ຈຸດເດັ່ນ ແລະ ຈຸດແຂງ ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄຳວ່າ ຈຸດເດັ່ນ ແລະ ຈຸດແຂງ.

ພາສາລາວມີຫຼາກຫຼາຍຄໍາສັບທີ່ແຕກຕ່າງກັນໄປ, ບາງຄໍາສັບສະກົດຄືກັນ ແຕ່ວ່າ ຄວາມໝາຍຕ່າງກັນ, ບາງຄໍາສັບສະກົດຕ່າງກັນ ອ່ານຕ່າງກັນ ແຕ່ວ່າມີຄວາມໝາຍຄືກັນ ແລະ ສາມາດໃຊ້ແທນກັນໄດ້. ຍ້ອນຄວາມຫຼາກຫຼາຍຄືແນວນັ້ນຫລາຍຄົນກໍ່ຍັງມີຄວາມສັບສົນໃນການນໍາໃຊ້ ແລະ ການຈໍາແນກຄວາມໝາຍຂອງຄໍາສັບຍັງມີຄວາມສັບສົນພໍສົມຄວນ.

ຍ້ອນຄວາມຫຼາກຫຼາຍຂອງພາສາລາວ ຈຶ່ງເຮັດໃຫ້ການນໍາໃຊ້ຄໍາສັບຂອງຄົນລາວບໍ່ທັນຄົບຖ້ວນ ສ່ວນຫຼາຍແມ່ນອາໄສຄວາມລື້ງເຄີຍ ທີ່ເຄີຍເວົ້າຄໍາໃດກໍ່ໃຊ້ແຕ່ຄໍານັ້ນຢູ່ເລື້ອຍໆ, ເຊິ່ງແນ່ນອນວ່າຖ້າຫາກໃຊ້ຜິດຄໍາສັບຄວາມໝາຍກໍ່ຈະປ່ຽນໄປ ເຮັດໃຫ້ມີຄວາມເຂົ້າໃຈຜິດກັນໃນການສົນທະນາ. ສະນັ້ນ ເພື່ອຄວາມກະຈ່າງແຈ້ງໃນການນໍາໃຊ້ຄໍາສັບພາສາລາວ ເຮົາຈຶ່ງຍົກເອົາບາງຄໍາສັບຂຶ້ນມາແລກປ່ຽນ.ເຊິ່ງໃນບົດຄວາມນີ້ ເຮົາຈະເວົ້າ ກ່ຽວກັບຄໍາສັບທີວ່າ ຈຸດເດັ່ນ ແລະ ຈຸດແຂງ ສອງຄໍານີ້ຫຼາຍຄົນຄົງເຂົ້າໃຈວ່າມັນມີຄວາມໝາຍຄືກັນ ແຕ່ທີ່ຈິງແລ້ວມັນຕ່າງກັນ.

SA Game
DooDiDo

ອີງຕາມຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ.ທອງຄໍາ ອ່ອນມະນີສອນ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວໄດ້ດັ່ງນີ້:

ຄຳວ່າ ຈຸດເດັ່ນ.

ຈຸດເດັ່ນ ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ສິ່ງທີ່ປາກົດເຫັນຢ່າງແຈ່ມແຈ້ງ, ທີ່ສະດຸດຕາສະດຸດໃຈ ແລະ ໝາຍເຖິງຄຸນງາມຄວາມດີຂອງບຸກຄົນ ທີ່ພົ້ນເດັ່ນຂຶ້ນໃນໝູ່ມະຫາຊົນ ຫຼືໃນຂະບວນການ.

ຕົວຢ່າງ:

ເຮືອນຫຼັງນີ້ມີຈຸດເດັ່ນຢູ່ທີ່ຫຼັງຄາ, ມັນມີລັກສະນະທີ່ສວຍງາມ ແລະ ແຕກຕ່າງຈາກຫຼັງອື່ນໆ.

ຈຸດເດັ່ນຂອງລາວແມ່ນຮອຍຍິ້ມທີ່ງົດງາມ ແລະ ມີເອື້ອເຟື້ອເຜື່ອແຜ່ຕໍ່ໝູ່ເພື່ອນ, ລາວຈຶ່ງໄດ້ຮັບລາງວັນທີ່ໜຶ່ງໃນການປະກວດນາງງາມຄັ້ງນີ້.

ຄຳວ່າ ຈຸດແຂງ.

ຈຸດແຂງ ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ຈຸດທີ່ເຂັ້ມແຂງ, ຈຸດທີ່ຝ່າຍກົງກັນຂ້າມຈະບໍ່ສາມາດເອົາຊະນະໄດ້, ກົງກັນຂ້າມ

ກັບຈຸດອ່ອນ ເອີ້ນວ່າຈຸດແຂງ.

ຕົວຢ່າງ:

ຫຼັກຖານທີ່ມີ ເປັນຈຸດແຂງໃຫ້ແກ່ພວກເຮົາໃນການຕໍ່ສູ້ຄະດີ.

ຊາຍຄົນນັ້ນມີສຽງຮ້ອງທີ່ຊົງພະລັງ ເຊິ່ງເປັນຈຸດແຂງຂອງລາວໃນການແຂ່ງຂັນຮ້ອງເພງໃນຄັ້ງນີ້.

ສະຫຼຸບ.

ຄໍາວ່າ ຈຸດເດັ່ນ ແລະ ຈຸດແຂງ ສອງຄໍານີ້ເຖິງຈະມີຄວາມໝາຍທີ່ຂ່ອນຂ້າງຄ້າຍຄືກັນ ແຕ່ວ່າໃນຄວາມເປັນຈິງແລ້ວ ມັນໃຊ້ແຕກຕ່າງກັນ, ຄໍາວ່າ ຈຸດເດັ່ນ ໝາຍເຖິງສິ່ງທີ່ປະກົດເຫັນແຈ້ງ ເຮັດໃຫ້ສະດຸດຕາສະດຸດໃຈ, ສ່ວນຄໍາວ່າ ຈຸດແຂງ ໝາຍເຖິງ ຈຸດທີ່ເຂັ້ມແຂງທີ່ຝ່າຍກົງກັນຂ້າມບໍ່ສາມາດເອົາຊະນະໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo