ຈັດປະຊຸມຫາລືກ່ຽວກັບຄວາມປອດໄພເຂື່ອນໄຟຟ້າຢູ່ ສປປ ລາວ.

ພາບ: ວຽງຈັນທາຍ
ກະຊວງພະລັງງານ ແລະບໍ່ແຮ່ ຫາລືຄວາມປອດໄພເຂື່ອນໄຟຟ້າຢູ່ລາວ.
ຈາກການທີ່ລາວມີເປົ້າໜາຍໃນການເປັນແບັດເຕີຣີ ຂອງອາຊຽນ, ແລະ ໄດ້ສ້າງເຂື່ອນໄຟຟ້າຈ່ຳນວນຫລາຍແຫ່ງ, ທີ່ຜ່ານມາກໍໄດ້ມີເຫດການຕ່າງໆທີ່ເກີດຂື້ນເຮັດໃຫ້ມີຜົນກະທົບຕ່າງໆທັງຈາກໄພທຳມະຊາດ ແລະ ອື່ນໆ ເປັນເຫດໃຫ້ມີທັງເຂື່ອນແຕກ, ນ້ຳຖ້ວມ…
ໃນວັນທີ 17-18 ກັນຍາ 2020ທີ່ນະຄອນຫຼວງວຽງຈັນ ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະບໍ່ແຮ່ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ວຽກງານຄວາມປອດໄພຂອງເຂື່ນທົ່ວປະເທດຄັ້ງທີ 1 ຂຶ້ນ ຊຶ່ງເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ແລະ ຜູ້ອຳນວຍການ ກຸ່ມທະນາຄານໂລກ ປະຈຳ ສປປ ລາວ ທ່ານ Nicola PONTARA ໃນມື້ທຳອິດ ແລະມື້້ທີ 2 ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແບໍ່ແຮ່ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ 200 ກວ່າຄົນ.

ກອງປະຊຸມດັ່ງກ່າວ ແມ່ນເພື່ອເຜີຍແຜ່ ແລະ ແລກປ່ຽນນິຕິກຳ, ພາລະບົດບາດຂອງຂະແໜງການຕ່າງໆຂອງລົດ ທີ່ພົວພັນກັບການຄຸ້ມຄອງຄວາມປອດໄພຂອງເຂື່ອນ ເພື່ອໃຫ້ບັນດາຜູ້ປະກອບການໄດ້ຮັບຊາບ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດ, ຖອດຖອນບົດຮຽນ.
ຜົນການກວດກາດ້ານເຕັກນິກ, ການວິໄຈ ບັນດາບັນຫາຄວາມປອດໄພຂອງເຂື່ອນໃຫຍ່ ຈຳນວນ 54 ໂຄງການ ແລະ ເຂື່ອນນ້ອຍ ຈຳນວນ 71 ໂຄງການ ທີ່ໄດ້ຮັບການຊ່ວຍເຫຼືອດ້ານວິຊາການ ຈາກທະນາຄານໂລກ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ.
ໃນການດຳເນີນການຄຸ້ມຄອງຄວາມປດໄພຂອງເຂື່ອນ ແລະແຜນການໃນຕໍ່ນ້າ ລະຫວ່າງເຄື່ອນດ້ວຍກັນ, ເຂື່ອນຢູ່ອ່າງໂຕ່ງດຽວກັນ, ນັບທັງເຂື່ອນຜະລິດພະລັງງານເພື່ອຮັບໃຊ້ພາຍໃນ ແລະສົ່ງອອກຕ່າງປະເທດ, ຖອດຖອນບົດຮຽນທີ່ດີຈາກບັນດາເຂື່ອນຕ່າງໆ, ການແລກປ່ຍນປະສົບການໃນການບໍລິຫານຈັດການອ່າງນ້ຳຕິດພັນກັບວຽກງານຄວາມປອດໄພ, ຕ້ານຖ້ວມ, ຕ້ານແລ້ງ ຂອງແຕ່ລະເຄື່ອນໃນຊຸມປີຜ່ານມາ
ແລະ ການກະກຽມຄວາມພ້ອມໃນການວາງແຜນຮັບມືສຸກເສີນຂອງແຕ່ລະເຂື່ອນໃຫ້ມີຄວາມປອດໄພສູງສຸດ ແລະ ຫຼຸດຜ່ອນຜົນກະທົບ ທີ່ຈະຕາມມາຕໍ່ເສດຖະກິດ, ສິ່ງແວດລ້ອມ ແລະສັງຄົມ, ປຶກສາຫາລື ແລະກຳນົດແນວທາງ ເພື່ອສືບຕໍ່ວຽກງານກວດກາຄວາມປອດໄພຂອງເຂື່ອນທຢົ່ວປະເທດ ໄລຍະຕໍ່ໄປ ແລະການພັດທະນາວຽກງານການຄຸ້ມຄອງຄວາມປອດໄພຂອງເຂື່ອນຂອງລາວ ໂດຍການສືບຕໍ່ສະໜັບສະໜູນຂອງບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ແລະ ອື່ນໆ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ວຽງຈັນທາຍ.