ປະກວດນາງສາວດອກງິ້ວບານ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

ເຂດເສດຖະກິດພິເສດສາມຫລ່ຽມຄຳ
ເຂດເສດຖະກິດພິເສດ ສາມຫຼ່ຽມຄຳຈັດການປະກວດນາງສາວດອກງິ້ວບານ ແລະ ນາງສາວທ່ອງທ່ຽວລາວ
ຈະມີການປະກວດນາງສາວດອກງິ້ວບານ ແລະ ນາງສາວທ່ອງທ່ຽວລາວ (Miss Tourism Laos 2023) ເຊິ່ງຈະຈັດຂຶ້ນຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ປະຈຸບັນຜູ້ຮັບຜິດຊອບແມ່ນກຳລັງດຳເນີນການຄັດເລືອກນາງສາວງາມ ເຊິ່ງວັນທີ 25 ທັນວາ 2022 ຈະແມ່ນມື້ສຸດທ້າຍ ຂອງການຮັບສະໝັກ ນາງສາວທ່ອງທ່ຽວລາວ ການປະກວດນາງສາວທ່ອງທ່ຽວລາວ, ຈຶ່ງຂໍເຊີນຊວນ ຜູ້ທີ່ມີຄວາມສົນໃຈ ຮີບຟ້າວສະໝັກ.
ການຈັດງານດັ່ງກ່າວເປັນຄັ້ງທຳອິດ ທີ່ຈັດປະກວດນາງສາວງາມ 2 ປະເພດ ພ້ອມກັນ. ນາງສາວທ່ານໃດຫາກມີຄົນສົນໃຈ ຫຼື ທ່ານໃດທີ່ມັກນາງສາວໃດ ຢາກໃຫ້ຜູ້ໃດຊະນະ ກໍໄປຊົມໄປເຊຍກັນໄດ້.
ພາຍໃນງານເທດສະການດອກງິ້ວບານ ຍັງມີກິດຈະກຳຫຼາຍຢ່າງເຊັ່ນ:ການແຂ່ງຂັນຊ່ວງເຮືອ 4 ປະເທດ, ການສະແດງສິລະປະ 4 ປະເທດ, ງານເທດສະການດົນຕີດອກງິ້ວສີຄຳ, ງານແຂ່ງຂັນຕີມວຍ, ກິດຈະກຳປ່ອຍໂຄມໄພ 1000 ອັນ, ກິດຈະກຳໄຫລເຮືອໄຟ, ການສະແດງດອກໄມ້ໄຟ ແລະ ອື່ນໆອີກ. ຄຽງຄູ່ກັບຈັດກິດຈະກຳທີ່ເປັນວັດທະນະທຳຂອງທ່ອງຖິ່ນລາວເຮົາ ຍັງມີກິດຈະກຳແບບສາກົນໄປພ້ອມໆກັນ, ທ່ານໃດທີ່ຈະວາງແຜນໄປທ່ຽວ ກໍສາມາດເອົາງານດັ່ງກ່າວເປັນຈຸດໝາຍປາຍທາງຂອງການເດີນທາງໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ