ບຸກຄະລາກອນລາວຈະໄດ້ຮັບການພັດທະນາໃນດ້ານICTໂດຍ ຫົວເຫວີຍ

ພາບ: laoedaily.com.la
ຫົວເຫວີຍ ພັດທະນາບຸຄະລາກອນດ້ານ ICT ໃຫ້ວິຊາການ ແລະ ນັກສຶກສາລາວ.
ນັບວ່າເປັນການດີທີ່ບໍລິສັດຫົວເຫວີຍ ເຊິງເປັນບໍລິສັດຍັກໃຫຍ່ຂອງຈີນໄດ້ມີການຮ່ວມມືກັບ ສປປ ລາວ ມາຢ່າງຍາວນານ ແລະ ຍັງສືບຕໍ່ພັດທະນາທັງບຸກຄະລາກອນ, ນັກວິຊາການ ແລະ ນັກສືກສາລາວ ທາງດ້ານ ICT ໃຫ້ມີການພັດທະນາຂື້ນໄປເລື້ອຍໆ.
ໃນພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍໂຄງການເຝິກອົບຮົມບຸຄະລາກອນດ້ານ ICT ໃຫ້ວິຊາການ ແລະ ນັກສຶກສາຂອງສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ລະຫວ່າງບໍລິສັດຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ແລະ ສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນວັນທີ 16 ຕຸລາ 2020 ຢູ່ສະຖາບັນດັ່ງກ່າວ ເຊິ່ງລົງນາມໂດຍທ່ານ ຫູ ເຫວີຍຫົວ ປະທານບໍລິສັດຫົວເຫວີຍ ປະຈຳລາວ ແລະ ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍມີພະນັກງານທັງສອງຝ່າຍເຂົ້າຮ່ວມ.

ການລົງນາມ MOU ຄັ້ງນີ້ ບໍລິສັດຫົວເຫວີຍ ຈະສືບຕໍ່ຄວາມພະຍາຍາມຢ່າງຕໍ່ເນື່ອງ ໃນການປູກຝັງຄວາມຮູ້-ຄວາມສາມາດດ້ານ ICT ໂດຍການຈັດເຝິກອົບຮົມຂອງສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອເປັນການສົ່ງເສີມການແລກປ່ຽນເຕັກໂນໂລຊີ ການແບ່ງປັນປະສົບການ ແລະ ການສົ່ງເສີມຄວາມອາດສາມາດໃນບັນດາຜູ້ຊ່ຽວຊານທີ່ເຂົ້າຮ່ວມ ຄວາມພະຍາຍາມດັ່ງກ່າວ ຈະສຸມໃສ່ການຮ່ວມມືໄລຍະສັ້ນ ແລະ ໄລຍະກາງ ເຊັ່ນ:
ໂຄງການເຝິກອົບຮົມ ກອງປະຊຸມ ການຮຽນຮູ້ທາງເອເລັກໂຕຣນິກ ແລະ ການແລກປ່ຽນປະສົບການ ລະຫວ່າງນັກສຶກສາ ກັບຜູ້ຊ່ຽວຊານ ແລະ ຍັງມີຫຼັກສູດເຝິກທັກສະດິຈີຕອນ ທີ່ຈະຊ່ວຍໃນການເຝິກອົບຮົມພະນັກງານ ແລະ ວິສະວະກອນໃນພື້ນທີ່ຈຳນວນຫຼາຍ ພາຍໃຕ້ຫົວຂໍ້ທີ່ແຕກຕ່າງກັນ ໃນທ່າອ່ຽງເຕັກໂນໂລຊີໃໝ່ ແລະ ຈະມຸ່ງເນັ້ນໄປທີ່ຫົວຂໍ້ຕ່າງໆຂອງ ICT ລວມເຖິງ 5G cloud big data AI ແລະ ອື່ນໆ.
ທ່ານ ຫູ ເຫວີຍຫົວ ກ່າວວ່າ: ໂຄງການນີ້ ແມ່ນກິດຈະກຳ CSR ທ້ອງຖິ່ນຂອງ Huawei ທີ່ມີມາເປັນເວລາຫຼາຍປີແລ້ວ ຫົວເຫວີຍໄດ້ຊ່ວຍພັດທະນາບຸກຄະລາກອນທີ່ມີພອນສະຫວັນດ້ານ ICT ໃນທ້ອງຖິ່ນ ສົ່ງເສີມການຖ່າຍທອດຄວາມຮູ້ ແລະ ຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມໃນ Digital Laos
ມື້ນີ້ ພວກເຮົາໄດ້ເຊີນພະນັກງານ ແລະ ນັກສຶກສາຂອງສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຈຳນວນ 20 ຄົນ ເຂົ້າຮ່ວມໂຄງການ ເຊິ່ງຫວັງວ່າຜູ້ເຂົ້າຮ່ວມທຸກຄົນຈະສາມາດຮວບຮວມຄວາມຮູ້ ແລະ ຮັບຮູ້ທ່າອ່ຽງຂອງ Digital Laos.
ທ່ານ ສາຍຝົນ ບຸດຈັນທະລາດ ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດຫົວເຫວີຍ ເຕັກໂນໂລຊີ ທີ່ຕັດສິນໃຈເປັນຄູ່ຮ່ວມມືກັບສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຫວັງວ່າ ການຮ່ວມມືຄັ້ງນີ້ ຈະເປັນດັ່ງເມັດກ້າທີ່ເຕີບໃຫຍ່ຂະຫຍາຍຕົວ ອອກດອກອອກຜົນຢ່າງຫຼວງຫຼາຍ ແລະ ມີປະສິດທິຜົນສູງໃນອະນາຄົດ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: vientianemai.net