ຄໍາວ່າ “ແທງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

DooDiDo
ອະທິບາຍຄໍາວ່າ “ແທງ” ມີຄວາມໝາຍແນວໃດ?
ຄໍາວ່າ “ແທງ” ໝາຍເຖິງການທີ່ສິ່ງໃດສິ່ງນຶ່ງປັກເຂົ້າ ຫຼື ສຽບໃສ່ສິ່ງອື່ນ ເຮັດໃຫ້ເປັນຮູຊອດ, ຈີກ ຫຼື ຄາໄວ້ ເຊັ່ນ: ແທງດັງຄວາຍດ້ວຍເຫຼັກຊີ, ແທງປາດ້ວຍແຫຼມສັກປາ, ສຽບປີ້ງເອັນດ້ວຍການໄມ້ແຫຼມແທງຊີ້ນ ໃຫ້ຊອດເທື່ອລະຕ່ອນ, ແທງເອົາເລືອດໝູ, ແທງເອົາເລືອດງົວ, ແທງສັດດ້ວຍຫອກດ້ວຍຫຼາວ, ບ່ອງຫູດ້ວຍອຸປະກອນສະເພາະແທງໃບຫູໃຫ້ຊອດ, ນັກເລງແທງກັນດ້ວຍມີດ. “ແທງ” ເປັນຄໍາກົງກັນຂ້າມກັບຖອດ ຫຼື ດືງອອກ. ຍົກເວັ້ນແທງສະນຸກເກີ ຊຶ່ງເປັນການຕີ ຫຼື ເອົາໄມ້ດ້າມສະນຸກຕີໝາກສະນຸກເກີ.
ນອກຈາກນີ້, “ແທງ” ຍັງໝາຍເຖິງການສ່ຽງທວຍ ຫຼື ສ່ຽງດວງ ໃນການຫຼີ້ນພະນັນຢ່າງໃດຢ່າງນຶ່ງຂອງ ຄົນເຮົາ ເຊັ່ນ: ແທງຫວຍແທງເບີ, ແທງປູປານໍ້າເຕົ້າ, ແທງສູງແທງຕໍ່າ, ແທງບານເຕາະ, ແທງບານຕີ, ແທງມ້າແຂ່ງ, ແທງລົດແຂ່ງ ເປັນຕົ້ນ. ສໍາລັບຄົນທີ່ແທງຊະນະ ຫຼື ແທງຖືກຈະໄດ້ເງິນພະນັນ ແຕ່ຖ້າ ແທງບໍ່ຖືກແມ່ນຕ້ອງໄດ້ເສຍພະນັນ ຕາມທີ່ເດີມພັນກັນໄວ້. ແຕ່ຖ້າຄໍາວ່າ “ລາຍແທງ” ໝາຍເຖິງຂໍ້ຄວາມ ທີ່ເປັນປິດສະໜາແຝງຄໍາຕອບບອກແຫຼ່ງຂຸມຊັບ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:
ຄຳວ່າ “ແທງ”.
“ແທງ” (1. ຄໍາກິລິຍາ) ເອົາຂອງແຫຼມສຽບເຂົ້າໄປ, ທວຍ, ຄະເນ ດັ່ງ ເອົາເງິນໃສ່ຕາມເສັ້ນໝາຍ ໃນການພະນັນ ຄືແທງຖົ່ວເປັນຕົ້ນ.
ຕົວຢ່າງ:
- ຕໍາຫຼວດໄດ້ຈັບນັກເລງທີ່ຕີກັນຈົນເຮັດໃຫ້ມີຄົນບາດເຈັບສາຫັດ ຍ້ອນຖືກແທງດ້ວຍມີດກ່ອນນໍາສົ່ງ ໂຮງໝໍ.
- ຄົນສະໄໝກ່ອນແທງດັງຄວາຍດ້ວຍເຫຼັກຊີແດງ ເອີ້ນແທງເຄົາ, ຈາກນັ້ນຈິ່ງເອົາເຊືອກມາສອດມັດ ຫ້ອຍໄວ້ ເພື່ອສະດວກໃນການລ້ຽງ.
- ທ້າວສີເສຍພະນັນບານຈົນໝົດຕົວ ເພາະແທງເອົາທີມທີ່ບໍ່ຊະນະເນື່ອງຈາກມີການວິເຄາະຜິດພາດ.
ສະຫຼຸບ.
ຄໍາວ່າ “ແທງ” ແມ່ນການທີ່ແນວໃດແນວນຶ່ງປັກສຽບເຂົ້າສິ່ງອື່ນ ເຮັດໃຫ້ຊອດເປັນຮູ, ຈີກ ຫຼື ຄາໄວ້. ເປັນຄໍາກົງກັນຂ້າມກັບຖອດອອກ ຫຼື ດືງອອກ. ນອກຈາກນີ້, “ແທງ” ຍັງແມ່ນການສ່ຽງດວງ ຫຼື ສ່ຽງ ທວຍ ດ້ວຍການຫຼີ້ນພະນັນຢ່າງໃດຢ່າງນຶ່ງທີ່ເຮົາຕັ້ງຂຶ້ນມາ ເຊັ່ນ: ແທງປູປານໍ້າເຕົ້າ, ແທງບານເຕາະ ເປັນຕົ້ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo