ຄໍາວ່າ “ແຊງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຊງ” ມີຄວາມໝາຍແນວໃດ?

ຄໍາວ່າ “ແຊງ” ແມ່ນຫຍ້າລໍາແຂງຈໍາພວກນຶ່ງ ລໍາຄ້າຍຕົ້ນອໍ້ ມັກເກີດຢູ່ບ່ອນນໍ້າຖ້ວມ ຫຼື ແຄມຕາຝັ່ງ ເຊັ່ນ ດອນຕ່າງໆຕາມລໍາແມ່ນໍ້າຂອງ, ແຄມແມ່ນໍ້າ ແລະ ລໍາເຊທົ່ວໄປ. “ແຊງ” ຍັງແມ່ນຊື່ພວງໝາກ ໄມ້ ຫຼື ດອກໄມ້ ເຊັ່ນ: ແຊງໝາກພ້າວ, ແຊງໝາກຕານ, ແຊງໝາກຕາວ, ແຊງໝາກປາມ, ແຊງໝາກໄຟ, ແຊງ ດອກເຜີ້ງ ເປັນຕົ້ນ ເວົ້າໂດຍລວມແລ້ວແມ່ນພວງໝາກໄມ້ ແລະ ດອກໄມ້ ທີ່ມີຂວັ້ນໃຫຍ່ອັນເປັນອັນດຽວ ກັນແຕ່ແຕກອອກເປັນຂວັ້ນນ້ອຍໆຫຼາຍອັນແຍກອອກມາອີກ. “ແຊງ” ຍັງໝາຍເຖິງລວດລາຍຂອງແພ ຫຼື ຜ້າທີ່ຕໍ່າ ແລະ ທໍໂດຍຫູກ ເຊິ່ງຫູກທີ່ເຮັດເອີ້ນກັນວ່າ ແຊງຫູກ ເປັນການຮູບແບບທີ່ເຮັດກັນມາຕັ້ງແຕ່ບູ ຮານ.

ນອກຈາກນີ້, “ແຊງ” ຍັງໝາຍເຖິງຄົນທີ່ເປັນພີ່ນ້ອງ, ສະກຸນທີ່ເກີດໃນເຊື້ອເຜົ່າພົງພັນ ຫຼື ເຊື້ອສາຍດຽວ ກັນ ເປັນເຄືອຍາທາງສາຍເລືອດດຽວກັນ ເຊັ່ນ: ຕະກຸນລາວ-ໄຕ, ຕະກຸນມອນ-ຂະແມ ຊຶ່ງໃນແຕ່ລະ ຕະກຸນມັກແບ່ງເປັນແຊງຍ່ອຍໆ ຫຼື ຫຼາຍໆສະກຸນອອກໄປ ທັງນີ້ແມ່ນຍ້ອນການເຄື່ອນຍ້າຍ ເພື່ອທໍາມາ ຫາກິນ ແລະ ໜີເສີກສົງຄາມ ຕາມການເວລາ ເຮັດໃຫ້ຄົນມີປະຊາກອນຂະຫຍາຍຕົວ ແລະ ແບ່ງອອກ ເປັນແຊງຕ່າງໆ ເຊັ່ນດຽວກັບນາມສະກຸນ ຫຼື ແສ້ ນັ້ນເອງ.

SA Game
DooDiDo

ພ້ອມນັ້ນ, “ແຊງ” ຍັງໝາຍເຖິງແຊງຂຶ້ນໄປ ຫຼື ລ່ວງໜ້າໄປກ່ອນ ຫຼື ຊ່ວງຂຶ້ນໄປໜ້າ ເຊັ່ນ: ລົດແຊງກັນ, ແຊງລົດ, ແຊງເຮືອ, ການແຂ່ງຂັນແຊງກັນ ໄປແຊງກັນມາ, ແຊງຂຶ້ນແຊງລົງ, ແຊງໄປໜ້າເລື້ອຍໆ, ແຊງເຂົ້າມາສັບປົນຢູ່ຫວ່າງກາງຂະບວນ ແລະ ອື່ນໆ. “ແຊງ” ຍັງແມ່ນການສັບປົນ, ສັບຫວ່າງ ຊຶ່ງເຮົາມັກໄດ້ຍີນຄໍາວ່າແຊກແຊງຈາກພາຍນອກ, ໜໍ່ໄມ້ ແຊງຂຶ້ນຢູ່ຫວ່າງລໍາ, ແຊງກັນໄວ້ ເປັນຕົ້ນ. ແຊງໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍເປັນຢ່າງໃໝ່ເຊັ່ນ: ນົກຊຸມແຊງ “ເຕັນຕ່ອງແຕ້ ຄໍກ້ຽວ ກ່ານແຊງ”, ນົກແຊງແຊວ, ນາແຊງ, ໝາກລະແຊງ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແຊງ”.

“ແຊງ” (1. ຄໍານາມ) ພືດຢ່າງນຶ່ງຈໍາພວກຫຍ້າລໍາແຂງມັກເກີດຕາມບ່ອນນໍ້າຖ້ວມ. ຊື່ຂອງໝາກໄມ້ ຫຼື ດອກໄມ້ ທີ່ມີຂວັ້ນໃຫຍ່ອັນດຽວກັນແລ້ວມີຂວັ້ນນ້ອຍຕໍ່ກັບໜ່ວຍ ຫຼື ດອກແຍກອອກມາອີກຕ່າງຫາກ ດັ່ງ ແຊງ ໝາກພ້າວ, ແຊງໝາກຕານ ເປັນຕົ້ນ. ລາຍແຜ່ນແພຕ່າງໆ. ແບບຢ່າງລວດລາຍໃນແຜ່ນແພ. ເຊື້ອແນວ, ພົງພັນ. (2. ຄໍາກິລິຍາ) ຊ່ວງຂຶ້ນໄປໜ້າ. ເຂົ້າມາສັບປົນຢູ່ຫວ່າງກາງ. (2. ຄໍາກິລິຍາວິເສດ) ສັບປົນ, ສັບຫວ່າງ. ນົກຊຸມແຊງ “ເຕັນຕ່ອງແຕ້ ຄໍກ້ຽວກ່ານແຊງ”

ຕົວຢ່າງ:

  • ວານນີ້ໄປຍ່າງຫຼີ້ນແຄມທ່າເຫັນຕົ້ນແຊງຂຶ້ນຢູ່ກາງດອນ ປົນກັບຕົ້ນໄຄ້ ເຮັດໃຫ້ວິວງາມຕາໄປອີກ ແບບນຶ່ງ.
  • ປີນີ້ໝາກພ້າວດົກຫຼາຍ ອອກຫຼາຍສິບແຊງ ຫ້ອຍເຕັມຕົ້ນ ແຕກຕ່າງຈາກປີກ່ອນມີພຽງສອງສາມ ແຊງ.
  • ຂັ້ນຕອນການເຮັດແຊງຫູກແມ່ນຕ້ອງມີຄວາມເອົາໃຈໃສ່ພໍສົມຄວນ ແລະ ຕ້ອງໄດ້ມີການຄິດໄລ່ ຄັກແນ່ ເພື່ອໃຫ້ລາຍແຜ່ນແພອອກມາຕາມແບບທີ່ຕ້ອງການ.
  • ຊົນເຜົ່າໃນລາວແມ່ນມີຫຼາກຫຼາຍເຜົ່າ ບາງເຜົ່າຍັງແຍກອອກເປັນຫຼາຍແຊງອີກ ຊຶ່ງແຕ່ລະແຊງ ມີຄວາມແຕກຕ່າງກັນ ແລະ ມີຈຸດຄືກັນອີກດ້ວຍ.
  • ລົດແຊງກັນໄວຫຼາຍວັນນີ້ຈົນເຮັດໃຫ້ເກີດອຸບັດຕິເຫດ ແລະ ມີຄົນບາດເຈັບໜັກ ເຫັນລົດກູ້ໄພ ມາຮັບ.
  • ຕົ້ນໄມ້ນ້ອຍຢູ່ແຄມຮົ້ວແຊງກັນສູງຂຶ້ນເພື່ອຍາດແສງແດດເຮັດໃຫ້ຮົ້ວຮົກ ແລະ ເປັນຕາຕັດແຕ່ງ ຄືນໃໝ່.

ສະຫຼຸບ.

ຄໍາວ່າ “ແຊງ” ໝາຍເຖິງຫຍ້າລໍາແຂງພວກນຶ່ງ ຊຶ່ງມັກປະກົດເຫັນ ແລະ ເກີດຢູ່ຕາມບ່ອນນໍ້າມັກຖ້ວມ ໂດຍສະເພາະແມ່ນລໍານໍ້າຕ່າງໆ. “ແຊງ” ຍັງແມ່ນຊື່ພວງໝາກໄມ້ ຫຼື ດອກໄມ້ ມີຂວັ້ນໃຫຍ່ຂວັ້ນນື່ງ ແລະ ມີພວງ ຫຼື ຂວັ້ນນ້ອຍຕໍ່ກັບໜ່ວຍ ຫຼື ດອກແຍກອອກມາອີກຕ່າງຫາກຫຼາຍໆພວງ. “ແຊງ” ຍັງ ໝາຍເຖິງແຊງຫູກ ເວລາທໍຜ້າເປັນແພ ຫຼື ແຜ່ນແພລາຍຕ່າງໆກັນອອກໄປຕາມການອອກແບບ. “ແຊງ” ຍັງໝາຍເຖິງເຊື້ອແນວ, ເຊື້ອສາຍລາຍລ່ອງ ຫຼື ເຜົ່າພົງພັນຂອງຄົນເຮົາ. “ແຊງ” ຍັງແມ່ນການລ່ວງ ຫຼື ກາຍຂຶ້ນໄປໜ້າ. ແມ່ນການແຊກແຊງເຂົ້າມາສັບປົນຢູ່ຫວ່າງກາງ ຫຼື ສັບຫວ່າງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo