ຕາດກວາງຊີ ສະຖານທີ່ທຳມະຊາດທີ່ສວຍງາມທີ່ສຸດຂອງຫລວງພະບາງ

ພາບ: sethakit-psx.la
ຕາດກວາງຊີ ສະຖານທີ່ທ່ອງທ່ຽວທຳມະຊາດທີ່ສວຍງາມທີ່ສຸດ.
ຫາກຈະເວົ້າເຖິງການທ່ອງທ່ຽວ ຫລື ສະຖານທີ່ທີ່ໜ້າໄປໃນປະເທດລາວແນນອນຫຼາຍໆທ່ານຄົງຈະນຶກເຖິງນະຄອນຫຼວງພະບາງເປັນອັນດັບທໍາອິດເນື່ອງຈາກວ່າແຂວງຫຼວງພະບາງແຫ່ງນີ້ເປັນແຂວງແຫ່ງສະເໜ່ທີ່ດຶງດູດນັກທ່ອງທ່ຽວເຂົ້າມາຊົມທັງປະຫວັດສາດ ແລະ ຄວາມງາມຂອງທິວທັດທໍາມະຊາດ ແລະ ແນນອນຖ້ານືກເຖິງຫລວງພະບາງກໍຕ້ອງນືກເຖິງຕາດກວາງຊີຕາດທີ່ເອີ້ນວ່າເປັນເອກະລັກຂອງຫລວງພະບາງ.
ແຕ່ທ່ານຮູ້ຫຼືບໍ່ວ່າໃນນັ້ນແຂວງຫຼວງພະບາງກໍ່ເປັນອີກແຂວງ ໜຶ່ງທີ່ມີສະຖານທີ່ທ່ອງທ່ຽວບໍ່ນ້ອຍໜ້າແຂວງອື່ນໆເຊັ່ນກັນແລະ ໃນປະຈຸບັນນີ້ແຫ່ງທ່ອງທ່ຽວທີ່ຂຶ້ນຊື່ ແລະ ທັງເປັນດິນແດນອະລິຍະທໍາຂອງແຂວງຫຼວງພະບາງໃນຕໍານານດິນແດນແຫ່ງນໍ້າຕົກຕາດກວາງຊີຊຶ່ງອຸດົມໄປດ້ວຍທໍາມະຊາດ ແລະ ທິວທັດບັນຍາກາດດີອຸດົມສົມບູນເຕັມໄປດ້ວຍສີສັນຂອງພູຜາປ່າໄມ້ຂຽວງາມອຸມທຸມ ແລະ ໃນດິນແດນແຫ່ງນີ້ ຍັງມີສະຖານທີ່ທ່ອງທ່ຽວອີກຫຼາຍຫຼາຍຄ່ອຍຜູ້ຄົນໄປສໍາຜັດ.

ຕາດກວາງຊີ ເປັນນໍ້າຕົກຕາດຍອດນິຍົມຂອງເມືອງລາວກໍວ່າໄດ້ ເມື່ອແຕ່ລະມື້ຈະມີນັກທ່ອງທ່ຽວເດີນທາງມາຍາມສຳຜັດ ແລະ ຫລິ້ນນໍ້າຢູ່ທີ່ນີ້ຢ່າງຫລວງຫລາຍ ຈາກມົນສະເຫນ່ຄວາມງົດງາມຂອງນໍ້າຕົກ, ທຳມະຊາດ ແລະ ມີວັງສຳລັບຫລິ້ນນໍ້າ ເຮັດໃຫ້ແຕກຕ່າງຈາກນໍ້າຕົກອື່ນໆ, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດລົງອາບນ້ຳທີ່ໃສ່ເຢັນແຫ່ງນີ້ ພ້ອມທັງເກັບພາບງາມຂອງຕາດກວາງຊີ.
ນ້ຳຕົກຕາດກວາງຊີ ເປັນນ້ຳຕົກຫີນປູນຂະໜາດໃຫຍ່ສູງປະມານ 70 ແມັດ ມີສາຍນ້ຳໄຫລອາບມາຕາມໜ້າຜາຜ່ານໂຂດຫີນນ້ອຍໃຫຍ່ ຮູບຊົງແປກຕາລົງສູ່ແອ່ງນ້ຳເບື້ອງລຸ່ມມີນ້ຳຕະຫລອດປີ.
ແຕ່ໃນລະດູຮ້ອນນ້ຳຂ້ອນຂ້າງນ້ອຍ ສະພາບປ່າມີຄວາມຮົ່ມເຢັນ ດ້ານລຸ່ມມີຂົວ ແລະ ເສັ້ນທາງເດີນຊົມອ້ອມຮອບນ້ຳຕົກ ແລະ ບ່ອນນັ່ງໃຫ້ຊົມວິວທິວທັດນະ ລວມທັງມີຫ້ອງສຳລັບປ່ຽນເຄື່ອງແຕ່ງຕົວສຳລັບທ່ານທີ່ຕ້ອງການລົງຫລິ້ນນ້ຳຕົກ ອີກດ້ວຍ .
ຖ້າຕ້ອງການຄວາມງຽບສະຫງົບແລະເປັນສ່ວນຕົວສາມາດຍ່າງລັດເລາະຂຶ້ນໄປເທິງ ນ້ຳຕົກຊັ້ນເທິງເມື່ອມ່ວນຊື່ນກັບທຳມະຊາດແລະຄວາມສວຍງາມຂອງນ້ຳຕົກຕາດແລ້ວບໍລິເວນລານຈອດລົດດ້ານລຸ່ມມີຮ້ານອາຫານຕາມສັ່ງຫຼາກຫຼາຍຮ້ານໄວ້ຄອຍຖ້າບໍລິການ.
ຕາດກວາງຊີ ຕັ້ງຢູ່ຫ່າງຈາກຕົວເມືອງຫລວງພະບາງໄປທາງທິດຕະເວັນຕົກສຽງໃຕ້ປະມານ 32 ກິໂລແມັດ ເມື່ອເຖິງບ່ອນຈອດລົດຕ້ອງຍ່າງຕີນຂຶ້ນໄປອີກປະມານ 300 ແມັດຈະເຖິງຕົວນ້ຳຕົກຕາດ.

ການເດີນທາງສາມາດເໝົາລົດ 3 ລໍ້ຫຼືລົດສອງແຖວຈາກໃນຕົວເມືອງຫຼືຖ້າຢາກສະດວກສະບາຍໄປກວ່ານັ້ນກໍສາມາດເຊົ່າລົດຕູ້ປັບອາກາດຊຶ່ງມີທັງແບບເຊົ່າເໝົາຄັນຫຼືຫາກເດິນທາງມານ້ອຍຄົນກໍສາມາດຊື້ປີ້ໂດຍສານລົດຕູ້ຈາກຕົວແທນບໍລິສັດທ່ອງທ່ຽວໄດ້ທຸກແຫ່ງຊຶ່ງກໍຈະຕ້ອງໄປກັບຜູ້ຮ່ວມທາງຄົນອື່ນໆທີ່ມີ ຈຸດໝາຍດຽວກັນຕະຫຼອດເສັ້ນທາງເປັນຖະໜົນປູຢາງສາມາດຊົມວິວທິວທັດໝູ່ບ້ານຊົນນະບົດຕ່າງໆໃຊ້ເວລາເດິນທາງປະມານ 45 ນາທີ ກໍຈະຮອດສະຖານທີ່ດັ່ງກ່າວ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: www.sethakit-psx.la