ຄໍາວ່າ ເສັຍ ແລະ ເສຍ ມີຄວາມໝາຍແນວໃດໃນພາສາລາວ?

DooDiDo
ອະທິບາຍພາສາລາວຄວາມໝາຍຂອງຄໍາວ່າ ເສັຍ ແລະ ເສຍ.
ຄວາມຫຼາກຫຼາຍຂອງພາສາລາວ ບາງເທື່ອກໍ່ເຮັດໃຫ້ສັບສົນທັງວິທີການຂຽນ, ການເວົ້າ ແລະ ການແປຄວາມໝາຍບາງເທື່ອຄໍາສັບໜຶ່ງກໍ່ແປໄດ້ຫຼາຍຄວາມໝາຍ ຈົນເຮັດໃຫ້ຈໍາແນກບໍ່ໄດ້ວ່າຄວນໃຊ້ຄໍາໃດຈຶ່ງຈະຖືກຕ້ອງ ພ້ອມດຽວກັນນັ້ນ ມັນກໍ່ມີຫລາຍໆຄຳທີ່ອອກສຽງຄ້າຍຄືກັນ ລວມທັງຄວາມໝາຍກໍໃກ້ຄຽງກັນ.
ບົດຄວາມຕອນນີ້ ເຮົາຈະມາເວົ້າເຖິງຄວາມໝາຍຂອງຄໍາສັບພາສາລາວກໍ່ຄືຄໍາວ່າ ເສັຍ ແລະ ເສຍ ສອງຄໍານີ້ຂຽນຕ່າງກັນ ແຕ່ວ່າອ່ານອອກສຽງຄືກັນ, ແລ້ວທາງດ້າຄວາມໝາຍຂອງມັນເດ ມີຄວາມຄ້າຍຄືກັນ ຫຼື ແຕກຕ່າງກັນແນວໃດ.
ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:

ຄຳວ່າ ເສັຍ.
ເປັນຄໍາກໍາມະ ໝາຍເຖິງ ເອົາສຽມ, ພ້າ, ມີດ, ຈົກ… ຕັດ ຫຼື ຖາງ ຫຍ້າໃຫ້ແປນ.
ຕົວຢ່າງ:
ສວນຜັກຢູ່ຫຼັງບ້ານຄືວ່າຮົກເຮື້ອແທ້, ຖ້າຢາກໃຫ້ຜັກງາມກໍ່ໝັ່ນເສັຍຫຍ້າໃຫ້ມັນແດ່.
ພໍ່ເຖົ້າລຸກມາເສັຍຫຍ້າເດີ່ນບ້ານແຕ່ເຊົ້າ ເພິ່ນວ່າຫຍ້າຕຶບຫຼາຍຢ້ານມີງູ.
ຄຳວ່າ ເສຍ.
ເປັນຄໍາກຳມະ ໝາຍເຖິງ ຫາຍໄປ, ບໍ່ເຫັນ, ຂາດ, ໃຊ້ບໍ່ໄດ້, ໝົດເປືອງ ແລະ ຖ້າປະສົມກັບຄໍາອື່ນຈະມີຄວາມ ໝາຍແຕກຕ່າງອອກໄປ ເຊັ່ນ: ເສຍຫາຍ ໝາຍເຖິງ ເສຍໄປ, ສູນໄປ, ບໍ່ຍັງເຫຼືອ.
ຕົວຢ່າງ:
ແມ່ເຖົ້າຂອງລາວເສຍໄດ້ 3 ປີ ແລ້ວ.
ກະເປົາເງິນຂອງນາງແກ້ວເສຍຕອນລາວໄປທ່ຽວທະເລກັບໝູ່ມື້ວານນີ້.
ເສຍການ ໝາຍເຖິງ ເຮັດໃຫ້ການງານຢຸດສະງັກ, ເຮັດໃຫ້ເສຍວຽກ.
ຕົວຢ່າງ:
ທ້າວກິ ເປັນຄົນມັກດຶ່ມເຫຼົ້າເມົາສຸລາ ຈົນເຮັດໃຫ້ເສຍການເສຍງານ.
ເສຍກົນ ໝາຍເຖິງ ເສຍທ່າ, ພາດພັ້ງໄປ, ເພາະບໍ່ຮູ້ເຖິງເຖິງເລ່ຫຼ່ຽມຂອງເຂົາ.
ຕົວຢ່າງ:
ທ້າວກົບ ໄດ້ໂອນເງິນໃຫ້ແມ່ຄ້າຂາຍເຄື່ອງອອນໄລ ແຕ່ບໍ່ໄດ້ຮັບສິນຄ້າທີ່ສັ່ງຊື້ນັ້ນ, ໝາຍຄວາມວ່າ ທ້າວກົບເສຍທ່າໃຫ້ພວກຕົ້ມຕຸ໋ນແລ້ວ.
ເສຍໃຈ ໝາຍເຖິງ ບໍ່ຖືກໃຈ, ບໍ່ພໍໃຈ, ຜິດໃຈ.
ຕົວຢ່າງ:
ນາງນ້ອຍ ເສຍໃຈຫຼາຍທີ່ລາວເສັງຕົກ ຍ້ອນລາວບໍ່ຕັ້ງໃຈຮຽນ.
ເສຍໜ້າ ໝາຍເຖິງ ເຮັດໃຫ້ຕົນເອງເສຍກຽດສັກສີ, ເຮັດໃຫ້ຄົນບໍ່ນັບຖື.
ຕົວຢ່າງ:
ພໍ່ ແລະ ແມ່ ອົບຮົມບົ່ມສອນລູກໃຫ້ເປັນຄົນຄໍາຮູ້ຜູ້ດີ ແລ້ວເປັນຫຍັງລູກຈຶ່ງເຮັດໃຫ້ພໍ່ແມ່ເສຍໜ້າໂດຍການລັກໂຕນໜີໂຮງຮຽນ?
ສະຫຼຸບ.
ເສັຍ ແລະ ເສຍ ສອງຄໍານີ້ອອກສຽງຄືກັນ ແຕ່ວ່າມີຄວາມໝາຍທີ່ແຕກຕ່າງກັນຢ່າງເຫັນໄດ້ຊັດ. ສະນັ້ນ, ຂໍ້ຄວນລະວັງກໍ່ແມ່ນຕ້ອງເບິ່ງຕາມຮູບປະໂຫຍກຂອງມັນໃຫ້ລະອຽດ ເພື່ອຫຼີກລ່ຽງຄວາມຜິດພາກໃນການໃຊ້.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo