ຄໍາວ່າ “ເວລາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

DooDiDo
ອະທິບາຍຄໍາວ່າ “ເວລາ” ມີຄວາມໝາຍແນວໃດ?
ຄໍາວ່າ “ເວລາ” ໝາຍເຖິງຄາວໃດຄາວໜຶ່ງ ຫຼື ຄັ້ງໃດຄັ້ງໜຶ່ງ ຊຶ່ງສະແດງເຖິງພຶດຕິກໍາການກະທໍາຂອງຄົນ ຫຼື ສັດ ເຊັ່ນ: ເວລາເຮັດອັນໃດອັນໜຶ່ງ, ເວລາຫຼີ້ນກິລາ, ເວລາເຮັດວຽກຢູ່ໃຫ້ຕັ້ງໃຈ, ເວລາຮຽນໃຫ້ຟັງຄູ, ເວລາກິນເຂົ້າ, ເວລາອາບນໍ້າ, ເວລາຟັງເພັງ, ເວລາອອກແຮງງານ, ເວລາແຕ່ງກິນ, ເວລາເດີນທາງ, ເວລາພັກຜ່ອນຫ້າມນັນ, ເວລາໃຈຮ້າຍ, ເວລາອະທິບາຍໃຫ້ຟັງ ແລະ ອື່ນໆ.
ນອກຈາກນີ້, “ເວລາ” ຫຼື ການເວລາ ຍັງໝາຍເຖິງການກໍານົດ, ການວັດແທກຄວາມດົນ ຫຼື ສັ້ນ ຊຶ່ງມະນຸດເຮົາໄດ້ຕັ້ງຂຶ້ນມາ ໂດຍອີງໃສ່ທໍາມະຊາດທີ່ເຫັນ ຫຼື ເກີດຂຶ້ນ ເພື່ອນໍາມາເປັນຫົວໜ່ວຍວັດແທກເວລາ ເຊັ່ນ: ວິນາທີ, ນາທີ, ຊົ່ວໂມງ, ມື້, ເຄີ່ງມື້, ວັນ, ເດືອນ, ປີ ເປັນຕົ້ນ. ໂດຍສະເລ່ຍ ປີໜຶ່ງມີ 365 ວັນ, ເດືອນໜຶ່ງມີ 30 ວັນ, ອາທິດໜຶ່ງມີ 7 ວັນ, ວັນໜຶ່ງມີ 24 ຊົ່ວໂມງ, ໜຶ່ງຊົວໂມງມີ 60 ນາ ທີ, ໜຶ່ງນາທີມີ 60 ວິນາທີ. ພ້ອມນັ້ນ, ຍັງມີການວັດເວລາດ້ວຍຢ່າງອື່ນອີກ ດັ່ງ ຊົວຄົນໜຶ່ງ, ອາຍຸຄົນຊົ່ວໜຶ່ງ, ເຊັ່ນໜຶ່ງ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:
ຄຳວ່າ “ເວລາ”.
“ເວລາ” (1. ຄໍານາມ) ຄາວ, ຄັ້ງ, ສະໄໝ, ເທື່ອ, ຊົ່ວໂມງ, ໂອກາດ, ຍາມ, ວັນ, ເດືອນ, ປີ..
ຕົວຢ່າງ:
- ຄູບອກລູກສິດວ່າ ເວລາຄູສອນແມ່ນໃຫ້ເອົາໃຈໃສ່ເບີ່ງວິທີການ ແລະ ເວລາບໍ່ເຂົ້າໃຈໃຫ້ຖາມ ເພື່ອໃຫ້ເຂົ້າໃຈ.
- ເວລາເຖົ້າແກ່ສະລາ ຫຼາຍຄົນມັກຈົ່ມເຖິງຄາວຍັງໜຸ່ມນ້ອຍວ່າເສຍດາຍເວລາ ເພາະຍັງບໍ່ໄດ້ເຮັດຫຍັງຫຼາຍຢ່າງ.
- ໃນມື້ໜຶ່ງ ມີເວລາຢູ່ 24 ຊົ່ວໂມງ, ໂດຍທົ່ວໄປເຮັດວຽກ 8 ຊົ່ວໂມງ, ຮຽນ 8 ຊົ່ວໂມງ, ພັກຜ່ອນ 8 ຊົ່ວໂມງ.
ສະຫຼຸບ.
ຄໍາວ່າ “ເວລາ” ແມ່ນຄາວໜຶ່ງ ຫຼື ຄັ້ງໜຶ່ງ ເປັນການສະແດງເຖິງກະທໍາຂອງຄົນ ຫຼື ສັດ. ນອກຈາກນີ້, “ເວລາ” ແມ່ນການກໍານົດ, ການວັດແທກຄວາມດົນ, ເຫິງນານ ຫຼື ສັ້ນ, ຈໍ້ ດ້ວຍການສ້າງຫົວໜ່ວຍຂຶ້ນມາວັດ ເຊັ່ນ: ວິນາທີ, ນາທີ, ຊົ່ວໂມງ, ວັນ, ເດືອນ, ປີ ເປັນຕົ້ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo