ບໍ່ຍອມແພ້ ຄວາມໝາຍໃນພາສາລາວແມ່ນແນວໃດ?

DooDiDo
ຄວາມໝາຍຂອງຄຳວ່າ ບໍ່ຍອມແພ້ ໃນພາສາລາວ.
ຄິດວ່າຫລາຍໆທ່ານຄົງເຄີຍເຫັນ ເຄີຍໄດ້ຍິນ ແລະ ນຳໃຊ້ຄຳນີ້ຢູ່ເຊັ່ນກັນເຊິງຄວາມໝາຍຂອງຄຳນີ້ຖ້າຈະທຽບໃສ່ພາສາໄທກໍ່ຄື “ไม่ยอมแพ้” ນັ້ນເອງ, ແຕ່ຫາກແຍກຄຳນີ້ອອກຈາກກັນຈະມີຄວາມຕ່າງກັນເຊັ່ນຄຳວ່າ ແພ້.
ຄຳວ່າ #ບໍ່ຍອມແພ້ ໃນພາສາລາວເຮົາໝາຍເຖິງຫຍັງ?
ຖ້າເຮົາແຍກໃຫ້ເຫັນຄັກໆ ຖ້າເອົາຄວາມໝາຍຄຳນີ້ເປັນຄຳລາວ ຈະສັບສົນເຕີບ.
ໃນນີ້ມີ 3 ຄຳຢູ່ນຳກັນຄື “ບໍ່, ຍອມ ແລະ ແພ້”
ແອັດມິນຈະແຍກໃຫ້ເຫັນດັ່ງນີ້:

#ບໍ່ ເປັນຄຳປະຕິເສດເຊັ່ນ ບໍ່ກິນ, ບໍ່ຢູ່, ບໍ່ນອນ, ບໍ່ເຮັດ, ບໍ່ຍອມ…. ແລະເປັນຄຳຖາມເຊັ່ນ ກິນບໍ່?, ຢູ່ບໍ່?, ໄປບໍ່?
#ຍອມ ການບໍ່ສູ້, ຖອຍທ່າ, ອາການບໍ່ຕອບໂຕ້ ເຊັ່ນ ຍອມກິນ, ຍອມເສຍ, ຍອມເຮັດ, ຍອມສູ້…
#ແພ້ ໄດ້, ສູ້ໄດ້, ເຮັດໄດ້, ຊະນະ ຫຼື ສຳເລັດຜົນ ເຊັ່ນ ຜາບແພ້, ແພ້ສົງຄາມ…
ເມື່ອລວມກັນ ຈະໄດ້ເປັນ 5 ກຸ່ມຄື
- ບໍ່ຍອມ = ສູ້ຕໍ່ໄປ, ເຮັດຕໍ່ໄປ
2. ບໍ່ແພ້ = ເສຍ, ບໍ່ໄດ້, ບໍ່ຊະນະ
3. ຍອມແພ້, = ຍອມຊະນະ= ເປັນຝ່າຍຊະນະ, ບໍ່ເສຍ
4. ບໍ່ຍອມແພ້ = ບໍ່ເປັນຝ່າຍໄດ້, ບໍ່ຍອມຊະນະ, ບໍ່ເປັນຝ່າຍໄດ້ = ເສຍ
5. ຍອມບໍ່ແພ້ = ຍອມບໍ່ຊະນະ = ຍອມເສຍ
ຄຳນີ້ຈະນຳມາໃຊ້ໃນຄວາມໝາຍ ທີ່ເຮົາບໍ່ຍອມເສຍ, ເຮົາບໍ່ຍອມຈຳນົນ ໃນພາສາລາວຖືວ່າບໍ່ຖືກບໍ່ຕ້ອງ.
ຕ່າງຈາກພາສາໄທ ທີ່ຄຳວ່າ “ແພ້” ແປວ່າ ເສຍ, ຍອມ, ບໍ່ຊະນະ “ຍອມແພ້= ຍອມເສຍ ເມື່ອປະສົມກັນ ບໍ່ຍອມແພ້ ຈຶ່ງແປວ່າ ບໍ່ຍອມເສຍ, ບໍ່ຍອມເຊົາ, ສູ້ຕໍ່ໄປ, ຕ້ອງຊະນະ…
ເມື່ອເປັນຄຳລາວຄວາມໝາຍຈະກົງກັນຂ້າມກັນທັນທີ ແຕ່ເຖິງປານນັ້ນກໍຕາມ ຄົນລາວເຮົາໃຊ້ຄຳນີ້ຢ່າງແພ່ຫຼາຍແບບບໍ່ຮູ້ສຶກວ່າຕົນເອງ.
ຄຳບູຮານຖ້າຈະໝາຍເຖິງຍອມ, ບໍ່ສູ້, ບໍ່ຊະນະ ໃຊ້ຄຳວ່າ ພ່າຍແພ້ ຖ້າເຮົາຕື່ມບໍ່ເຂົ້າໄປເປັນ ບໍ່ພ່າຍແພ້ ຈະໄດ້ຄວາມໝາຍວ່າ “ບໍ່ເສຍ, ບໍ່ໜີໄປໃສ = ໄດ້, ມີໄຊ”
ດັ່ງນັ້ນ ເຮົາຄວນໃຊ້ຄຳວ່າ “ບໍ່ຍອມພ່າຍແພ້, ບໍ່ຍອມຈຳນົນ” ຈະໄດ້ຄວາມໝາຍວ່າ ບໍ່ຍອມເສຍ, ສູ້ຕໍ່ໄປ, ເຮັດຕໍ່ໄປ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາຂໍ້ມູນຈາກ: fb ປ່ອງຢ້ຽມພາສາລາວ