ຈັດ​ງານພິທີທາງສາສະໜາຫຼໍ່ໝວກເຈົ້າອະນຸວົງ ທີ່ແຂວງໄຊສົມບູນ

SA Game

ອິນ​ໄຊ​ລາວ

ສ້າງ​ໃຫ້​ເປັນ​ແຫຼ່ງ​ທ່ອງ​ທ່ຽວ! ແຂວງໄຊສົມບູນ ຈັດພິທີທາງສາສະໜາ ເພື່ອເທທອງຫຼໍ່ໝວກເຈົ້າອະນຸວົງ

ເຈົ້າ​ອາ​ນຸ​ວົງ ຖື​ວ່າ​ເປັນ​ສັນ​ຍາ​ລັກ​ຂອງແຂວງໄຊສົມບູນ ແລະ ທາງ​ແຂວງໄຊສົມບູນເອງ​ກໍໄດ້ຈັດພິທີທາງສາສະໜາ ເພື່ອເທທອງຫຼໍ່ໝວກເຈົ້າອະນຸວົງ ເພື່ອເປັນການສ້າງສະຖານທີ່ແຫ່ງນີ້ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ຂອງແຂວງ ແລະ ລະນຶກເຖິງການເສຍສະຫຼະຂອງເຈົ້າອະນຸວົງ ເພື່ອພາລະກິດປົກປັກຮັກສາປະເທດຊາດ​ໃຫ້​ຊາວ​ເມືອງ​ອາ​ນຸ​ວົງ​ກໍ​ຄື​ປະ​ຊາ​ຊົນ​ລາວ​ທົ່ວ​ປະ​ເທດ​ໄດ້​ກ່າວ​ຂານ​ໄປ​ຕະ​ຫລອດ​ການ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ເດີ່ນສວນສາທາລະນະຖໍ້າເຈົ້າອະນຸວົງ ໂດຍເຂົ້າຮ່ວມພິທີໃນຄັ້ງນີ້ ມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍການນໍາແຂວງ ຕະຫຼອດຮອດບໍລິສັດຮັບເໝົາກໍ່ສ້າງ, ບໍລິສັດທີ່ປຶກສາ, ພຣະສົງ 3 ອົງ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ​ຈ່ຳ​ນວນ​ຫລວງ​ຫລາຍ ເຂົ້າຮ່ວມໃນ​ພິ​ທີ.

SA Game
ອິນ​ໄຊ​ລາວ

ກ່ອນດຳເນີນພິທີສູດປະລິຕະມຸງຄຸນ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ຍົກໃຫ້ເຫັນຄວາມໝາຍ-ສໍາຄັນຂອງການກໍ່ສ້າງອະນຸສາວະລີ ກໍຄືສວນສາທາລະນະຖໍ້າເຈົ້າອະນຸວົງ ແຫ່ງນີ້ ກໍເພື່ອໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ ຊາວແຂວງໄຊສົມບູນ.

ໂດຍສະເພາະແມ່ນໃຫ້ຄົນຮຸ່ນໃໝ່ ໄດ້ເຂົ້າໃຈ ແລະ ກໍາໄດ້ມູນເຊື້ອອັນດີງາມ ຂອງເຈົ້າອະນຸວົງ ແລະ ບັນດານັກຮົບປະຕິວັດ ທີ່ເຄີຍເສຍສະຫຼະເພື່ອພາລະກິດປົກປັກຮັກສາປະເທດຊາດ ກໍຄືແຂວງໄຊສົມບູນ ໃນໄລຍະທີ່ເພີ່ນເຄີຍມາພັກຜ່ອນຢູ່ຖໍ້າແຫ່ງນີ້ ແລະ ອີກຢ່າງໜຶ່ງ ກໍເພື່ອເປັນການສ້າງສະຖານທີ່ແຫ່ງນີ້ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມສວຍງາມ, ຄົງຄວາມເປັນທໍາມະຊາດ ແລະ ເຕັມໄປດ້ວຍຄວາມໝາຍທາງປະຫວັດສາດ.

SA Game
ອິນ​ໄຊ​ລາວ

ຈາກນັ້ນ ໄດ້ມີພິທີທາງສາສະໜາສູດປະລິຕະມຸງຄຸນ, ຢາດນໍ້າ ແລະ ສູດຖອດເທທອງຫຼໍ່ໝວກເຈົ້າອະນຸວົງ ເພື່ອເປັນສິລິມຸງຄຸນ, ສັກສິດ ແລະ ກາຍເປັນມິ່ງຂວັນ ຂອງຊາວແຂວງໄຊສົມບູນ ຕະຫຼອດໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ​ອິນ​ໄຊ​ລາວ.