ຈັດງານສັບປະດາຫັດຖະກໍາຊົນເຜົ່າສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ

SA Game

CRI

ກວ່າ 30 ຮ້ານເຂົ້າຮ່ວມໃນງານສັບປະດາຫັດຖະກໍາຊົນເຜົ່າຊ່ວງວັນ​ທີ່ 8-18 ກັນຍາ 2022 ທີ່ສູນການຄ້າພາກຊັນ

ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນໄດ້​ຈັດງານສັບປະດາຫັດຖະກໍາຊົນເຜົ່າ ຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 8-18 ກັນຍາ 2022, ໂດຍເປັນກຽດເຂົ້າຮ່ວມ ແລະ ຕັດແຖບຜ້າເປີດງານ ຂອງທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ທັງເປັນປະທານຄະນະທີ່ປຶກສາສະມາຄົມຫັດຖະກໍາລາວ ພ້ອມດ້ວຍພັນລະຍາການນໍາຂັ້ນສູງ, ທ່ານນາງ ອານິດ ສີວິໄຊ ຮອງປະທານ ບໍລິສັດ ມິສທີນ ກ້າວໜ້າລາວ ຈໍາກັດຜູ້ດຽວ ທັງເປັນປະທານ ສູນຝາກຂາຍໂອດັອບລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະແຂກຖືກເຊີນເຂົ້າຮ່ວມ.

ໂດຍເຫັນໄດ້ຄວາມໝາຍ ແລະຄວາມສຳຄັນຂອງງານສັບປະດາຫັດຖະກໍາຊົນເຜົ່າ, ພາກສ່ວນຫົວໜ່ວຍທຸລະກິດເປັນຕົ້ນແມ່ນພາກສ່ວນແຜ່ນແພ, ເຄື່ອງນຸ່ງຊົນເຜົ່າ,ເຄື່ອງປະດັບ, ເຄື່ອງຈັກສານ,ເຄື່ອງປັ້ນດິນເຜົາ, ຮູບແຕ້ມ ໄມ້ແກະສະຫຼັກ, ອາຫານສໍາເລັດຮູບ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແລະພາກສວ່ນທີ່ກ່ຽວຂ້ອງກັບຫັດຖະກໍາຊົນເຜົ່າ 30 ກວ່າຮ້ານໄດ້ເຂົ້າຮວ່ມໃນງານດັ່ງກ່າວນີ້.
SA Game
CRI
ທ່ານນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວໄດ້ກ່າວວ່າ: ກິດຈະກໍາຄັ້ງນີ້ຈັດຂື້ນເພື່ອຈຸດປະສົງຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດຫັດຖະກໍາຊົນເຜົ່າໃນ ສປປ ລາວ ໃນການຫາລາຍໄດ້ຊ່ວຍແມ່ຍິງ ແລະໃຫ້ສາມາດຂະ ຫຍາຍຕະຫຼາດໃຫ້ນັບມື້ນັບກວ້າງຂວາງ ແລະ ໃຫ້ມີໂອກາດນໍາເອົາຜະລິດຕະພັນຂອງຕົນອອກໄປສູ່ຕະຫຼາດສາກົນ.
ສະນັ້ນ, ບັນດາຫ້າງຮ້ານຫົວໜ່ວຍທຸລະກິດຫັດຖະກໍາຕ່າງໆທີ່ມາຮ່ວມວາງສະແດງຂາຍໃນຄັ້ງນີ້ເປັນການຍົກລະດັບດ້ານການວາງສະແດງແລະການຂາຍໃຫ້ໄດ້ມາດຕະຖານສາກົນເພື່ອຈະໄດ້ນໍາເອົາສິນຄ້ານີ້ໄປວາງສະແດງຂາຍຢູ່ໃນສາຂາສູນການຄ້າພາກຊັນໃນຕ່າງປະເທດ.
SA Game
CRI
ທ່ານນາງ ສຸວິຕາ ປະເສີດ ກ່າວຕື່ມວ່າ:ພາຍໃນງານນອກຈາກຈະໄດ້ຊົມການວາງສະແດງ ແລະຂາຍສິນຄ້າຫັດຖະກໍາຕ່າງໆ ມວນຊົນຍັງສາມາດເຂົ້າຮ່ວມກິດຈະກໍາຕ່າງໆເປັນຕົ້ນແມ່ນຜູ້ທີ່ມາຮ່ວມງານໃນແຕ່ລະມື້ສາມາດລົງທະບຽນເພື່ອຊີງຮັບລາງວັນ, ແຕ່ລະຮ້ານສາມາດຮັບລາງວັນຍອດນິຍົມແລະມີໂອກາດໄດ້ຮັບລາງວັນດີເດັ່ນໃນການຂາຍແລະມີການຈັດການວາງສະແດງຈາກອາສາສະໝັກຈາກຫຼາຍພາກສ່ວນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ:  CRI