ປະ​ທະ​ກະ​ຖາ​ກ່ຽວ​ກັບ ກົດໝາຍ, ການເມືອງ ການຂະຫຍາຍຢູເລຊຽນ

SA Game

ຂປລ.

ຝຶກອົບຮົມ ກ່ຽວກັບ ກົດໝາຍ-ການເມືອງ ແລະ ທ່າຂະຫຍາຍຕົວຂອງສະຫະພັນເສດຖະກິດຢູເລຊຽນ

ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ(ICTC) ໄດ້ຈັດປາຖະ ກະຖາ ພາຍໃຕ້ຫົວຂໍ້: “Law, Politics and Prospects of Eurasian Economic Union” ຫລື “ກົດໝາຍ, ການເມືອງ ແລະ ທ່າຂະຫຍາຍຕົວຂອງສະຫະພັນເສດຖະກິດຢູເລຊຽນ” ຂື້ນໃນວັນທີ 17 ມີນາ 2023 ຜ່ານ​ມາ.

ໂດຍເປັນປະທານ ກ່າວເປີດ ຂອງ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຂຶ້ນບັນຍາຍໂດຍ ທ່ານ Mark Entin, ສາສະດາຈານ, ຫົວໜ້າດ້ານກົດໝາຍເອີຣົບ ຂອງ ສະຖາບັນ MGIMO, ອະດີດເອກອັກຄະລັດ ຖະທູດລັດເຊຍ ປະຈໍາ ລຸກຊໍາບວກ

ມີຜູ້ເຂົ້າຮ່ວມຈາກບັນດາກົມກ່ຽວຂ້ອງພາຍໃນກະຊວງການຕ່າງປະເທດ, ຄະ ນະພົວພັນຕ່າງປະເທດສູນກາງພັກ, ກະຊວງອ້ອມຂ້າງສູນກາງ ແລະ ມະຫາວິທະຍາໄລແຫ່ງຊາດລາວ ເຂົ້າຮ່ວມ ຮັບຟັງ.

ຈຸດປະສົງແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ສະຖາບັນການທູດ ກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ໃຫ້ເປັນ ຮູບປະທໍາ ແລະ ກ້າວເຂົ້າສູ່ລວງເລິກ ແນໃສ່ຮັດແໜ້ນການພົວພັນຮ່ວມມື ລາວ-ຣັດເຊຍ ໂດຍສະເພາະ ລະຫວ່າງ ສອງສະຖາບັນ.

SA Game
ຂປລ.

ພ້ອມກັນນັ້ນ, ກໍເພື່ອເປັນການແລກປ່ຽນທັດສະນະ, ຂໍ້ມູນຂ່າວສານທາງດ້ານວິຊາການ ກ່ຽວກັບ ສະພາບການພົ້ນເດັ່ນພາຍໃນພາກພື້ນ ແລະ ສາກົນ ໃຫ້ພະນັກງານການທູດຂອງກະຊວງການຕ່າງປະເທດ ແລະ ກະຊວງອ້ອມຂ້າງສູນກາງ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຂຶ້ນ.

ໂອກາດນີ້, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ຍົກໃຫ້ເຫັນເຖິງໝາກຜົນຂອງການພົວພັນຮ່ວມມືທີ່ມີມູນເຊື້ອ ອັນດີງາມຕະຫລອດ ໄລຍະ 63 ປີ.

ສໍາລັບໃນຂອບສອງຝ່າຍ, ໄດ້ມີການຊຸກຍູ້, ສົ່ງເສີມ ແລະ ຜັນຂະຫຍາຍໃນ ຫລາຍຂົງເຂດ ເປັນຕົ້ນ ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ-ການລົງທຶນ, ການພັດທະນາຊັບພະ ຍາກອນມະນຸດ, ສາທາລະນະສຸກ, ການເກັບກູ້ລະເບີດຍັງບໍ່ແຕກ ແລະ ອື່ນໆ.

ນອກນັ້ນ, ການຮ່ວມມືໃນຂອບ ຫລາຍຝ່າຍ ໃນທ່າມກາງສະພາບການຂອງພາກພື້ນ ແລະ ຂອງໂລກ ສືບຕໍ່ຜັນແປໄປຢ່າງສັບສົນ, ໄວວາ ແລະ ຄາດເດົາໄດ້ຍາກ ລາວ-ຣັດເຊຍ ໄດ້ສືບຕໍ່ແລກປ່ຽນທັດສະນະ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ.

ຄຽງຄູ່ກັນນີ້, ທ່ານ Mark Entin ກໍໄດ້ຕີລາຄາສະພາບການພາກພື້ນ ແລະ ສາກົນ ໃນຍຸກປັດຈຸບັນ ຢ່າງພາວະວິໄສ, ຍົກໃຫ້ເຫັນ ດ້ານກົດໝາຍ, ການເມືອງ ແລະ ທ່າຂະຫຍາຍຕົວສະຫະພັນເສດຖະກິດຢູເລຊຽນ.

SA Game
ຂປລ.

ນອກຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງມິດຕະພາບ ແລະ ສາຍພົວພັນທີ່ມີມູນເຊື້ອຍາວນານຮ່ວມກັນ ລະຫວ່າງ ລາວ-ຣັດເຊຍ ພ້ອມໄດ້ຕອບຄໍາຖາມຂໍ້ຂ້ອງໃຈຂອງຜູ້ເຂົ້າຮ່ວມ ຢ່າງກົງໄປກົງມາທີ່ມີເນື້ອໃນເລິກເຊິ່ງ ແລະ ດ້ວຍບັນຍາກາດຟົດຟື້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມການຂ່າວ ກະຊວງການຕ່າງປະເທດ