ຕອນລຸ່ມຂອງ​ແມ່​ນ້ຳ​ຂອງ ສ່ຽງ ຕໍ່ການປ່ຽນແປງຂອງດິນຟ້າອາກາດ

SA Game

ຂປລ.

ເຂດແມ່ນ້ຳຂອງຕອນລຸ່ມ ພາກພື້ນທີ່ມີຄວາມສ່ຽງສູງ ຕໍ່ການປ່ຽນແປງຂອງດິນຟ້າອາກາດ

ການປ່ຽນແປງດິນຟ້າອາກາດ ບໍ່ພຽງແຕ່ເປັນໄພຂົ່ມຂູ່ຢູ່ເຂດແມ່ນ້ຳຂອງຕອນລຸ່ມເທົ່ານັ້ນ, ປັດຈຸບັນ ມັນໄດ້ສ້າງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນຫລາຍລ້ານຄົນ ທີ່ນໍາໃຊ້ຊັບພະຍາກອນທໍາມະຊາດຂອງແມ່ນໍ້າຂອງ.

ໃນທົ່ວເຂດແມ່ນໍ້າຂອງຕອນລຸ່ມ ສາມາດເຫັນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ໄດ້ຢ່າງຊັດເຈນ ເຊັ່ນ: ອຸນຫະພູມທີ່ເພີ່ມຂຶ້ນ ແລະ ການປ່ຽນແປງຂອງປະລິມານນໍ້າຝົນ, ອັດຕານໍ້າໄຫລ, ນໍ້າຖ້ວມ ແລະ ໄພແຫ້ງແລ້ງ ທີ່ສ້າງຄວາມເສຍຫາຍຕໍ່ທີ່ພັກອາໄສ, ພື້ນຖານໂຄງລ່າງ, ພືດພັນການກະເສດ ແລະ ການປະມົງ.

ຄະນະກຳມາທິການແມ່ນໍ້າຂອງສາກົນລາຍງານໃຫ້ຮູ້ວ່າ: ໃນເຂດແມ່ນ້ຳຂອງ ຕອນລຸ່ມ ລວມມີ ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ເປັນເຂດໜຶ່ງໃນບັນດາພາກພື້ນທີ່ມີຄວາມສ່ຽງສູງ ຕໍ່ການປ່ຽນແປງຂອງດິນຟ້າອາກາດ, ເຊິ່ງສົ່ງຜົນກະທົບຕໍ່ເສດຖະກິດ, ລະບົບນິເວດ, ຄວາມຍືນຍົງ ແລະ ຄວາມສາມັກຄີທາງສັງຄົມຂອງບັນດາປະເທດດັ່ງກ່າວ.

SA Game
ຂປລ.

ດັ່ງນັ້ນ, ຊຸມຊົນທີ່ມີຄວາມສ່ຽງແມ່ນຜະເຊີນກັບການຂາດແຄນອາຫານ ແລະ ມາດຕະຖານຊີວິດການເປັນຢູ່ທີ່ຫລຸດລົງ. ນອກຈາກນັ້ນ, ລະດັບນໍ້າທະເລທີ່ຄາດວ່າຈະເພີ່ມຂຶ້ນ ຈະເພີ່ມຄວາມເຄັມ ແລະ ໄພນໍ້າຖ້ວມໃນເຂດທົ່ງພຽງແມ່ນໍ້າຂອງ, ເຊິ່ງກໍໃຫ້ເກີດຄວາມເສຍຫາຍຕໍ່ພືດພັນຕ່າາໆໃນພື້ນທີ່ ທີ່ມີຜົນຜະລິດດ້ານກະສິກໍາຫລາຍທີ່ສຸດ ຂອງອ່າງແມ່ນໍ້າຂອງ.

ອີງຕາມການຄົ້ນຄວ້າຂອງ ຄມສ ໄດ້ຄາດຄະເນວ່າ: ການປ່ຽນແປງທີ່ອາດຈະເກີດຂຶ້ນໃນໄລຍະ 20 ຫາ 50 ປີຂ້າງໜ້າ ອຸນຫະພູມຈະເພີ່ມຂຶ້ນໃນທົ່ວອ່າງ ແລະ ຕາມລະດູການ. ຮອດປີ 2060, ລະດັບອູນຫະພູມ ໃນອ່າງຮັບນ້ຳຈະເພີ່ມຂຶ້ນໂດຍສະເລ່ຍຕໍ່ປີອາດຢູ່ລະຫວ່າງ 0.4˚C ຫາ 3.3˚C ອີງຕາມການປ່ອຍອາຍພິດເຮືອນແກ້ວທົ່ວໂລກ.

ການປ່ຽນແປງຂອງປະລິມານນ້ຳຝົນໂດຍສະເລ່ຍໃນປີ 2060 ພາຍໃຕ້ມະໂນພາບດິນຟ້າອາກາດແຫ້ງແລ້ງ (Dry Climate Scenario) ຄາດວ່າຈະຫລຸດລົງ 16% ແລະ ພາຍໃຕ້ມະໂນພາບດິນຟ້າອາກາດປຽກຊຸ່ມ (Wet Climate Scenario) ຈະເພີ່ມຂຶ້ນ 17%. ອາດເຮັດໃຫ້ພືດ ແລະ ສັດຫລາຍຊະນິດ ມີຄວາມສ່ຽງສູງຕໍ່ການປ່ຽນແປງຂອງດິນຟ້າອາກາດ. ໃນນັ້ນ, ມີປາຈໍານວນຫລາຍ ໂດຍສະເພາະ ມີຄວາມສ່ຽງ ເນື່ອງຈາກຄວາມອ່ອນໄຫວຕໍ່ກັບອຸທົກກະສາດ. ຮອດປີ 2060 ການສູນເສຍຈາກການເຊາະເຈື່ອນຂອງດິນຄາດວ່າຈະເພີ່ມຂຶ້ນ 16.9%. ພ້ອມກັນນີ້, ແນວໂນ້ມທີ່ຈະຮ້າຍແຮງອາດ ແມ່ນຊຸມຊົນທ້ອງຖິ່ນທີ່ມີການເອື່ອຍອີງຊັບພະຍາກອນທໍາມະຊາດ.

SA Game
ຂປລ.

ໄລຍະຜ່ານມາ, ຄມສ ໄດ້ສະໜັບສະໜູນບັນດາປະເທດສະມາຊິກຂອງຕົນຢ່າງຈິງຈັງ ດ້ວຍຄໍາແນະນໍາດ້ານວິຊາການ, ການຄົ້ນຄວ້າ ແລະ ເວທີປຶກສາຫາລື ເພື່ອຊຸກຍູ້ການແລກປ່ຽນຄວາມຮູ້ ແລະ ສົ່ງເສີມຄວາມເຂົ້າໃຈ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃນສະພາບການຂ້າມຜ່ານຊາຍແດນ ໂດຍສະເພາະແຜນປະຕິບັດງານ ແລະ ແຜນຍຸດທະສາດການປັບຕົວກັບການປ່ຽນແປງດິນຟ້າອາກາດ ໂດຍກຳນົດບຸລິມະສິດຍຸດທະສາດ ແລະ ການ ຈັດຕັ້ງປະຕິບັດໃນລະດັບອ່າງແມ່ນໍ້າ ເພື່ອແກ້ໄຂຄວາມສ່ຽງຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເສີມສ້າງຄວາມສາມາດໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນບໍລິເວນອ່າງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ