ຕາດເລາະ-ຕາດຮັງ ກ່ຳ​ລັງ​ເປັນ​ບ່ອນ​ທີ່​ນັກ​ທ່ອງ​ທ່ຽວ​ນິ​ຍົມ​ທ່ຽວ

SA Game

ຂປລ

​ໃນ​ປີ 2023 ນີ້ ນັກທ່ອງທ່ຽວເຂົ້າມາທ່ຽວຕາດເລາະ-ຕາດຮັງ ຢ່າງ​ຄັບ​ຄາໜາແໜ້ນ

​ສ​ປ​ປ ລາວ ມີ​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຫລາຍ​ແຫ່ງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ແລະ ອີກ​ຕາດ​ໜຶ່ງ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ນິ​ຍົມ​ກັນ​ໄປ ກໍ​ຄືແຫລ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ເຊິ່ງສາມາດດຶງດູດນັກທ່ອງທ່ຽວ ໄດ້ຢ່າງໜາແໜ້ນລະຫວ່າງການສະເຫລີມສະຫລອງປີໃໝ່ລາວຜ່ານມານີ້ ເຊິ່ງໄດ້ປະກອບສ່ວນການເກັບລາຍຮັບແຂວງເມືອງ ແລະ ບ້ານຕ່າງໆພາຍໃນແຂວງສາລະວັນ ນອກຈາກນັ້ນຍັງສ້າງວຽກເຮັດງານທໍາໄດ້ເປັນຢ່າງດີ.

ຜູ້ປະກອບການຄ້າຂາຍ ແລະ ເຈົ້າເຮືອນພັກ-ໂຮງແຮມຢູ່ບໍລິເວນອອ້ມຂ້າງໄດ້ລາຍງານວ່າປີນີ້ ການສະຫອງປີໃໝ່ຄຶກຄັກເປັນພິເສດ ເຊິ່ງມີຈໍານວນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດແວ່ເຂົ້າມາຫລິ້ນຢ່າງຫລວງຫລາຍເຊິ່ງໄດ້ສົ່ງຜົນດີພາຍຫລັງພວກເຮົາ ບໍ່ໄດ້ຈັດງານສະຫລອງປີໃໝ່ລາວມາແຕ່ທ້າຍປີ 2019 ແລະ ມາຮອດຕົ້ນປີ 2022 ລັດຖະບານໄດ້ເປີດປະເທດຄືນໃໝ່ອັນສືບເນື່ອງມາຈາກການລະບາດຂອງພະຍາດໂຄວິດນັ້ນເອງ.

SA Game
ຂປລ

ເປັນເວລາ 3 ມື້ຂອງການສະຫລອງປີໃໝ່ເຫັນວ່ານັກທ່ອງທ່ຽວເຂົ້າມາຫລິ້ນສະຖານທີ່ດັ່ງກ່າວບໍ່ຕໍ່າກວ່າໝື່ນຄົນ ເຊິ່ງໄດ້ເຮັດໃຫ້ການສະຫລອງປີໃໝ່ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີບັນຍາກາດຄຶກຄື້ນ ເຊິ່ງກິດຈະກຳສ່ວນໃຫຍ່ມີຄື: ໄດ້ຈັດສະຖານທີ່ຫລິ້ນນ້ຳມີຂົວຂ້າມນ້ຳສຳລັບຍ່າງທ່ຽວ ຊົມເບິ່ງນ້ຳ ຕົກຕາດບ່ອນຖ່າຍຮູບຕູບນັ່ງຫລິ້ນຫລາຍກວ່າ 80 ຕູບບໍລິການກົງເບັງສະໄລເດີນໍ້າສະລິງຂົວອູ່ ແລະ ກິດຈະກຳອື່ນໆ ພ້ອມນັ້ນຍັງມີເຮືອນພັກຮ້ານອາຫານ ແລະ ບໍລິການດ້ານການທ່ອງທ່ຽວອື່ນໆ.

SA Game
ຂປລ

ສະຖານທີ່ທ່ອງທ່ຽວແຫ່ງນີ້ຫ່າງຈາກເທດສະບານເມືອງສາລະວັນ 28 ກິໂລແມັດ ແລະ ຫ່າງຈາກນະຄອນປາກເຊ ແຂວງຈຳປາສັກ 80 ກິໂລແມັດ. ນອກຈາກແຫລ່ງທ່ອງທ່ຽວແຫ່ງນີ້ແລ້ວ ແຂວງສາລະວັນ ຍັງມີແຫລງທ່ອງທ່ຽວທາງດ້ານວັດທະນະທຳປະຫັວດສາດ ອີກຫລາຍແຫ່ງ ເປັນຕົ້ນ: ຂົວທ່ານ ສຸພານຸວົງເສັ້ນທາງໂຮ່ຈີ່ມິງ, ແຫລ່ງທ່ອງທ່ຽວທາງທຳມະຊາດ ເຊັນ: ອຸທິຍານພູຜາສຸກ, ປາກເສັດ-ແກ້ງກຸ ແລະ ອື່ນໆໃຫ້ທ່ານ ໄດ້ມາທ່ອງທ່ຽວສຳຜັດບັນຍາກາດຕົວຈິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ