ຖ້ຳຜາກ້າຈະກາຍເປັນແຫຼ່ງທ່ອງທ່ຽວທີ່ສວຍງາມອີກແຫ່ງໜຶ່ງ

ພາບ: laoedaily.com.la
ຈະພັດທະນາຖ້ຳຜາກ້າໃຫ້ເປັນແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງ.
ເມືອງແມດແຂວງວຽງຈັນເວົ້າໄດ້ວ່າເປັນພື້ນທີ່ທີ່ມີທີວທັດທຳມະຊາດພູຜາສວຍງາມຫຼາຍ ປະຈຸບັນທີ່ຍັງບໍ່ມີຫຍັງ ແຖວນັ້ນຍັງງາມປານພາບວາດ ໃນສາຍຕາຂອງຜູ້ພົບເຫັນ ສະນັ້ນ ເພື່ອໝູນໃຊ້ທ່າແຮງທີ່ມີໃຫ້ເກີດປະໂຫຍດແກ່ການທ່ອງທ່ຽວກໍ່ຄືສ້າງລາຍຮັບສູ່ແຂວງວຽງຈັນ ແລະປະຊາຊົນທ້ອງຖິ່ນ ໄວໆນີ້ຈະໄດ້ພັດທະນາຖ້ຳຜາກ້າເປັນແຫລ່ງທ່ອງທ່ຽວ.
ໃນວັນທີ 16 ກໍລະກົດ 2020ນີ້ ທີ່ຫ້ອງປະຊຸມເມືອງແມດ, ໄດ້ຈັດກອງປະຊຸມປຶກສາຫາລື ວາງແຜນລົງເກັບກຳຂໍ້ມູນສືກສາຄວາມເປັນໄປໄດ້ເບື້ອງຕົ້ນກ່ຽວກັບການກຳນົດເຂດ, ເນື້ອທີ່ແຫລ່ງທ່ອງທ່ຽວທຳມະຊາດຖ້ຳຜາກ້າ,ຖ້ຳຫີນ ແລະ ຖ້ຳລືສີ ບ້ານນ້ຳເຟືອງ ເມືອງແມດແຂວງວຽງຈັນ ຂອງບໍລິສັດ ວຽງໄຊ ດວງປັນຍາ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໂດຍການ ເປັນປະທານຂອງທ່ານ ຄຳປ່ຽນ ແສງສະຫວັດ ເລຂາພັກເມືອງ,ເຈົ້າເມືອງໆແມດ.

ກອງປະຊຸມໄດ້ຄົ້ນຄວ້າ ປຶກສາຫາລື ສ້າງຄວາມເປັນເອກະພາບ ກ່ຽວກັບເຈດຈຳນົງກໍຄືບັນດາກິດຈະກຳຕ່າງໆທີ່ທາງບໍລິສັດນຳສະເໜີ, ບັນຫາຜົນກະທົບທາງດ້ານສິ່ງແວດລ້ອມ, ຂອບເຂດແດນລະຫວ່າງເມືອງ, ເຂດສຳປະທານ ,ເຂດບໍລິການ ແລະ ດ້ານອື່ນໆໃຫ້ລະອຽດ.
ເພື່ອສືບຕໍ່ລົງສຳຫລວດສະຖານທີ່ຕົວຈິງ ເກັບກຳຂໍ້ມູນຢ່າງລະອຽດ ແລະ ສືບຕໍ່ນຳສະເໜີຂໍອານຸມັດການລົງທືນໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ໂດຍໃນເບື້ອງຕົ້ນບໍລິສັດ ໄດ້ສະເໜີຈະລົງທຶນ ພັດທະນາສິ່ງອຳນວຍຄວາມສະດວກທາງດ້ານການທ່ອງທ່ຽວ ໃຫ້ມີຫລາກຫລາຍກິດຈຳກຳ ທີ່ມີມາດຕະຖານ, ລວມມີ:
ກໍ່ສ້າງບ່ອນພັກຜ່ອນຕູບ, ສວນດອກໄມ້, ປູກໄມ້ໃຫ້ຫມາກ , ກໍ່ສ້າງຕິດຕັ້ງສາຍກາບຂີ່ສະລີງຕາມໜ້າຜາ, ຂີ່ກົງເບັງລອດຖໍ້າ, ພາຍເຮືອກາຍັກ , ກໍ່ສ້າງລີສອດ, ການບໍລິການຕ່າງໆ ທີ່ຕິດພັນກັບກິດຈະກຳ ການທ່ອງທ່ຽວ , ສວນຫລີ້ນສຳລັບຜູ້ໃຫຍ່, ເດັກນ້ອຍ ແລະ ບູລະນະສະຖານທີ່ທ່ອງທ່ຽວ.
ເພຶ່ອດຶງດູດ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍຈະເນັ້ນໃສ່ການສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນທ້ອງຖິ່ນ ເຮັດໃຫ້ປະຊາຊົນທີ່ນອນຢູ່ໃນເຂດຂອງໂຄງການມີຢູ່ມີກິນ ສາມາດເຂົ້າປະກອບອາຊີບນຳໂຄງການໄດ້.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: laoedaily.com.la