ຕາດແຝກ ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ສວຍງາມ

ພາບ: ຂປລ
ຄວາມສວຍງາມຂອງຕາດແຝກ ສະຖານທີ່ທ່ອງທ່ຽວເຊກອງ.
ຕາດແຝກ ເຮົາສາມາດເດີນທາງໄປສະຖານທີ່ແຫ່ງນີ້ໄດ້ 2 ເສັ້ນທາງຄືຈາກແຂວງ ເຊກອງ ມາຕາມເສັ້ນທາງເລກທີ 16 ທິດໃຕ້ 15 ກິໂລແມັດແລ້ວແວ່ກ້ຳ ຊ້າຍມືເຂົ້າໄປອີກ 2 ກິໂລແມັດ, ສ່ວນອີກເສັ້ນທາງໜຶ່ງຖ້າມາແຕ່ ແຂວງອັດຕະປືເມື່ອຫວິດສົ້ນຂົວເຊ ນ້ອຍ 30-40 ແມັດແລ້ວ ແວ່ກໍ້າ ຂວາມືເຂົ້າໄປ 3-4 ກິໂລແມັດ.
ຕາດແຝກ ມີຄວາມກວ້າງໃຫຍ່ຂອງທຳມະຊາດ ທີ່ຮົ່ມເຢັນເຊິ່ງໄດ້ສ້າງໃຫ້ເກີດ ຄວາມສະບາຍອົກສະບາຍໃຈເອົາ ແທ້ເອົາວ່າ. ຂະນະດຽວກັນກໍມີສາ ລາອະເນກປະສົງເພື່ອຊົມທິວທັດ ທຳມະຊາດເບິ່ງຄວາມກວ້າງຂອງ ນ້ຳໂຕນຕາດ 50 ແມັດຂຶ້ນໄປເຊິ່ງ ຢູ່ພັກເທິງຈະເປັນໜ້າເຫວທີ່ມີແລວ ນ້ຳກວ້າງ, ຖັດມາມີຄັນຄູຫີນເປັນ ແກ້ງຍາວຢຽດທັງເປັນທາງຂວາງ ນ້ຳເປັນລັ່ນຕໍ່ລົງມາໃສ່ພັກຫົວ ເຫວແລ້ວໄຫລເປັນ 2 ແລວຄູ່ຂະ ໜານກັນ ເຊິ່ງໜ້າຈະເປັນຊື່ຂອງຕາດ ກໍເປັນໄດ້ແລະມັນກໍໄດ້ກໍ່ໃຫ້ ເກີດຄວາມງາມຈາກສາຍນ້ຳໄຫລ ຄືດັ່ງກ່າວ.

ເມື່ອມີບຸນປະເພນີ ຫລື ມື້ພັກມື້ຜ່ອນໃນວັນສຳຄັນ ຂອງພັກ, ຂອງຊາດ ຫລື ມື້ພັກມື້ ຜ່ອນວັນເສົາວັນອາທິດແຫລ່ງ ທ່ອງທ່ຽວທີ່ສາມາດດຶງດູດຄວາມ ສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວຫລິ້ນນັບມື້ນັບເພີ່ມຂຶ້ນນັ້ນກໍຄືຕາດແຝກຢູ່ແຂວງເຊກອງ ເຊິ່ງເປັນນ້ຳໂຕນຕາດທີ່ເກີດຈາກສາຍ ນ້ຳເຊນ້ຳນ້ອຍຊາຍແດນລະຫວ່າງແຂວງເຊກອງ ແລະ ແຂວງອັດຕະປື ໂດຍຫ່າງຈາກເທສະບານແຂວງ ໄປທາງໃຕ້ 15 ກິໂລແມັດ.
ຕາດແຝກຄືອີກຈຸດໜຶ່ງທີ່ຜູ້ ຂຽນເລືອກໄປທ່ຽວ ຫາກທ່ານເບິ່ງຫາບ່ອນພັກຜ່ອນທາງທຳມະຊາດ, ຕາດ ແຝກ ອາດເປັນທາງເລືອກທີ່ດີສໍາ ລັບທ່ານໆທັງຫລາຍເພາະນອກ ຈາກ ຢາກປ່ຽນບັນຍາກາດໃໝ່ ບັນ ຍາກາດທີ່ຮົ່ມເຢັນສະບາຍໆຂອງ ບັນດາຕົ້ນໄມ້ໃຫຍ່ນ້ອຍທີ່ລຽນ ຊ້າຍລ້າຍປົກຄຸມບໍລິເວນສະຖານ ທີ່ທ່ອງທ່ຽວນີ້.
ຂະນະດຽວກັນກໍໄດ້ ສຳຜັດກັບສຽງນ້ຳໂຕນປະສານກັບສຽງໝູ່ສັກກູນາຕາມປາຍແລະກິ່ງງ່າໄມ້ ເມື່ອໄດ້ຍິນກໍຄືດັ່ງດົນຕີມະໂຫລີທີ່ບັນເລງກ່ອມ ແລະ ສ້າງບັນ ຍາກາດໃຫ້ແກ່ເຫລົ່ານັກທ່ອງ ທ່ອງທ່ຽວທັງແບບຄອບຄົວ,ໝູ່ຄູ່ ເພື່ອນມິດສະຫາຍທີ່ນັ່ງເປັນກຸ່ມ ເປັນ ຈຸຢູ່ຈຸດຕ່າງໆຕາມອັດທະຍາໄສນັ້ນຜ່ອນຄາຍຄວາມອິດເມື່ອຍ ໄປຕາມໆກັນ ແລະ ເມື່ອໄດ້ຖ່າຍຮູບ ທິວທັດທຳມະຊາດນ້ຳໂຕນຕາດ ໃນຍາມຕາເວັນອັດສະດົງແລ້ວ ຊ່າງແສນພາກພູມໃຈ ແລະ ຖ້າໄດ້ ໄປກໍບໍ່ຕ້ອງກັງວົນເລື່ອງປາກ ເລື່ອງທ້ອງ ຫລື ບໍ່ຈຳເປັນຕ້ອງໄດ້ ກຽມອາຫານການກິນໄປນຳອີກ ເພາະມີແມ່ຄ້າ ໄດ້ມາຕັ້ງໂຕະນ້ອຍໆ ຂາຍອາຫານການກິນຫລາຍຕໍ່ ຫລາຍເຍື່ອງຢູ່ມໍ່ບໍລິເວນບ່ອນຈອດ ລົດ ໃຫ້ເລືອກຮັບປະທານ.
ມັນຊ່າງມີຄວາມສຸກ ຄວາມສະບາຍໃຈຫລາຍເມື່ອສາຍ ຕາໄປຕ້ອງກັບການລົງຫລິ້ນ, ການລົງອາບນ້ຳ ແລະ ບາງຜ່ອງກໍສວຍ ໂອກາດດີໆແບບນີ້ຫວ່ານແຫໃສ່ ມອງພໍໄດ້ປາສົດໆມາປີ້ງກິນກັບ ເຂົ້າໜຽວຕຳໝາກຫຸ່ງເຊິ່ງບັນດາ ໜຸ່ມໆສາວໆທັງກິນທັງຢອກໄຍ ເວົ້ານົວຫົວມ່ວນໃສ່ກັນ.
ຕາດແຝກຄືອີກໜຶ່ງທາງເລືອກ ເພື່ອພັກຜ່ອນຢ່ອນອາລົມທີ່ດີບໍ່ນ້ອຍ ໜ້າສະຖານທີ່ທ່ອງທ່ຽວອື່ນໃນ ປະເທດເຮົາ ແລະ ບຸນປີໃໝ່ລາວທີ່ ຈະມາເຖິງນີ້ຖ້າຄິດບໍ່ອອກຊອກ ບໍ່ເຫັນ ຫລື ຍັງຕັດສິນໃຈວ່າຈະໄປ ທ່ຽວໃສດີ ກໍຢ່າລືມລົງໄປພາກໃຕ້ໄປສຳຜັດກັບຄວາມໃສເຢັນຂອງສາຍນໍ້າ ຄວາມຮົ່ມເຢັນຂອງຕົ້ນໄມ້ ຈິດໃຈທີ່ດີງາມຂອງຊາວເຊກອງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ຂ່າວສານປະເທດລາວ (ຂປລ)