ຄໍາວ່າ “ໝູ່” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໝູ່” ມີຄວາມໝາຍແນວໃດ?

ຄໍາວ່າ “ໝູ່” ໝາຍເຖິງໝູ່ເພື່ອນ ຫຼື ມິດສະຫາຍ ຊຶ່ງເປັນພວກ, ຈຸ້ມ, ຊຸມ ດຽວກັນ ຫຼື ເປັນທີ່ລຶ້ງແກ່ນລຶ້ງເຄີຍກັນ. ໝູ່ມີຫຼາຍແບບ ສະແດງອອກເຖິງຄວາມສໍາພັນແຕກຕ່າງກັນໄປ ດັ່ງ ໝູ່ເປັນໝູ່ຕາຍ ໝາຍເຖິງໃກ້ສິດ ກັນຫຼາຍສາມາດຕາຍແທນກັນໄດ້ ເປັນຕົ້ນຮັກແພງສະໜິດສະໜົມກັນແທ້ໆ, ໝູ່ກິນໝູ່ທ່ຽວ ໝາຍເຖິງໝູ່ມັກໄປຊຸມແຊວ ຫຼີ້ນກິນນໍາກັນ, ໝູ່ຄ້າຂາຍ ແມ່ນຄົນເຮັດການຄ້ານໍາກັນ, ໝູ່ບ້ານດຽວກັນ ໝາຍເຖິງໝູ່ທີ່ອາໃສຢູ່ບ້ານດຽວກັນ.

ນອກຈາກນີ້, “ໝູ່” ຍັງໝາຍເຖິງໝວດ ຫຼື ຄົນຈໍານວນຫຼາຍ (ໝວດໝູ່ ກໍ່ວ່າ) ໃນອາຊີບທະຫານ ແລະ ຕໍາຫຼວດ ລວມກັນຢູ່ ໝູ່ນ້ອຍກວ່າກອງຮ້ອຍ ແລະ ກອງພັນ ລວມທັງກອງພົນ. ໃນກອງຮ້ອຍໜຶ່ງ, ກອງ ພັນ, ກອງພົນມີຫຼາຍໝູ່ ຂຶ້ນກັບ ຫຼື ເປັນຂັ້ນການປົກຄອງນຶ່ງໃນການຈັດຕັ້ງດັ່ງກ່າວ ເພື່ອສະດວກໃນການຄຸ້ມຄອງຮັກສາ. “ໝູ່” ຍັງແມ່ນກຸ່ມ ໃຊ້ນັບສີ່ງທີ່ເປັນຈໍານວນຫຼາຍ ແລະ ຢູ່ໃກ້ຄຽງກັນ ເຊັ່ນ: ໝູ່ບ້ານ, ໝູ່ຝຸງສັດ, ໝູ່ຄົນ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໝູ່”.

“ໝູ່” (1. ຄໍານາມ) ພວກ, ໝວດ, ຈຸ້ມ, ຊຸມ.

ຕົວຢ່າງ:

  • ມື້ວານນີ້ ໝູ່ມາຊຸມແຊວຢູ່ເຮືອນ ມີທັງໝູ່ສະໜິດ ແລະ ໝູ່ເຮັດຄ້າເຮັດຂາຍນໍາກັນ ຊຶ່ງບາງຄົນ ບໍ່ສາມາດເຂົ້າກັນດີ.
  • ຂ້ອຍແມ່ນທະຫານ ສັງກັດຢູ່ໝູ່ 1, ກອງຮ້ອຍທີ 2, ກົມສື່ສານ, ກະຊວງປ້ອງກັນປະເທດ.
  • ໝູ່ບ້ານຂ້ອຍເປັນກຸ່ມບ້ານໃຫຍ່ມີທັງໝົດ 8 ບ້ານ ລວມມີພົນລະເມືອງຫຼາຍພັນຄົນ ແລະ ເຮັດອາຊີບແຕກຕ່າງກັນໄປ.

ສະຫຼຸບ.

ຄໍາວ່າ “ໝູ່” ແມ່ນເພື່ອນ, ມິດສະຫາຍ ຊຶ່ງເປັນພວກ, ເປັນຈຸ້ມ, ເປັນຊຸມ ໄປມາຫາສູ່ ລຶ້ງເຄີຍກັນ. ໝູ່ມີຄວາມສໍາພັນແບ່ງເປັນຫຼາຍລະດັບ ຕາມຄວາມສະໜິດສະໜົມຮັກແພງກັນ. “ໝູ່” ກົງກັນຂ້າມກັນ “ສັດຕູ”. ນອກຈາກນີ້, “ໝູ່” ແມ່ນໝວດ ຊຶ່ງເປັນການເອີ້ນຂັ້ນການຈັດຕັ້ງໜຶ່ງໃນອາຊີບທະຫານ ແລະ ຕໍາຫຼວດ. ໝູ່ມີຄົນຫຼາຍຄົນລວມກັນຢູ່ ແຕ່ນ້ອຍກວ່າກອງຮ້ອຍ, ກອງພັນ ແລະ ກອງພົນ. “ໝູ່” ຍັງແມ່ນກຸ່ມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo