ຕາດເທວະດາ ຕາດທີ່ມີຄວາມສວຍງາມ ແລະ ໜ້າທ່ອງທ່ຽວ

ພາບ: laopost.com
ຕາດເທວະດາ ຕາດທີ່ມີຄວາມສວຍງາມ ແລະ ໜ້າທ່ອງທ່ຽວ.
ເພື່ອສົ່ງເສີມການທ່ອງທ່ຽວໃຫ້ຄືກຄື້ນ ແລະ ໃຫ້ມີລາຍໄດ້ ເຊິ່ງປົກກະຕິແລ້ວ ການທ່ອງທ່ຽວພາຍໃນເຮົາບໍ່ຄ່ອຍໄດ້ໃຊ້ການລົງທຶນອີຫຍັງຫຼວງຫຼາຍ ເນືອງຈາກປະເທດເຮົາແມ່ນມີທຳມະຊາດທີ່ເອື້ອຍອຳນວຍຄວາມສະດວກໃນການທ່ອງທ່ຽວເປັນພື້ນຖານຢູ່ແລ້ວ ສຳຄັນທີ່ສຸດນັ້ນແມ່ນເຮົາຈະເຮັດແນວໃດ ໃຫ້ສະຖານທີ່ທ່ອງທ່ຽວເປັນທີ່ຮູ້ຈັກຂອງສັງຄົມ ດຶງດູດຄົນໄປທ່ຽວໃຫ້ໄດ້ ແລະ ສ້າງສະຖານທີ່ທ່ອງທ່ຽວໃຫ້ເປັນທີ່ຕິດໃຈຂອງນັກທ່ອງທ່ຽວທົ່ວໂລກ.
ຕາດເທວະດາກໍ່ແມ່ນຕາດໜຶ່ງທີ່ມີຄວາມສວຍງາມ ໜ້າທ່ອງທ່ຽວ ແລະ ມີນິຍາຍເປັນເລື່ອງເລົ່າຂານກັນມາຈາກລຸ້ນສູ່ລຸ້ນ ເຊິ່ງນ້ຳຕົກຕາດເທວະດາ ເກີດມາຈາກຫ້ວຍນ້ຳໃສ, ບ້ານຫາງພູນ້ອຍ ເມືອງສາລະວັນ, ທີ່ຕັ້ງຂອງນ້ຳຕົກຕາດແມ່ນຢູ່ໄກຈາກເທສະບານເມືອງສາລະວັນປະມານ 22 ກິໂລແມັດ ໄປຕາມເສັ້ນທາງເລກທີ 20 ສາລະວັນ-ປາກເຊ ຖ້າຜູ້ໃດໄດ້ມີໂອກາດໄປທ່ອງທ່ຽວທາງພາກໃຕ້ຂໍແນະນຳວ່າ ບໍ່ຄວນພາດຕາດແຫ່ງນີ້ເດັດຂາດ ເຊິ່ງ ນໍ້າຕົກຕາດເທວະດາ ມີຊື່ເດີມວ່າ “ ນໍ້າຕົກຕາດຕະຫຼຸຍ ”.

ຕາມເຖົ້າແກ່ພາຍໃນບ້ານໄດ້ເລົ່າສູ່ກັນຟັງວ່າ: ໃນບໍລິເວນດ້ານລຸ່ມຂອງນ້ຳຕົກຕາດໄດ້ມີພະພຸດທະຮູບສະຖິດຢູ່ໃນຖ້ຳກ້ອງນ້ຳຕົກ ໃນແຕ່ລະປີພໍຮອດເດືອນຫ້າປະຊາຊົນພາຍໃນບ້ານຈັດຕັ້ງບຸນ ແລະ ພາກັນມາຫົດສົງພະ ໃນບໍລິເວນຕໍ່ໜ້ານ້ຳຕົກຕາດຍັງມີຫີນຕັ້ງເປັນຮູບລັກສະນະ ຄ້າຍກັບພົມສີ່ໜ້າ ( ໃນສາສະໜາຮິນດູ ) ໃນອະດີດມີສອງອັນ ແລະ ປັດຈຸບັນເຫຼືອພຽງອັນດຽວຍ້ອນຖືກລະເບີດໃນສະໄໝສົງຄາມ ຕໍ່ມາໃນປີ 2008 ນັກທຸລະກິດເຂົ້າມາສຳປະທານເຂດດັ່ງກ່າວເຫັນວ່ານ້ຳຕົກຕາດມີຄວາມສວຍງາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ມີຫີນພົມສີ່ໜ້າ ຈຶ່ງໄດ້ປ່ຽນຊື່ຈາກຕາດຕະຫຼຸຍ ມາເປັນ “ ຕາດເທວະດາ ” ເທົ່າທຸກວັນນີ້.
ຕົກລະດູແລ້ງມາແລ້ວ ວຽກງານການທ່ອງທ່ຽວເລິ່ມຈະຄຶກຄື້ນ ເພາະໄປ-ມາສະດວກສະບາຍ ດັ່ງນັ້ນ, ຈຶ່ງເປັນໂອກາດທີ່ອົງການຈັດຕັ້ງທີ່ກ່ຽວຂ້ອງ ຕ້ອງລົງໄມ້ລົງມືໃສ່ແລ້ວ ເພາະການທ່ອງທ່ຽວມີແຕ່ລາຍໄດ້ ໂດຍບໍ່ໄດ້ລົງທຶນຫຼວງຫຼາຍ ສຳຄັນທີ່ສຸດນັ້ນແມ່ນເຮົາຈະເຮັດແນວໃດ ໃຫ້ສະຖານທີ່ທ່ອງທ່ຽວເປັນທີ່ຮູ້ຈັກຂອງສັງຄົມ ດຶງດູດຄົນໄປທ່ຽວໃຫ້ໄດ້ ແລະສ້າງສະຖານທີ່ທ່ອງທ່ຽວໃຫ້ເປັນທີ່ຕິດໃຈ.
ຢາກເຊີນຊວນບັນດາທ່ານໄປສຳຜັດກັບນ້ຳຕົກຕາດເທວະດາ ເຊິ່ງເປັນນ້ຳຕົກຕາດທີ່ສວຍງາມ ມີຄວາມູງເຖິງ 28 ແມັດ ເຊິ່ງຄວາມສູງດັ່ງກ່າວເຮັດໃຫ້ມີລະອອງປິວ ໄປທົ່ວບໍລິເວນນ້ຳຕົກຕາດ, ບໍລິເວນນ້ຳຕົກນັ້ນຍັງມີກ້ອນຫິນປະຫຼາດ ທີ່ມີລັກສະນະຄ້າຍກັບພົມສີ່ໜ້າ ຈຶ່ງໄດ້ຊື່ຕາດວ່າ ຕາດສາຍໝອກເທວະດາ ຫຼືຕາດເທວະດາ ຫຼືຊາວບ້ານແຖບນັ້ນຍັງເອີ້ນວ່າຕາດຫິນຕັ້ງ. ຕາມການເລົ່າຂານຂອງປະຊາຊົນຕໍ່ໆກັນມາ ໃນສະໄໝກ່ອນນັ້ນມີຫິນປະຫຼາດຕັ້ງຢູ່ 2 ກ້ອນ ແຕ່ກໍເພາະຖືກສົງຄາມທຳລາຍ ຈຶ່ງເຮັດໃຫ້ກ້ອນຫິນດັ່ງກ່າວເຫຼືອພຽງກ້ອນດຽວ ຈາການສຳຫຼວດຂອງນັກວິທະຍາສາດ ກ້ອນຫິນປະຫຼາດດັ່ງກ່າວມີອາຍຸປະມານ 4000 ກວ່າປີ ປັດຈຸບັນນ້ຳຕົກຕາດເທວະດາໄດ້ປັບປຸງໃຫ້ເປັນແຫຼ່ງທ່ອງທ່ຽວ ໃຫ້ຮອງຮັບນັກທ່ອງທ່ຽວທີ່ເດິນທາງເຂົ້າມາ ທ່ຽວຊົມທຳມະຊາດໃນບໍລິເວນນ້ຳຕົກຕາດ ຈຶ່ງເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຈຳນວນຫຼາຍຂຶ້ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: www.laogov.gov.la