ທູດລາວປະຈຳຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຖາຍບິ່ງ

SA Game

ສະຖານທູດລາວທີ່ຮ່າໂນ້ຍ

ແຂວງຖາຍບິ່ງ ຕ້ອນ​ຮັບ ຄະນະ ທູດລາວ ປະຈຳ ຫວຽດນາມໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ

ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຖາຍບິ່ງ ໃນວັນທີ 16 ມີນາ 2023 ຜ່ານມາ,  ໂດຍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຫງວຽນ ຄັກ ເຖີນ (Nguyễn Khắc Thận) ປະທານຄະນະກໍາມະການ ປະຊາຊົນ ແຂວງຖາຍບິ່ງ

ຊຶ່ງການພົບປະຄັ້ງນີ້, ການນໍາແຂວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ທີ່ສະຫາຍ ເອກອັກຄະລັດຖະທູດ ພ້ອມພັນລະຍາ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຖາຍບິ່ງ ໃນຄັ້ງນີ້.

ໂອກາດນີ້, ສະຫາຍ ຫງວຽນ ຄັກ ເຖີນ ກໍໄດ້ລາຍງານກ່ຽວກັບຄວາມເປັນມາ ຂອງແຂວງ ລວມທັງ ແຈ້ງໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງ, ລາຍງານສະພາບການພັດທະນາ ເສດຖະກິດສັງຄົມຂອງແຂວງໃນ ໄລຍະຜ່ານມາ ກໍຄື ໝາກຜົນການພົວພັນຮ່ວມມືກັບ ສປປ ລາວ ໂດຍສະເພາະ ແຂວງຖາຍບິ່ງໄດ້ແຮກສຽວກັບແຂວງໄຊຍະບູລີ, ສະຫາຍເຈົ້າແຂວງ ຍັງໃຫ້ຄວາມເຊື່ອໝັ້ນວ່າ ໃນໄລຍະທີ່ສະຫາຍເອກອັກຄະລັດຖະທູດມາດຳລົງ ຕຳແໜ່ງຢູ່ ສສ ຫວຽດນາມ ຈະເປັນຂົວຕໍ່ໃນການປະສານງານລະຫວ່າງສອງປະເທດ ໂດຍສະເພາະ ແຂວງຖາຍບິ່ງ ແລະ ບັນດາແຂວງຂອງລາວ.

SA Game
ສະຖານທູດລາວທີ່ຮ່າໂນ້ຍ

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນ ເອງໃນຖານສະຫາຍອ້າຍນ້ອງ ພ້ອມທັງສະແດງຄວາມຊົມເຊີຍຕໍ່ ໝາກຜົນການພັດທະນາເສດຖະກິດ-ສັງຄົມໃນ ໄລຍະຜ່ານມາຂອງແຂວງ ຊຶ່ງບັນດາຜົນສຳເລັດດັ່ງກ່າວ, ກໍໄດ້ສະແດງໃຫ້ເຫັນເຖິງການວາງແນວທາງທີ່ຖືກຕ້ອງ, ຄວາມສາມາດໃນການນໍາພາ-ຊີ້ນໍາຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວ ຂອງ ປະຊາຊົນ ແຂວງຖາຍບິ່ງ.

ພ້ອມທັງຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄື ການຮ່ວມມືລະ ຫວ່າງ ແຂວງຖາຍບິ່ງ ກັບແຂວງໄຊຍະບູລີ ໂດຍສະເພາະແມ່ນການຊ່ວຍເຫລືອກໍ່ສ້າງພື້ນຖານໂຄງລ່າງ ໃຫ້ແຂວງໄຊຍະບູລີ ກໍຄື ການສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ.

ໃນວັນດຽວກັນ, ສະຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມ ແລະ ພົບປະ ຄູອາຈານ ແລະ ນັກສຶກສາລາວທີ່ມະຫາວິທະຍາໄລແພດສາດ ແລະ ການຢາ ຖາຍບິ່ງ ໂດຍການຕ້ອນຮັບ ຂອງ ສະຫາຍ ຫງວຽນ ກວັກ ຕ້ຽນ ເລຂາຄະນະພັກ, ປະທານສະພາບໍລິຫານມະຫາວິທະຍາໄລແພດສາດ ແລະ ການຢາຖາຍບິ່ງ ພ້ອມດ້ວຍຄະນະອຳນວຍການ ຄູ – ອາຈານ ແລະ ນ້ອງນັກສຶກສາລາວ.

ສະຫາຍ ຫງວຽນ ກວັກ ຕ້ຽນ ກໍໄດ້ລາຍງານປະຫວັດຄວາມເປັນມາຂອງ ມະຫາວິທະຍາໄລ ແລະ ສະ ພາບການສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ, ມະຫາວິທະຍາໄລແພດສາດແຫ່ງນີ້ ໄດ້ສ້າງຂຶ້ນໃນປີ 1968 ແລະ ປີ 1969

ໄດ້ເລີ່ມຮັບນັກສຶກສາລາວເປັນຊຸດທຳອິດ ສຳລັບ ສົກຮຽນ 2022-2023 ມີນັກສຶກ ສາລາວທັງໝົດ 280 ຄົນ ມາຈາກແຂວງຫົວພັນ, ແຂວງຊຽງຂວາງ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ, ມາທຶນລັດຖະບານຈ 234 ຄົນ, ທຶນສ່ວນຕົວ 46 ຄົນ

ມະຫາວິທະຍາໄລດັ່ງກ່າວ ໄດ້ສ້າງເງື່ອນໄຂອຳນວຍຄວາມ ສະດວກ ມີຫໍພັກສະເພາະນັກສຶກສາລາວ, ມີສະຫວັດດີການໃນຍາມເຈັບເປັນ ຮັບການເອົາໃຈໃສ່ເບິ່ງແຍງຈາກຄູອາຈານ ແລະ ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງຖາຍບິ່ງ ແຕ່ກໍຍັງມີບາງ ນ້ອງຍັງຂາດຄວາມເອົາໃຈໃສ່ ຄົ້ນຄວ້າຮ່ຳຮຽນ, ເຮັດໃຫ້ຄະແນນຕ່ຳ, ເກີດຄວາມທໍ້ຖອຍເຮັດໃຫ້ຮຽນບໍ່ຈົບ, ບາງຄົນ ຍັງບໍ່ເຄົາລົບຕໍ່ກົດໝາຍ, ກົດລະບຽບຂອງໂຮງຮຽນ ວາງອອກ ຍັງຫລິ້ນກິນຟຸມເຟືອຍ.

ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈ, ພ້ອມທັງຕີລາຄາສູງຕໍ່ການຊ່ວຍ ເຫລືອຂອງລັດຖະບານຫວຽດນາມ ກໍຄື ການນຳແຂວງຖາຍບິ່ງ ທີ່ໄດ້ໃຫ້ທຶນຊ່ວຍເຫລືອແກ່ ສປປ ລາວ

SA Game
ສະຖານທູດລາວທີ່ຮ່າໂນ້ຍ

ສະຫາຍ ໄດ້ຝາກຄວາມເປັນຫ່ວງເປັນໄຍຈາກລັດຖະບານ ກໍຄື ການນຳຂັ້ນສູງຂອງສອງປະເທດ ຕໍ່ກັບ ຄຸນນະພາບການສຶກ ສາ ຂອງນັກສຶກສາລາວທີ່ ສສ ຫວຽດນາມ.

ພ້ອມທັງຮຽກຮ້ອງໃຫ້ຄູ-ອາຈານ ເອົາໃຈໃສ່ ບໍ່ໃຫ້ມີຄະແນນ ນະໂຍບາຍໃນເວລາສອບເສັ່ງ ແລະ ທ່ານຍັງໄດ້ປຸກລະດົມ ໃຫ້ກຳລັງໃຈ ນ້ອງໆນັກສຶກສາ ພ້ອມກັນສຶກສາ ຄົ້ນຄວ້າ ຮ່ຳຮຽນ ແລະ ຮຽນຮູ້ຮັກອາຊີບຂອງຕົນ, ພ້ອມທັງມີຈັນຍາບັນຂອງແພດໝໍ ຈົ່ງພ້ອມກັນເຄົາລົບ ຕໍ່ລະບຽບ ກົດໝາຍ ກໍຄື ລະບຽບຂອງໂຮງຮຽນວາງອອກ, ຈົ່ງຊ່ວຍກັນຍາດແຍ່ງເອົາຄວາມຮູ້ ເພື່ອນຳເມືອເບິ່ງແຍງ, ປິ່ນປົວ ສຸຂະພາບ ຂອງປະຊາຊົນລາວ ກໍຄື ປິ່ນປົວປະຊາຊົນພາຍໃນແຂວງຂອງຕົນໃຫ້ໄດ້ຮັບປະສິດທິພາບສູງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ສະຖານທູດລາວທີ່ຮ່າໂນ້ຍ