ຄໍາວ່າ “ເມຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເມຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ເມຍ” ໝາຍເຖິງພັນລະຍາ ຊຶ່ງເປັນຄູ່ຊີວິດຂອງຜົວ, ເປັນຄູ່ຮ່ວມຢູ່ຮ່ວມກິນນໍາຜົວ, ເປັນຮ່ວມຫຼັບນອນນໍາຜົວ, ເປັນຄູ່ຮ່ວມສ້າງສານໍາຜົວ ແລະ ເຮັດກິດຈະກໍາຕ່າງໆຮ່ວມກັນ ລວມທັງມີລູກຮ່ວມກັນ (ຍົກ ເວັ້ນເອົາລູກບໍ່ໄດ້) ພາຍຫຼັງແຕ່ງດອງ ຫຼື ແຕ່ງງານ (ສົມລົດ ກໍວ່າ) ຕາມປະເພນີ ຫຼື ຈົດທະບຽນສົມລົດຖືກຕ້ອງຕາມກົດໝາຍ. ຄໍາວ່າເມຍ ໃຊ້ເວົ້າຄູ່ກັບ ຄໍາວ່າຜົວ ຊຶ່ງເປັນເພດກົງກັນຂ້າມກັນ.

ອີງຕາມກົດໝາຍ ໃນປະເທດລາວ ອະນຸຍາດໃຫ້ເອົາ ເມຍ  ໄດ້ພຽງ 1 ຄົນ ໝາຍເຖິງຜູ້ທີ່ແຕ່ງງານ ຫຼື ຈົດທະບຽນສົມລົດກັນຖືກຕ້ອງຕາມກົດໝາຍ. ແຕ່ໃນຄວາມເປັນຈິງຂອງສັງຄົມເຫັນວ່າບາງຄົນໃນບາງເຜົ່າຊົນຍັງເຮັດຕາມປະເພນີດັ່ງເດີມ ຊຶ່ງອາດຈະເອົາສອງ ຫຼື ຫຼາຍກວ່ານັ້ນ, ເຖິງຢ່າງກໍດີເມຍຄົນທໍາອິດ ຫຼື ເມຍກົກ ເອີ້ນ ເມຍຫຼວງ ຫຼື ເມຍໃຫຍ່. ສ່ວນຄົນທີ່ສອງຂຶ້ນໄປ ເຖິງຈະເອົາແບບປິດລັບ ຫຼື ເປີດເຜີຍ ເອີ້ນ ເມຍນ້ອຍ ຄືກັນ. (ໃນກໍລະນີ ເມຍຜູ້ທີ 1 ເສຍຊີວິດ ແລະ ຜົວໄປເມຍໃໝ່ຖືກຕ້ອງຕາມກົດໝາຍ ບໍ່ເອີ້ນ ເມຍນ້ອຍ)

ຄໍາວ່າ “ເມຍ”
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເມຍ”.

ເມຍ (1. ຄໍານາມ) ຍິງຜູ້ຮ່ວມກິນຮ່ວມນອນກັບຜູ້ຊາຍ, ຍິງຜູເປັນຄູ່ສ້າງຄູ່ສົມກັບຊາຍ.

ຕົວຢ່າງ:

  • ເມຍເຈົ້າຊີວິດ ເອີ້ນ ລາຊະນີ ຊຶ່ງເປັນບຸກຄົນຊົງກຽດ ຖືໄດ້ວ່າເປັນສັດຕຼີ ນໍາເບີໜຶ່ງຂອງຊາດ ນັ້ນໆ.
  • ເມຍຂ້າພະເຈົ້າເປັນຄົນຮັກລູກຮັກຜົວ ແລະ ແຕ່ງກິນແຊບຫຼາຍ ພ້ອມທັງເປັນຄົນໃຈດີ ບໍ່ມັກເວົ້າ ຂວັນຜົວ ສົມວ່າເປັນຄູ່ສ້າງຄູ່ສາ.

ສະຫຼຸບ.

ເມຍ ແມ່ນພັນລະຍາຂອງຜົວ ພາຍຫຼັງແຕ່ງດອງ ຫຼື ແຕ່ງງານກັນ ໄດ້ມາຢູ່ກິນ, ສ້າງເຮືອນຊານບ້ານຊ່ອງ, ສ້າງເສດຖະກິດນໍາຜົວ ແລະ ມີລູກນໍາກັນ. ຄໍາວ່າເມຍ ໃຊ້ເວົ້າຄູ່ກັບ ຄໍາວ່າຜົວ ແຕ່ເປັນເພດກົງກັນຂ້າມກັນ. ເມຍ ຖືກເອີ້ນຕາມສະຖານະມາກ່ອນຫຼັງ ດັ່ງ ເມຍຫຼວງ ຫຼື ເມຍໃຫຍ່ (ເມຍຖືກຕ້ອງຕາມກົດໝາຍ), ເມຍນ້ອຍ ຫຼື ເມຍເກັບ (ເມຍຜູ້ທີສອງຂຶ້ນໄປ ຊຶ່ງບໍ່ຖືກຕ້ອງຕາມກົດໝາຍ).

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ