ນາກາຍ-ນໍ້າເທີນ ຈະກາຍເປັນມໍລະດົກທາງທໍາມະຊາດ ຂອງໂລກ

ພາບ: ວຽງຈັນທາຍ
ນາກາຍ-ນໍ້າເທີນ ເຂົ້າເປັນບັນຊີຂຽວຂອງອົງການອະນຸລັກຊັບພະຍາກອນທໍາມະຊາດສາກົນ.
ຄະນະກໍາມະການ ບໍລິຫານ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນທີ່ ໄດ້ຈັດກອງປະຊຸມສະໄໝສາມັນ ຄັ້ງທີ XVII ຫວ່າງບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ, ໄດ້ມີການສົນທະນາກັນ ກ່ຽວກັບການທີ່ຈະນໍາສະເໜີ ເອົາອຸທິຍານ ແຫ່ງ ຊາດ ນາກາຍ-ນໍ້າເທີນ ເຂົ້າເປັນມໍລະດົກທາງ ທໍາ ມະຊາດ ຂອງໂລກ, ຊຶ່ງໄດ້ກໍານົດຢູ່ໃນແຜນ ຈັດສັນ ຂອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຄຳມວນ ສປປ ລາວ.
ຕາມລາຍງານຂອງໜັງສືພິມວຽງຈັນທາຍໃຫ້ຮູ້ວ່າ: ການນໍາສະເໜີເອົາອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເຂົ້າເປັນບັນຊີຂຽວ ຂອງອົງການ ອະນຸລັກຊັບພະຍາກອນທໍາມະຊາດສາກົນ ກໍ່ແມ່ນ ບາດກ້າວລິເລີ່ມ, ຊຶ່ງຜ່ານການສັງລວມດ້ານຕັ້ງໜ້າ ຂອງການເຂົ້າເປັນບັນຊີຂຽວ ຂອງອົງການອະນຸລັກ ຊັບພະຍາກອນທໍາມະຊາດສາກົນຈະມີຜົນດີ ຫຼາຍ ຢ່າງ ເຊັ່ນ :

– ເປັນແບບຢ່າງນໍາໜ້າ ຂອງສປປ ລາວ ແລະ ຂອງພາກພື້ນ ເພື່ອນໍາສະເໜີເຂົ້າເປັນມາດຕະຖານ ສາກົນ ຊຶ່ງຖືວ່າເປັນພື້ນທີ່ ທີ່ມີຜົນສໍາເລັດທາງ ດ້ານການອະນຸລັກຊັບພະຍາກອນທໍາມະຊາດ
ແລະ ອາດເວົ້າໄດ້ວ່າ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຈະກາຍເປັນພື້ນທີ່ແຫ່ງທໍາອິດຢູ່ໃນອາຊີຕາເວັນ ອອກສ່ຽງໃຕ້ ທີ່ຈະໄດ້ຮັບການຢັ້ງຢືນ ແລະ ກາຍເປັນ 1 ໃນ 100 ແຫ່ງ ທີ່ມີຢູ່ໃນທົ່ວໂລກ ໃນປັດຈຸບັນ.
– ເປັນໂອກາດອັນດີທີ່ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຈະໄດ້ຮັບການຊຸກຍູ້ ສະໜັບສະໜູນທາງດ້ານ ເຕັກນິກວິຊາການ ຈາກຊ່ຽວຊານທັງພາຍໃນ, ພາກພື້ນ ແລະ ສາກົນ ລວມທັງຊ່ຽວຊານດ້ານການອະນຸລັກຊັບພະຍາກອນທໍາມະຊາດ ຈາກຄະນະກໍາມະການ ປ່າສະຫງວນໂລກ ແລະ ຊ່ຽວຊານ ຈາກຄະນະກໍາມະການອື່ນໆ ໃນການດໍາເນີນການຈັດຕັ້ງປະຕິບັດວຽກງານ ການປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ ຢູ່ໃນພື້ນທີ່ໃຫ້ມີໂສມໜ້າໃໝ່.
- ຈະສາມາດດຶງດູດເອົາແຫຼ່ງທຶນ ເຂົ້າມາຈັດຕັ້ງປະຕິບັດ ວຽກງານການອະນຸລັກປົກປັກຮັກສາ ຊີວະນາໆພັນ ຊຶ່ງເປັນຈູດທີ່ມີຄວາມສໍາຄັນໃນລະດັບໂລກ ແນໃສ່ ການປະກອບສ່ວນກ່ຽວກັບ ການຍົກລະດັບ ມາດ ຕະຖານການອະນຸລັກໃນລະດັບສາກົນ, ເນື່ອງຈາກ ວ່າ ບັນຊີຂຽວ ແມ່ນການພິສູດຢັ້ງຢືນ ເຖີງເສັ້ນ ທຽບຖານ ແລະ ຈຸດອ້າງອີງ ທີ່ມີຄວາມເປັນເອກະ ລາດແບບພິເສດ.
– ສ້າງຄວາມໜັ້ນຄົງທາງດ້ານທຶນຮອນ ທັງພາຍໃນ ແລະ ພາຍນອກ, ຊຶ່ງຈະເຮັດໃຫ້ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີທິດທາງໃນການຈັດຕັ້ງ ປະຕິບັດ ທີ່ດີ ແລະ ບັນລຸໄດ້ຕາມເປົ້າໝາຍ ແລະ ວິໄສທັດ ການອະນຸລັກ ປົກປັກຮັກສາຄູນຄ່າ ຂອງລະບົບ ນິເວດ ທີ່ເປັນເອກະລັກສະເພາະຖິ່ນ ຂອງອຸທິຍານ ແຫ່ງຊາດ ນາກາຍ-ນໍ້າເທີນ.
ສ້າງໃຫ້ປະຊາຊົນ ສາມາດຈັດຕັ້ງປະຕິບັດວຽກງານ ຊຶ່ງເປັນການປະກອບສ່ວນ ໃນການສ້າງຄວາມເຂັ້ມແຂງ ເຂົ້າໃນການຄຸ້ມຄອງ ປ່າສະຫງວນ ກໍ່ຄືອຸທິຍານແຫ່ງຊາດ ໃນສປປ ລາວ ແລະ ເພີ່ມປະສິດທິພາບການປະຕິບັດວຽກງານ ຂອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ.
ຄວາມເຊື່ອມໂຍງຂະບວນການ ແລະ ມາດຕະຖານ ສາກົນ ມັນຈະສາມາດປະກອບສ່ວນ ເຂົ້າໃນການພັດທະນາ ຂິດຄວາມສາມາດ ທາງດ້ານການຮຽນຮູ້ ໃນໄລຍະຍາວນານ ໃຫ້ແກ່ ປະເທດ ລາວ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ວຽງຈັນທາຍ