ບ້ານນໍ້າຊຸ ຕ້ອນຮັບ ການມາຢ້ຽມຢາມຂອງນາຍົກລັດຖະມົນຕີ

ຂປລ
ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມປະຊາຊົນກຸ່ມ ບ້ານນໍ້າຊຸ ແລະ ໃຫ້ການໂອ້ລົມ
ໃນໂອກາດນີ້, ທ່ານ ເຈົ້າເມືອງໆຊານໄຊ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບ ການພັດທະນາເສດຖະກິດ-ສັງ ຄົມຂອງເມືອງ ເຫັນວ່າທົ່ວເມືອງ ມີທັງໝົດ 39 ບ້ານ, ຈັດເປັນ 4 ກຸ່ມບ້ານ, ມີ 4.766 ຫຼັງຄາເຮືອນ, ມີຈໍານວນ 5.811 ຄອບ ຄົວ, ມີພົນລະເມືອງ 26.434 ຄົນ, ຍິງ 13.274 ຄົນ, ປະກອບມີ 5 ຊົນເຜົ່າໃຫຍ່, ອາຊີບຕົ້ນຕໍຂອງປະຊາຊົນ ປະກອບແມ່ນເຮັດນາ, ເຮັດໄຮ່, ເຮັດສວນປູກພືດ, ລ້ຽງ ສັດ ແລະ ຄ້າຂາຍ.
ການຜະລິດກະສິກຳຕົ້ນຕໍ ແມ່ນສຸມໃສ່ການຜະລິດສະບຽງອາຫານ ຄຽງຄູ່ກັບການປູກພືດ ແລະ ລ້ຽງສັດເປັນສິນຄ້າ;ບັນດາບ້ານ ແມ່ນມີເສັ້ນທາງເຂົ້າເຖິງ ແລະ ສາມາດທຽວໄດ້ຕະຫຼອດປີ, ຄອບຄົວໄດ້ນໍາໃຊ້ນໍ້າສະອາດ ກວມ 83%, ນຳໃຊ້ວິດຖ່າຍ ກວມ 82% ແລະມີໄຟຟ້າໃຊ້ ກວມ 75%; ໂຄງລ່າງພື້ນຖານໂທລະຄົມມະນາຄົມມີການຂະ ຫຍາຍຕົວຢ່າງກວ້າງຂວາງ

ທຽບມາດຕະ ຖານການພັດທະນາ ຕາມນິຕິກໍາທີ່ກ່ຽວ ຂ້ອງ ມີບ້ານພົ້ນທຸກ ກວມ 26%, ຄອບ ຄົວພົ້ນທຸກ ກວມ 51%, ຄອບຄົວພັດ ທະນາ ກວມ 12%, ບ້ານພັດທະນາ ກວມ 13%, ບ້ານວັດທະນະທຳ ກວມ 69%, ບ້ານແບບຢ່າງໃນການປະຕິບັດກົດໝາຍ ກວມ 85%, ບ້ານປ້ອງກັນຄວາມສະຫງົບດີ ກວມ 39%.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົົນຕີ ໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມ ໄດ້ສະເໜີ ແລະ ປະກອບຄຳຄິດເຫັນ ຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືບ້ານເມືອງຂອງຕົນ.
ຫຼັງຈາກນັ້ນ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ ລົມ ໂດຍໄດ້ກ່າວສະແດງຄວາມຢ້ຽມ ຢາມຖາມຂ່າວ ເຖິງການດຳລົງຊີວິດຂອງປະຊາຊົນ, ພ້ອມທັງ ຊົມເຊີຍ ຕໍ່ຜົນສຳ ເລັດ ທີ່ອົງການປົກຄອງທຸກຂັ້ນ ພາຍໃນເມືອງຊານໄຊ ສາມາດຍາດມາໄດ້ ໃນໄລຍະທີ່ຜ່ານມາ
ໄດ້ຍົກໃຫ້ເຫັນ ສະພາບ ການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ, ລວມທັງ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃນປັດຈຸບັນ ໂດຍສະເພາະ ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ຕະຫຼອດຮອດ ຄວາມພະ ຍາຍາມ ແລະ ເອົາໃຈໃສ່ ຂອງພັກ ແລະ ລັດຖະບານ ກໍ່ຄືອົງການປົກຄອງຂັ້ນຕ່າງໆ.
ອັນສຳຄັນ, ທ່ານນາຍົກ ລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຂະແໜງການກ່ຽວ ຂ້ອງຂອງແຂວງ ແລະ ເມືອງ ສົມທົບກັນ ກວດກາ ແລະ ຈັດສັັນພື້ນທີ່ທຳການຜະ ລິດ ໃຫ້ແກ່ປະຊາຊົນ
ພ້ອມທັງ ມີການຊຸກຍູ້ສົ່ງເສີມເຂົາເຈົ້າ ທຳການຜະລິດ ຕາມທ່າແຮງຂອງບ້ານ, ສ້າງເງື່ອນໄຂ ໃຫ້ປະຊາຊົນ ມີວຽກເຮັດງານທຳ, ມີອາຊີບຖາວອນ, ມີລາຍຮັບ, ຊີວິດການເປັນຢູ່ ນັບມື້ໄດ້ຮັບການປັບປຸງດີຂຶ້ນ ເປັນກ້າວໆ.
ຄຽງຄູ່ກັນນັ້ນ ກໍ່ສືບຕໍ່ປະຕິບັດແຜນການອອກໃບຕາດິນ ໃຫ້ປະຊາຊົນ ໃຫ້ມີຄວາມຄືບໜ້າໄວ; ໃຫ້ຂະແໜງການເງິນ ເອົາໃຈໃສ່ຈັດເກັບລາຍເຮັບເຂົ້າງົບປະມານແຫ່ງລັດ ໃຫ້ຄົບຖ້ວນ, ໂປ່ງໃສ ແລະ ສຳເລັັດຕາມຄາດໝາຍທີ່ກຳນົດໄວ້
ສືບຕໍ່ປະຕິບັດກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບທ້ອງຖິ່ນເປັນສ່ວນໃຫຍ່ ໃຫ້ເຂັ້ມງວດ ໂດຍສະເພາະ ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍສິ່ງແວດ ລ້ອມ ແລະ ອື່ນໆ

ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ແຂງ ແຮງ ແລະ ເລິກເຊິ່ງ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ບັນຫາຢາເສບຕິດ, ຂີ້ລັກ ແລະ ອື່ນໆ
ສືບຕໍ່ປັບປຸງການຈັດຕັ້ງບ້ານ ຕາມ 5 ໜ່ວຍງານ ໃຫ້ມີຄວາມເຂັ້ມແຂງ, ປະຕິ ບັດໜ້າທີ່ວຽກງານ ມີປະສິດທິພາບ ແລະ ປະສິດທິຜົນ; ບໍລິໂພກຂໍ້ມູນຂ່າວສານ ຜ່ານສື່ສັງຄົມອອນລາຍ ຢ່າງມີສະຕິ, ມີເຫດມີຜົນ, ສາມາດຈຳແນກມິດ ແລະ ສັດຕູ ໄດ້ຢ່າງຈະແຈ້ງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight
ຂອບໃຈແຫຼ່ງຂໍ້ມູນຈາກ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ