ທູຕານຸທູດຮ່ວມອວຍ​ພອນ​ວັນ​ຊາດ​ລາວທີ່​ກັບ​ມາ​ບັນ​ຈົບ​ຄົບ​ຮອບ 47 ປີ

SA Game

ຂປລ. 

ການນຳ ​ສ​ປ​ປ​ ລາວ ຕ້ອນຮັບການອວຍພອນຂອງທູຕານຸທູດ ​ເນືອງ​ໃນໂອກາດວັນຊາດ ຄົບຮອບ 47 ປີ

ໃນວັນທີ 28 ພະຈິກ 2022 ນີ້, ບັນດາທູຕານຸທູດ ແລະ ບັນດາຜູ້ຕາງໜ້າ ອົງການ ຈັດຕັ້ງສາກົນ ປະຈຳລາວ ເຊິ່ງນຳໂດຍ ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສປປ ລາວ, (ເຮັດໜ້າທີ່ແທນທູດອາວຸໂສ) ເນື່ອງໃນໂອ ກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ (2/12/1975-2/12/2022) ແລະ ປີໃໝ່ສາກົນ ປີ 2023 ທີ່ໃກ້ຈະມາເຖິງນີ້.

ໂດຍ​ມີການນຳຂັ້ນສູງພັກ-ລັດ ຖະບານ ແຫ່ງ ສປປ ລາວ ນຳໂດຍ ທ່ານ ທອງລຸນ ສີສຸລິດປະທານປະເທດ ພ້ອມດ້ວຍພັນລະຍາ, ທ່ານ ພັນຄຳ ວິພາວັນ ນາ ຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການປະທານປະເທດ ແລະ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອວຍພອນ ຂອງ

SA Game
ຂປລ.

ໃນໂອກາດດັ່ງກ່າວ, ທ່ານທູດ ຫງວຽນ ບ໋າ ຮຸ່ງ ໄດ້ຕາງໜ້າຄະນະ ທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນໃຫຍ່ຫລວງຂອງ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ທີ່ສາມາດຍາດໄດ້ຕະຫລອດໄລຍະ 47 ປີຜ່ານມາ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສະແດງຄວາມຊົມເຊີຍຕໍ່ ພັກ-ລັດຖະບານລາວ ທີ່ມີຜົນສຳເລັດໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ.

ພ້ອມນັ້ນ ໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ສາມາດບັນລຸຜົນສຳເລັດອັນໂດດເດັ່ນໃນຫລາຍດ້ານ ເປັນຕົ້ນ ການຮັກສາຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດຢ່າງຕໍ່ເນື່ອງ, ມີສະຖຽນລະພາບທາງການເມືອງ ຄວາມໝັ້ນຄົງ, ສັງຄົມ ມີຄວາມເປັນລະ ບຽບຮຽບຮ້ອຍ, ອັນໄດ້ຮັບປະກັນໃຫ້ປະຊາຊົນລາວ ທຸກຊົນເຜົ່າສາມາດມີສິດອັນຊອບທຳ ແລະ ເສ ລີພາບ ໃນການເຂົ້າຮ່ວມພັດທະນາປະເທດຊາດ ໄດ້ຢ່າງຫ້າວຫັນ.

ອັນພົ້ນເດັ່ນ ໃນປີ 2021, ສປປ ລາວ ໄດ້ສຳເລັດການເປີດນຳໃຊ້ໂຄງການລົດໄຟຄວາມໄວສູງ ລາວ-ຈີນ, ຈີນ-ລາວ ຢ່າງເປັນທາງການ ເຊິ່ງຖືເປັນເຫດການປະຫວັດສາດສຳຄັນຂອງ ສປປ ລາວ ໃນໄລຍະໃໝ່ ອັນໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຕໍ່ໜ້າ.

ປີ 2024 ກໍຖືເປັນປີທີ່ມີຄວາມໝາຍສໍາຄັນສໍາລັບ ສປປ ລາວ ໃນການເປັນປະທານໝູນວຽນອາຊຽນ ເຊິ່ງບັນດາປະເທດເພື່ອນມິດ ສະແດງຄວາມຍິນດີຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ເພື່ອຈັດຕັ້ງປະຕິບັດໃຫ້ສຳເລັດຕາມຈຸດປະສົງເປົ້າໝາຍ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວ ສະແດງຄວາມຂອບໃຈຕໍ່ທ່ານທູດ ຫງວຽນ ບ໋າ ຮຸ່ງ ທີ່ໄດ້ຕາງໜ້າຄະນະ ທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ມີຄຳເຫັນ ແລະ ຄຳອວຍພອນອັນຈົບງາມ.

SA Game
ຂປລ.

ພ້ອມທັງໄດ້ຍົກໃຫ້ເຫັນວ່າ ຕະຫລອດໄລຍະ 47 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການ ສາມາດຍາດໄດ້ຜົນສຳເລັດເປັນກ້າວໆມາໃນຫລາຍດ້ານ, ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການຂະຫຍາຍຕົວເປັນກ້າວໆ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງນັບມື້ດີຂຶ້ນ.

ທັງໝົດນີ້ ເປັນການສ້າງເງື່ອນໄຂທີ່ດີຫລາຍດ້ານ ທີ່ຈະເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້ ເຊິ່ງໝາກຜົນທັງໝົດນັ້ນ ຈະບໍ່ສາມາດເກີດຂຶ້ນໄດ້ ຖ້າຫາກປາດສະຈາກການສະໜັບສະໜູນຊ່ວຍເຫລືອ ຈາກບັນດາປະ ເທດເພື່ອນມິດຂອງ ສປປ ລາວ ກໍຄື ວົງຄະນາຍາດສາກົນ.

ພັກ-ລັດຖະບານ ແລະ ປະຊາຊົນລາວ ຕີລາຄາສູງຕໍ່ ການຮ່ວມມື ແລະ ການຊ່ວຍເຫລືອ ຂອງບັນດາປະເທດເພື່ອນມິດ ກໍຄື ບັນດາອົງການ ຈັດຕັ້ງສາກົນ ຕະຫລອດໄລຍະທີ່ຜ່ານມາ ບົນພື້ນຖານຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ກໍຄື ຕ່າງຝ່າຍຕ່າງມີຜົນປະໂຫຍດນຳກັນ.

ລັດຖະບານ ສປປ ລາວ ສືບຕໍ່ຍຶດໝັ້ນນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ອັນເປັນພື້ນຖານຂອງການເສີມຂະຫຍາຍການພົວພັນຮ່ວມມືທີ່ດີກັບຕ່າງປະເທດ ກໍຄືການປະກອບສ່ວນປະຕິບັດພັນທະຂອງຕົນ ໃນເວທີພາກພື້ນ ແລະ ສາກົນ, ເຂົ້າຮ່ວມຢ່າງຫ້າວຫັນໃນຂະບວນການສົ່ງເສີມ ແລະ ປົກປັກຮັກສາ ສັນຕິພາບ, ຄວາມໝັ້ນຄົງຂອງສາກົນ ແລະ ການຮ່ວມມືເພື່ອການພັດທະນາໃນສະພາບທີ່ທົ່ວໂລກ ກຳລັງປະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງ, ທັງບັນຫາໄພພິບັດທາງທຳມະຊາດ, ການແຜ່ລະບາດຂອງເຊື້ອພະ ຍາດໂຄວິດ-19 ຕະຫລອດຮອດ ຄວາມຂັດແຍ່ງທາງພູມສາດການເມືອງ ກໍຄື ວິກິດການດ້ານເສດຖະກິດ ແລະ ພະລັງງານ.

ການຮ່ວມມືສາກົນທີ່ເປັນປຶກແຜ່ນ, ຄວາມເຊື່ອໝັ້ນ ແລະ ເຂົ້າໃຈ ເຊິ່ງກັນ ແລະ ກັນ ກາຍເປັນສິ່ງທີ່ຂາດບໍ່ໄດ້ ເຊິ່ງມັນສາມາດຊ່ວຍໃຫ້ແກ້ໄຂບັນຫານໍາກັນ ດ້ວຍສັນຕິວິທີ, ສ້າງເງື່ອນໄຂໃຫ້ພວກເຮົາ ສາມາດຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການ ທີ່ໂລກກຳລັງປະເຊີນໜ້າຢູ່ໃນປັດຈຸບັນ; ສປປ ລາວ ພ້ອມທີ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສົ່ງເສີມສັນຕິພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ.

ພ້ອມນັ້ນ, ທ່ານ ປະທານປະເທດ ຍັງໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈ ມາຍັງທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຜ່ານບັນດາທ່ານ ໄປຍັງປະມຸກລັດ ຫົວໜ້າລັດຖະບານ ຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລ້ຳຄ່າແກ່ ສປປ ລາວ ຕະຫລອດໄລຍະທີ່ຜ່ານມາ ໂດຍສະເພາະ ແມ່ນການຊ່ວຍເຫລືອຢ່າງທັນການເພື່ອຮັບມືກັບພະຍາດໂຄວິດ-19 ໃນໄລຍະເວລາທີ່ມີການແຜ່ລະບາດຢູ່ ສປປ ລາວ.

ທັງໝົດນີ້ ໄດ້ສະແດງໃຫ້ເຫັນເຖິງນໍ້າໃຈໄມຕີຈິດມິດຕະພາບ ແລະ ການພົວພັນຮ່ວມມືອັນດີນຳກັນ ລະຫວ່າງ ສປປ ລາວ ກັບ ທຸກປະເທດເພື່ອນມິດໃນໂລກ, ພັກ-ລັດຖະບານລາວ ຈະສືບຕໍ່ຮ່ວມມືກັບວົງຄະນາຍາດສາກົນ ໃນການສະກັດກັ້ນ ແລະ ແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ຕໍ່ໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.