ດ່ວນ! ລາວ ພົບຜູ້ຕິດໂຄວິດ-19 ເພີ່ມ 1 ຄົນ ນັກສືກສາລາວຈາກລັດເຊຍ.

ພາບ: ໜັງສືພິມປະຊາຊົນ.
ສປປ ລາວ ພົບຜູ້ຕິດໂຄວິດ-19 ເພີ່ມ 1 ຄົນເປັນນັກຮຽນກັບຈາກລັດເຊຍ.
ຕາມການຖະແຫຼງຂອງຄະນະສະເພາະກິດໂດຍ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃນວັນທີ 21 ຕຸລາ 2020 ໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ຕິດເຊື້ອພະຍາໂຄວິດ-19 ເພີ່ມອີກ 1 ຄົນ, ເປັນຄົນສັນຊາດລາວ ເດີນທາງມາໃນຖ້ຽວບິນ Inson ມາ ສປປ ລາວ ໃນວັນທີ 18 ຕຸລາ 2020.
ໃນວັນທີ 20 ຕຸລາ 2020 ທີ່ຜ່ານມາ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 303 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 117 ຕົວຢ່າງ, ແຮງງານຈີນ 13 ຕົວຢ່າງ, ແຮງງານຫວຽດນາມ 55 ຕົວຢ່າງ, ແຮງງານໄທ 18 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 100 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອ ຈຳນວນ 01 ຕົວຢ່າງ ລາຍລະອຽດດັ່ງລຸ່ມນີ້:

ເຊິງຜູ້ກ່ຽວເປັນເພດຊາຍ, ອາຍຸ 23 ປີ, ສັນຊາດ: ລາວ, ອາໄສຢູ່ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ອາຊີບ: ນັກສຶກສາລາວ ຮຽນຢູ່ ສ ຣັດເຊຍ, ຜູ້ກ່ຽວຈຳກັດບໍລິເວນຢູ່ສູນ ທີ່ຄະນະສະເພາະກິດກຳນົດໄວ້ ແລະ ຢູ່ໃນຫ້ອງຄົນດຽວ.
ລາຍລະອຽດການເຄືອນໄຫວຂອງຜູ້ກ່ຽວ:
- ວັນທີ 2-3 ກັນຍາ 2020: ຜູ້ກ່ຽວມີອາການໄຂ້, ໄອ, ເມື່ອຍ ແລະ ດັງບໍ່ໄດ້ກິ່ນ, ຜູ້ກ່ຽວໄດ້ຈຳກັດບໍລິເວນຕົນເອງ ຢູ່ຫ້ອງ ໃນຫໍພັກ ແລະ ບໍ່ໄດ້ໄປພົບແພດ. ປະມານ 1 ອາທິດ ຜູ້ກ່ຽວມີອາການດີຂຶ້ນ ແຕ່ຍັງສືບຕໍ່ ມີ ອາການດັງບໍ່ໄດ້ກິ່ນ.
- ວັນທີ 6 ຕຸລາ 2020: ຜູ້ກ່ຽວມີຈຸດປະສົງຢາກເດີນທາງກັບ ສປປ ລາວ, ຈຶ່ງໄດ້ເດີນທາງໄປກວດຢູ່ໂຮງໝໍ.
- ວັນທີ 9 ຕຸລາ 2020: ຜົນກວດພົບເຊື້ອພະຍາດ COVID-19, ຈຶ່ງໄດ້ເດີນທາງໄປຈຳກັດບໍລິເວນຕົນເອງຢູ່ສູນ, ທາງ ໂຮງຮຽນຈຶ່ງໄດ້ແຈ້ງສະຖານທູດລາວປະຈໍາຣັດເຊຍ.
- ວັນທີ 12 ຕຸລາ 2020: ຜົນກວດພົບບໍ່ພົບເຊື້ອພະຍາດ COVID-19, ຜູ້ກ່ຽວຈຶ່ງໄດ້ເດີນທາງກັບມາຫໍພັກ ເພື່ອກຽມ ໂຕຂຶ້ນຍົນບິນກັບ ສປປ ລາວ.
- ວັນທີ 14 ຕຸລາ 2020: ເດີນທາງອອກຈາກຫໍພັກ ໄປເມືອງ Moscow, ສ ຣັດເຊຍ.
- ວັນທີ 15 ຕຸລາ 2020: ເດີນທາງອອກຈາກເມືອງ Moscow, ສ ຣັດເຊຍ ມາຫາ Paris, ປະເທດຝຣັ່ງ.
- ວັນທີ 16 ຕຸລາ 2020: ເດີນທາງອອກຈາກ Paris ປະເທດຝຣັ່ງ ມາຮອດ Incheon ສ ເກົາຫຼີ ໃນວັນທີ 17 ຕຸລາ.
- ວັນທີ 17 ຕຸລາ 2020: ເດີນທາງອອກຈາກ Incheon ສ ເກົາຫຼີ ມາສະໜາມບິນວັດໄຕ.
- ວັນທີ 18 ຕຸລາ 2020 : ມາຮອດ ສປປ ລາວ ໄດ້ຖືກເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-
- ວັນທີ 20 ຕຸລາ 2020: ຜົນກວດ ແມ່ນພົບເຊື້ອພະຍາດ COVID-19.
- ຜູ້ໂດຍສານທີ່ເດີນທາງຮ່ວມກັບຜູ້ກ່ຽວ ມີທັງໜົດ 122 ທ່ານ, ລວມທັງຜູ້ກ່ຽວນຳ ເຊິ່ງທັງໝົດ ແມ່ນໄດ້ເກັບຕົວຢ່າງ ແລະ ຜົນກວດບໍ່ພົບເຊື້ອ, ຍົກເວັ້ນຜົນກວດຂອງຜູ້ກ່ຽວ ແມ່ນກວດພົບເຊື້ອ COVID-19.
- ສຳລັບຜູ້ສຳຜັດໃກ້ຊິດກັບຜູ້ກ່ຽວ ມີທັງໝົດ 27 ຄົນ (ໃນນັ້ນ ມີ 14 ຄົນ ນັ່ງຕັ່ງນ້ຳເບີໃກ້ກັບຜູ້ກ່ຽວ ໃນໄລຍະຢູ່ໃນຍົນ ແລະ ອີກ 13 ຄົນ ແມ່ນຂີ່ລົດເມຄັນດຽວກັນ ເພື່ອເດີນທາງໄປຍັງສະຖານທີ່ຈຳກັດບໍລິເວນທີ່ຖືກກຳນົດໄວ້). ຜູ້ສຳຜັດໃກ້ຊິດທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງ, ຜົນກວດແມ່ນບໍ່ພົບເຊື້ອ ແລະ ໄດ້ຖືກຈຳກັດບໍລິເວນ ຢູ່ສະຖານທີ່ ທີ່ຄະນະສະເພາະກິດກຳນົດໄວ້ ຈົນຄົບກຳນົດ 14 ວັນ.
ສຳລັບກໍລະນີທີ່ 23 ແມ່ນມອບໃຫ້ກົມປິ່ນປົວ, ໂຮງໝໍມິດຕະພາບ, ຊ່ຽວຊານ, ສູນຂ່າວສານການແພດ ປຶກສາຫາລືກັນເພື່ອເຮັດບົດລາຍງານຫາການນໍາຮັບຊາບ ເນື່ອງຈາກວ່າຜູ້ກ່ຽວປິ່ນປົວມາເປັນເວລາ ເກືອບ 2 ເດືອນແລ້ວ ແຕ່ຜົນກວດເຊື້ອ COVID ຍັງອອກເປັນ(+) ເປັນຫ່ວງອາການທາງດ້ານສຸຂະພາບຈິດຂອງຄົນເຈັບ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: insidelaos.com