ທ່ານ ນາງ ປານີ ຢາທໍ່ຕູ້ ຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ ແຂວງຈຳປາສັກ

ຂປລ
ແຂວງຈຳປາສັກຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ນາງ ປານີ ຮອງປະທານປະເທດ
ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ ແຂວງຈຳປາສັກໃນວັນທີ 16 ມັງກອນ 2023 ນີ້, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະນຳ, ມີຫົວໜ້າພະແນກການ ໃນຂົງເຂດວຽກງານເສດຖະກິດ ເຂົ້າຮ່ວມ.
ທ່ານຮອງປະທານປະເທດ ໄດ້ຮັບຟັງການລາຍງານຈາກ ບັນດາຫົວໜ້າພະແນກການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປີ 2022 ແລະ ທິດທາງແຜນປີຕໍ່ໜ້າ ໃນຂົງເຂດ ຂະແໜງການເງິນ, ລາຍງານການປ່ອຍສິນເຊື່ອ ແລະ ຍອດເຫລືອເງິນຝາກ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ກ່ຽວກັບການລົງທຶນຜ່ານປະຕູດຽວ, ການຈັດສັນທຶນຕາມການແບ່ງຂັ້ນຄຸ້ມຄອງຂອງແຂວງ, ລາຍງານການສົ່ງເສີມສິນຄ້າສົ່ງອອກ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການ ຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການຜະລິດ ເປັນສິນຄ້າ ໂດຍສະເພາະ ດ້ານນິຕິກຳຂອງສະພາ, ຂອງລັດຖະບານ, ແລະ ທ້ອງຖິ່ນ, ກົນໄກການຕະຫລາດ ໃນການສົ່ງເສີມສິນຄ້າລາວ ເພື່ອສົ່ງອອກໄປຕະຫລາດ ພາຍໃນປະເທດ ຈາກ ແຂວງຈຳປາສັກໄປ ແຂວງອື່ນໆ ຫລື ໄປຕ່າງປະເທດ

ການຄຸ້ມຄອງລາຄາສິນຄ້າ ແລະ ການອະນຸຍາດນຳເຂົ້າສິນຄ້າ ແລະ ຮັບຟັງ ລາຍງານການສົ່ງເສີມການຜະລິດ ໃນວຽກງານກະສິກຳ ໂດຍສະເພາະສິນຄ້າທີ່ລັດຖະບານລາວ ໄດ້ເຊັນກັບ ຫວຽດນາມ, ຈີນ ແລະ ໄທ; ກົນໄກການປະສານງານກ່ຽວກັບການສົ່ງເສີມການຜະລິດ ກັບກະຊວງທີ່ກ່ຽວຂ້ອງ ຊີ້ໃຫ້ເຫັນດ້ານດີ ແລະ ດ້ານອ່ອນ ທີ່ຈະໄດ້ສືບຕໍ່ແກ້ໄຂ.
ໂອກາດນີ້, ທ່ານນາງ ປານີ ຢາທໍ່ຕູ້ ກໍໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍຄະນະພັກ-ອົງການປົກ ຄອງແຂວງ ເຫັນໄດ້ຄວາມພະຍາຍາມໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ແຜນງົມປະມານ ຂອງລັດຖະບານ ໂດຍສະເພາະ ຂອງແຂວງຈຳປາສັກ ທີ່ມີຫລາຍດ້ານປະຕິບັດໄດ້ດີ, ບັນດາພະແນກ ການມີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດສິດ, ໜ້າທີ່, ພາລະບົດບາດ, ມີການແບ່ງຂັ້ນຄຸ້ມຄອງ ແລະ ຫັນເຂົ້າສູ່ການຄຸ້ມຄອງລັດດ້ວຍລະບຽບກົດໝາຍ.

ພ້ອມນັ້ນ, ທ່ານຮອງປະທານປະເທດ ຍັງໄດ້ເນັ້ນໃຫ້ ຄະນະພັກ-ອົງ ການປົກຄອງແຂວງຈຳປາສັກ ເອົາໃຈໃສ່ ໃນການຊີ້ນຳການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຫັນເຂົ້າສູ່ແຜນງານ, ເປັນໂຄງການລະອຽດ, ເປັນຄວາມຮັບຜິດ ຊອບລວມຂອງທຸກຂະແໜງການ, ລວມທັງຜູ້ປະກອບການ ແລະ ປະຊາຊົນ, ເພີ່ມທະວີການຄຸ້ມຄອງເງິນຕາ, ສົ່ງເສີມການຜະລິດເປັນສິນຄ້າ ດ້ວຍການສ້າງກົນໄກປະສານງານໃນການຮ່ວມມື ແລະ ການແກ້ໄຂວຽກງານດັ່ງກ່າວ ຕ້ອງຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.