ບຸນເຂົ້າຈີ່ ເຮັດເຂົ້າຈີ່ຖວາຍພະຍາແຖນປະເພນີດັ້ງເດີມຂອງຊາວລາວ

ພາບ: bounthavee-pdd.blogspot
ເດືອນສາມ-ບຸນເຂົ້າຈີ່ ບຸນປະເພນີຊາວບ້ານສະໄໝກ່ອນ.
ອີກປະເພນີໜຶ່ງທີ່ເປັນບຸນປະເພນີດັ້ງເດີມກໍຄື ບຸນເຂົ້າຈີ່ ສະໄໝກ່ອນຊາວບ້ານພາກັນເຮັດເຂົ້າຈີ່ເພື່ອຖວາຍພະຍາແຖນ, ປັດຈຸບັນນີ້ ນິຍົມກັນເຮັດເຂົ້າຈີ່ໄປຖວາຍພະສົງ. ການເຮັດເຂົ້າຈີ່ ຕາມປະເພນີຕ້ອງທາໄຂ່, ທານ້ຳອ້ອຍ ດັ່ງຄຳໂຕ່ງໂຕຍ ສຸພາສິດວ່າ: ເດືອນສາມຄ້ອຍລົມວ້ອຍໆ ເຈົ້າຫົວຄອຍປັ້ນເຂົ້າຈີ່, ເຂົ້າຈີ່ບໍ່ໃສ່ນ້ຳຕານ ບໍ່ລາດນ້ຳອ້ອຍຈົວນ້ອຍບໍ່ອຸ່ນໃຈ.
ບຸນເຂົ້າຈີ່ມີນິທານທາງສາສະໜາກ່າວໄວ້ດັ່ງນີ້:
ປາງກ່ອນມີຍິງຄົນໜຶ່ງຊື່ ປຸນນະທາສີ ເປັນຄົນທຸກໄຮ້ເຂັນໃຈ ແລະ ເປັນຄົນຮັບໃຊ້ເສດຖີຄົນໜຶ່ງ ຢູ່ໃນເມືອງລາຊະຄື. ວັນໜຶ່ງເສດຖີແຕ່ງໃຫ້ນາງໄປຕຳເຂົ້າແຕ່ເຊົ້າເທົ້າຄ່ຳ. ນາງມີຄວາມອິດເມື່ືອຍຫຼາຍ. ນາງຈຶ່ງເອົາຮຳເຂົ້າປັ້ນເປັນກ້ອນຈີ່ໃຫ້ສຸກ ແລ້ວເອົາໃສ່ໃນພົກພ້າຂອງຕົນ ຍ່າງໄປຕັກນ້ຳ ເພື່ອຈະບໍລິໂພກເຂົ້າຈີ່ນັ້ນ.

ເມື່ອໄປຕາມທາງ ນາງພົບພະພຸດທະເຈົ້າ ເລີຍເກີດຄວາມເຫຼື່ອມໃສຂຶ້ນທັນທີ ແລະ ຄິດວ່າ ຕົນເປັນຄົນທຸກໄຮ້ ໃນຊາດນີ້ກໍ່ເພາະ ບໍ່ໄດ້ທຳບຸນໃຫ້ທານໄວ້ໃນຊາດກ່ອນ ແລະ ຊາດນີ້ກໍ່ບໍ່ເຄີຍໄດ້ທຳບຸນເລີຍ. ຈາກນັ້ນນາງກໍ່ເອົາເຂົ້າຈີ່ທີ່ເຮັດດ້ວຍຮຳເຂົ້າໄປຖວາຍແກ່ພະພຸດທະເຈົ້າ ເມື່ອພະອົງຊົງຮັບແລ້ວກຳນັ່ງສະເຫວີຍຕໍ່ໜ້ານາງ. ເມື່ອສະເຫວີຍແລ້ວກໍ່ໄດ້ຕັດອະນຸໂມທະນາກະຖາໂຜດນາງຈົນສຳເລັດໂສດາປະຕິຜົນເປັນອະລິຍະບຸກຄົນ ໃນພະພຸດທະສາສະໜາເມື່ອນາງຕາຍໄປກໍ່ໄປເກີດໃນສະຫວັນ ສະເຫວີຍສົມບັດໃນວິມານຄຳ.
ວິທີເຮັດບຸນເຂົ້າຈີ່
- ຕຽມຫາໄມ້ສຽບ ແລະ ຟືນໄວ້ ທີ່ບ້ານຂອງຕົນ ຫຼື ລວມໄວ້ທີ່ວັດ ຕື່ນເຊົ້າດັງໄຟກອງໃຫຍ່ຂຶ້ນ ປັ້ນເຂົ້າຫນຽວໂຮຍເກືອ ກະໃຫ້ຄົບຈຳນວນຂອງພະເນນໃນວັດ, ສຽບໄມ້ ປີ້ງໃສ່ໄຟຈົນກວ່າຈະສຸກ ທາໄຂ່ໃສ່ໃຫ້ທົ່ວແລ້ວປີ້ງຕໍ່ໄປຈົນໄຂ່ເຫຼືອງສຸກດີ
- ຈັດພາຊະນະຄາວຫວານ ແລະ ເຂົ້າຈີ່ລວມກັນທີ່ຫໍແຈກ, ນິມົນພະສົງສາມະເນນໃນວັດມາຮ່ວມກັນທົ່ວຫນ້າ ເພື່ອວ່າຄຳບູຊາດອກໄມ້ ໄຫວ້ພະລັດຕະນະໄຕ ອາລາດທະນາສິນພະສົງສູດຖະຫວາຍພອນ ພວກທາຍົກ ໄຂຝາບາດຍົກຂັນເຂົ້າຈີ່ໄປໃສ່ບາດ.
ເມື່ອພະສັນອາຫານຄາວສ່ຳເລັດແລ້ວ ຈີ່ງຍົກອາຫານຫວານໄປຖະຫວາຍ. ຫຼັງຈາກພະສັນສຳເລັດແລ້ວ ກໍສືບຕໍ່ອະນຸໂມທະນາຟັງເທດສະຫຼອງເຂົ້າຈີ່ ແລະ ເທດສະຫນາຫນັງສືທຳຕ່າງໆ ຈົນເຖີງເວລາຄໍ່າ.
(ສ່ວນປະສົມເຂົ້າຈີ່: ເຂົ້າໜຽວໜຶ້ງສຸກ, ອ້ອຍ, ໄຂ່, ເກືອ ເປັນຕົ້ນ)

ເຂົ້າຈີ່ນອກຈາກຈະໃຊ້ເພື່ອຖວາຍທານ ໃນບຸນເຂົ້າຈີ່ເດືອນສາມເຊິ່ງເປັນໜຶ່ງໃນຮີດ 12 ຂອງປະເພນີວັດທະນະທຳລາວແລ້ວ ຍັງເປັນເມນູທີ່ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: www.phakhaolao.la, ປຶ້ມວັດທະນະທຳລາວ