຂອນຄືນໃຫມ່ ພາຍຫລັງທີ່ມີການບູລະນະປະ ຕິສັງຂອນສະຖານທີ່ດັ່ງກ່າວສຳເລັດ ກໍ່ໄດ້ມີການອັນເຊີນພະບາງມາປະດິດສະຖານໃນວັດແຫ່ງນີ້ ສະຖານທີ່ແຫ່ງນີ້ຈຶ່ງກາຍເປັນທີ່ປະທັບຂອງພະບາງ.
ຈາກສະໄໝໂຈນຫໍ້ປຸ້ນຊັບສົມບັດຂຸດຄົ້ນວັດວາອາຮາມ ປູຊະນີຍະສະຖານຕ່າງໆ ພະເຈດີປະທຸມນີ້ໄດ້ຊຸດໂຊມ ແລະ ປະຖິ້ມໄລຍະໜຶ່ງ ເມື່ອມາເຖິງ ຄ.ສ 1895 ສະໄໝປົກຄອງຂອງເຈົ້າຊີວິດ ສັກກະຣິນ ໄດ້ດຳເນີນການສ້ອມແປງໃໝ່ ແລະ ມາເຖິງປີ ຄ.ສ 1914 ພະເຈດີປະທຸມກໍ່ໄດ້ໂຍດລົງບາງບ່ອນຈຶ່ງໄດ້ດຳເນີນການສ້ອມແປງອີກເປັນຄັ້ງທີສອງ ໃນການສ້ອມແປງຄັ້ງທີສອງນີ້ ເພິ່ນໄດ້ພົບວັດຖຸມີຄ່າຈຳນວນຫຼາຍເຊັ່ນ:
ພະທາດເຈດີຄຳຈຳລອງແບບ, ພະພຸດທະຮູບຄຳ, ເງິນ, ທອງ ແລະ ອື່ນໆ ເຊິ່ງເປັນວັດຖຸທີ່ມີຄຸນຄ່າທາງປະຫວັດສາດ ແລະ ສິລະປະວັດທະນະ ທຳສະຕະວັດທີ 15 ແລະ 16. ບັນດາວັດຖຸ ທີ່ມີຄ່າທັງໝົດທີ່ກ່າວນັ້ນເພິ່ນໄດ້ເອົາໄປເກັບຮັກສາໄວ້ຢູ່ພິພິທະພັນຣາຊະວັງເກົ່າເຈົ້າຊີວິດ (ປະຈຸບັນແມ່ນຫໍພິພິທະພັນພະຣາຊະວັງເກົ່າຫຼວງພະບາງ).

ມາເຖິງປີ ຄສ 1942 ວັດ ແຫ່ງນີ້ກໍ່ໄດ້ຖືກນຳໃຊ້ໃຫ້ເປັນພິພິທະພັນສີລະປະທາງດ້ານສາສະຫນາ ແລະສະຖານທີ່ປະດິດສະຖານຂອງພະພຸດທະຮູບຄຳ ແລະ ວັດຖຸບູຮານອື່ນໆອີກເປັນຈຳນວນຫລາຍ.
ນອກຈາກສະຖານທີ່ດັ່ງກ່າວ ຈະເປັນວັດເກົ່າແກ່ທີ່ສຸດພາຍໃນເມືອງຫລວງພະບາງແລ້ວ ກໍ່ຍັງແມ່ນບ່ອນທີ່ປະຊາຊົນຊາວຫລວງພະບາງ ກໍ່ຄືແຂກບ້ານແຂກເມືອງໃຫ້ຄວາມເຄົາລົບນັບຖື, ໂດຍສະເພາະກໍ່ແມ່ນຊາວພຸດທະສານິກກະຊົນທັງຫລາຍ, ຖ້າໃຜຫາກຢາກສຶກສາ ທາງດ້ານຄວາມເປັນມາ, ຕະຫຼອດເຖິງຄວາມເກົ່າແກ່ຂອງສະຖານທີ່ດັ່ງກ່າວກໍ່ສາມາດເຂົ້າໄປທ່ຽວຊົມໄດ້ທຸກເວລາ. ເນື່ອງຈາກສະຖານທີ່ແຫ່ງນີ້ ຕັ້ງຢູ່ຂອບເຂດຕົວເມືອງຫລວງພະບາງນັ້ນເອງ, ແນ່ນອນຄວາມເກົ່າແກ່ທີ່ມີມາ ແຕ່ດຶກດຳບັນຍັງຖືກຖ່າຍທອດໃຫ້ບັນພະບູລຸດຄົນຮຸ່ນຫລັງ ໄດ້ສຶກສາ ຈິ່ງເປັນອັນວ່າຫາຍາກທີ່ສຸດເທົ່າທີ່ຈະພົບໄດ້.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: laopost.com