ນະຄອນຫລວງພະບາງເປີດງານວາງສະແດງ ຊາລາວ ສູ່ສາກົນ

ຂປລ.
ເຮືອນຈັນມໍລະດົກ ນະຄອນຫລວງພະບາງເປີດງານວາງສະແດງ ຊາລາວ ສູ່ສາກົນ
ເຊີນບັນດາທ່ານທ່ຽວຊົມ ງານວາງສະແດງ ຊາລາວ ສູ່ສາກົນ ຈັດຂຶ້ນໃນວັນທີ 17-19 ມີນາ 2023 ທີ່ເຮືອນຈັນມໍລະດົກ ນະຄອນຫລວງພະບາງ, ເຊິ່ງເປັນຄັ້ງທໍາອິດ ທີ່ໄດ້ເຊື້ອເຊີນຫົວໜ່ວຍທຸລະກິດຜູ້ປະກອບການຜະລິດຕະພັນ ຊາລາວ ໃນທົ່ວປະເທດ ທີ່ມີທ່າແຮງເຂົ້າຮ່ວມງານ ລວມທັງໝົດ 42 ຫ້ອງ.
ໃນນັ້ນ, ຫ້ອງວາງສະແດງຫົວໜ່ວຍທຸລະກິດຊາລາວ ໃນຂອບເຂດທົ່ວປະເທດ ໄດ້ເຂົ້າຮ່ວມວາງສະແດງທັງໝົດ 16 ຫ້ອງ ທີ່ມາຈາກ ແຂວງຜົ້ງສາລີ, ຫລວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຊຽງຂວາງ, ຈຳປາສັກ ແລະ ຫລວງພະບາງ.
ນອກນີ້, ມີຫົວໜ່ວຍທຸລະກິດ ທີ່ມີທ່າແຮງພາຍໃນແຂວງຫລວງພະບາງເຂົ້າຮ່ວມ ຈຳນວນ 25 ຫ້ອງ ເຊິ່ງນອກຈາກຜະລິດຕະພັນຊາ ທີ່ຜະລິດຕະພັນຫລັກຂອງງານແລ້ວ, ຍັງມີສິນຄ້າຫັດຖະກຳ ທີ່ສາມາດປະຍຸກໃຊ້ໃນການຫຸ້ມຫໍ່ ແລະ ນຳສະເໜີຜະລິດຕະພັນຊາ ແລະ ປະກອບດ້ວຍ ຜະລິດຕະພັນປະເພດ ອາຫານເບົາ ແລະ ເຂົ້າໜົມພື້ນເມືອງ ທີ່ເໝາະສົມໃນການບໍລິໂພກຮ່ວມກັບຜະລິດຕະພັນຊາລາວ ນຳອີກ.

ໃນພິທີເປີດງານຄັ້ງນີ້, ຍັງໄດ້ຮັບຟັງການລາຍງານວ່າ: ລັດຖະບານແຫ່ງ ສປປ ລາວ ໄດ້ຫັນປ່ຽນນະໂຍບາຍ, ຍຸດທະສາດ ແລະ ແຜນງານທີ່ຕິດພັນກັບກະສິກຳ ໄປສູ່ການສົ່ງອອກ ແລະ ທົດແທນການນໍາເຂົ້າ ເພື່ອເຮັດໃຫ້ປະເທດລາວ ກ້າວໄປສູ່ເສັ້ນທາງພັດທະນາເສດຖະກິດ ດ້ວຍເງິນຕາຈາກຕ່າງປະເທດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ຫລຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ.
ໃນນັ້ນ, ຊາ ແມ່ນໜຶ່ງໃນບັນດາສິນຄ້າກະສິກໍາທີ່ສໍາຄັນຂອງ ສປປ ລາວ ທີ່ໄດ້ຮັບການຄ້າຂາຍ-ຈຳໜ່າຍທັງພາຍໃນ ແລະ ສົ່ງອອກ ເຊິ່ງໄດ້ນຳລາຍໄດ້ທີ່ສຳຄັນໃຫ້ແກ່ຄອບຄົວກະສິກອນ ໃນຊົນນະບົດທາງພາກເໜືອ ແລະ ເຂດພາກໃຕ້ (ເຂດປາກຊ່ອງ) ກໍຄື ນຳລາຍໄດ້ເຂົ້າສູ່ປະເທດ.
ໃນປີ 2021, ເນື້ອທີ່ການປູກຊາ ທົ່ວປະເທດມີປະມານ 7.720 ເຮັກຕາ. ໃນນັ້ນ, ພື້ນທີ່ສ່ວນໜຶ່ງ ຂອງເນື້ອທີ່ປູກຊາທັງໝົດ ແມ່ນເປັນປະເພດຊາທຳມະຊາດ (ຊາປ່າ ຫລື ຊາບູຮານ), ພື້ນທີ່ການຜະລິດຊາຂອງລາວ ສ່ວນຫລາຍ 95% ແມ່ນນອນຢູ່ໃນເຂດພາກເໜືອ ບ່ອນທີ່ມີຄວາມສູງ, ມີເງື່ອນໄຂ ເໝາະສົມແກ່ການຜະລິດ ແລະ ສ່ວນໜຶ່ງກໍມີການປູກຢູ່ເຂດພາກໃຕ້ ເຂດເມືອງປາກຊ່ອງ, ພູພຽງບໍລະເວນ; ຜູ້ຜະລິດຊາເກືອບທັງໝົດ ກໍແມ່ນຊາວກະສິກອນຂະໜາດນ້ອຍ, ຂະໜາດຄອບຄົວ.

ສຳລັບຜົນຜະລິດ ໃນປີ 2019-2022 ຜ່ານມາ, ຜົນຜະລິດໃບຊາແຫ້ງມີປະມານ 19.000 ໂຕນ ສ່ວນໃຫຍ່ແມ່ນປຸງແຕ່ງແລ້ວສົ່ງອອກ ປະມານ 1,5 ລ້ານໂດລາສະຫະລັດ, ສ່ວນໃຫຍ່ແມ່ນຂາຍສົ່ງອອກໄປປະເທດ ຈີນ, ໄທ ແລະ ສ່ວນໜຶ່ງສົ່ງອອກໄປປະເທດ ເຢຍລະມັນ ແລະ ຝຣັ່ງ.
ການຈັກງານວາງສະແດງຄັ້ງນີ້, ເປັນການສົ່ງເສີມ ແລະ ໂຄສະນາ ຊາລາວ ໃຫ້ເປັນທີ່ຍອມຮັບ ແລະ ຮູ້ຈັກແຜ່ຫລາຍເປັນວົງກ້ວາງໃນສັງຄົມ, ພ້ອມທັງເປັນການເປີດໂອກາດໃຫ້ ຫົວໜ່ວຍທຸລະກິດຊາລາວທົ່ວປະເທດ ໄດ້ເຂົ້າຮ່ວມນໍາສະເໜີສິນຄ້າຊາຂອງຕົນເອງ ແລະ ໄດ້ເຂົ້າຮ່ວມເວທີປະກວດຊາລາວ ເພື່ອຄັດເລືອກຜະລິດຕະພັນຊາລາວ ທີ່ມີຄຸນນະພາບ-ໂດດເດັ່ນ ໄດ້ໄປເຂົ້າຮ່ວມໃນງານວາງສະແດງທີ່ງານວາງສະແດງໂລກ EXPO 2025 Osaka ປະເທດຍີ່ປຸ່ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.