ປະທານປະເທດ ຢ້ຽມຢາມ​ແລະ ລົງວຽກງານ ຢູ່ແຂວງໄຊສົມບູນ

SA Game

ຂປລ.

ແຂວງໄຊສົມບູນຕ້ອນ​ຮັບ​ປະ​ທານ​ປະ​ເທດ​ໃນ​ການ​ລົງ​ຢ້ຽມ​ຢາມ​ເຄືອນ​ໄຫວ​ຕ່າງໆ

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນໃນວັນທີ 17 ມີນາ ຜ່ານມາ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ.

ທ່ານປະທານປະເທດ ພ້ອມຄະນະ ໄດ້ໄປຢ້ຽມຢາມ ພື້ນຖານເສດຖະກິດ, ວັດທະທະທຳ-ສັງຄົມ ແລະ ພື້ນຖານການຜະລິດກະສິກຳຂອງແຂວງຈຳນວນໜຶ່ງ ເປັນຕົ້ນ ໄດ້ຢ້ຽມຢາມສວນສະຕໍເບີລີ ຂອງຄອບຄົວ ທ້າວ ຈໍຊົ້ງ ປະຊາຊົນຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ, ມີເນື້ອທີ່ທັງໝົດ 2 ເຮັກຕາ, ເຊິ່ງຖືວ່າເປັນໜໍ່ແໜງຂອງການຜະລິດກະສິກຳເປັນສິນຄ້າທີ່ຕິດພັນກັບການທ່ອງທ່ຽວ, ການສົ່ງເສີມການຜະລິດກະສິກຳເປັນສິນຄ້າແມ່ນຕິດພັນກັບ ການ ຈັດຕັ້ງຜັນຂະຫຍາຍດໍາລັດ 414 ຂອງລັດຖະບານ ກໍຄື 5 ທ່າແຮງໃນການພັດທະນາຂອງ ແຂວງໄຊສົມບູນ.

ໃນນັ້ນ, ແຂວງໄດ້ມີການຊຸກຍູ້, ສົ່ງເສີມປະຊາຊົນເຮັດການຜະລິດກະສິກໍາ ເປັນສິນຄ້າ ສ້າງລາຍຮັບເຂົ້າໃນຄອບຄົວ ແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

SA Game
ຂປລ.

ພ້ອມກັນນີ້, ທ່ານປະທານປະເທດ ພ້ອມຄະນະ ຍັງໄດ້ຢ້ຽມຊົມສວນສາທາລະນະຖໍ້າ ເຈົ້າອະນຸວົງ, ເຊິ່ງເປັນບ່ອນທ່ອງທ່ຽວທາງປະ ຫວັດສາດທີ່ຕິດພັນກັບຮ່ອງຮອຍປະຫວັດສາດທີ່ສຳຄັນຂອງຊາດ; ຢ້ຽມຢາມຫໍຫລັກເມືອງ ແລະ ຕະຫລາດໄຊສົມບູນ.

ພ້ອມນີ້, ທ່ານປະທານປະເທດ ພ້ອມຄະນະ ຍັງໄດ້ຂຶ້ນພິຊິດຈອມພູເບ້ຍ ຊຶ່ງເປັນຈອມພູທີ່ສູງທີ່ສຸດຂອງປະເທດລາວ, ມີຄວາມສູງ 2.820 ແມັດ ຈາກລະດັບໜ້ານໍ້າທະເລ, ໂດຍໄດ້ຮັບຂະໜານນາມວ່າເປັນ “ຫລັງຄາຂອງປະເທດລາວ”, ມີລະບົບຊີວະນາໆພັນອຸດົມສົມບູນ ແລະ ທິວທັດທຳມະຊາດທີ່ສວຍງາມ ເຊິ່ງກຳລັງໄດ້ຮັບການພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວທາງທຳມະຊາດທີ່ສຳຄັນຂອງແຂວງ.

ໂອກາດນີ້, ທ່ານປະທານປະເທດ ໄດ້ພົບປະເຮັດວຽກກັບຄະນະປະຈຳພັກແຂວງໄຊສົມບູນ ໂດຍໄດ້ຮັບຟັງການລາຍງານກ່ຽວກັບສະພາບຮອບດ້ານຂອງແຂວງ. ຈາກນັ້ນ, ທ່ານກໍໄດ້ສະແດງຄວາມຊົມເຊີຍ ແຂວງໄຊສົມບູນ ທີ່ໄດ້ມີການພັດທະນາ ແລະ ມີໂສມໜ້າໃໝ່, ພ້ອມທັງໄດ້ເນັ້ນ ໃຫ້ສືບຕໍ່ຮັກສາມູນເຊື້້ອຄວາມສາມັກຄີເປັນເອກະພາບ ແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກ

SA Game
ຂປລ.

ເອົາໃຈໃສ່ລົງເລິກວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ, ວຽກງານກໍ່ສ້າງຮາກຖານການ ເມືອງ ຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ, ສົ່ງເສີມການຜະລິດກະສິ ກຳເປັນສິນຄ້າຂອງປະຊາຊົນໃຫ້ມີໜໍ່ແໜງໃໝ່, ຂຸດຄົ້ນບັນດາທ່າແຮງຂອງແຂວງ ຕິດພັນກັບການຄຸ້ມຄອງ, ນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບຕາມທິດຍືນຍົງ, ທັງນີ້ ກໍເພື່ອເຮັດໃຫ້ ແຂວງໄຊສົມບູນ ສືບຕໍ່ມີການພັດທະນາ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.