ຄໍາວ່າ “ຮີດ” ແລະ “ຄອງ” ມີຄວາມໝາຍຄືກັນ ແລະ ຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຮີດ” ແລະ “ຄອງ”

ຄໍາວ່າ “ຮີດ” ແລະ “ຄອງ” ແມ່ນມີຄວາມໝາຍຕ່າງກັນຫຼາຍຢ່າງ. ແຕ່ໃນບົດນີ້ຈະຍົກກໍລະນີທີ່ມີຄວາມໝາຍໃກ້ຄຽງກັນ. ເພາະ “ຮີດ” ແລະ “ຄອງ” ເມື່ອເຮົາເອົາມາລວມກັນກໍເປັນຄຳວ່າ “ຮີດຄອງ” ຊຶ່ງເປັນທີ່ມັກເອີ້ນຕິດປາກ ກັນແຜ່ຫຼາຍ ອັນໝາຍເຖິງວ່າແມ່ນ “ແນວທາງການປະພຶດປະຕິບັດທີ່ສືບທອດກັນມາເປັນເວລາດົນນານ” ພາຍຫຼັງ ທີ່ເຈົ້າຟ້າງຸ່ມ ໄດ້ກຳນົດຂຶ້ນ ພາຍຫຼັງທີ່ທ້ອນໂຮມບັນດາຫົວເມືອງລາວເຂົ້າເປັນອານາຈັກລ້ານຊ້າງ ຈຸດປະສົງກໍແມ່ນເພື່ອໃຫ້ປະຊາຊົນທີ່ເຊື່ອຖືຜີສາງນາງໄມ້ທີ່ງົມງວາຍໃຫ້ມານັບຖືສາສະໜາພຸດ ໂດຍມີແນວທາງປະຕິບັດ ຄື ຮີດສິບສອງຄອງສິບສີ່ແທນ, ເພື່ອໃຫ້ເຂົ້າໃຈຫຼາຍຂຶ້ນກວ່າເກົ່າ ເຮົາມາເບີ່ງນໍາກັນດັ່ງນີ້:

ຄຳວ່າ “ຮີດ” ແມ່ນສິ່ງທີ່ໄດ້ເຮັດ ຫຼື ປະເພນີປະຕິບັດ ຫຼື ທໍານຽມທີ່ເຄີຍເຮັດມາຫຼາຍລຸ້ນຄົນ ຖືໄດ້ວ່າເປັນວັດທະ ນາທໍາຂອງການດໍາລົງຊີວິດ ຊຶ່ງໃນແຕ່ລະປະເທດກໍແຕກຕ່າງກັນອອກໄປ. ຮີດສິບສອງປະກອບດ້ວຍ: 1. ເດືອນຈຽງ (ເດືອນໜຶ່ງ) ບຸນນິມົນພະສົງເຂົ້າກໍ່າ, 2. ເດືອນຍີ່ (ເດືອນສອງ) ເຮັດບຸນຄອງເຂົ້າ ຫຼື ບຸນຄູນເຂົ້າບາງທ້ອງ ຖິ່ນ ເອີ້ນວ່າ ບຸນກອງເຂົ້າ ຫຼື ບຸນຄູນຄອງ, 3. ເດືອນສາມເຮັດບຸນເຂົ້າຈີ່, 4.ເດືອນສີ່ເຮັດບຸນພະເວດ, 5. ເດືອນຫ້າເຮັດບຸນສົງພະ ຫຼື ບຸນປີໃໝ່ລາວ, 6. ເດືອນຫົກເຮັດບຸນບັ້ງໄຟ, 7. ເດືອນເຈັດເຮັດບຸນບ້ານ ຫຼື ບຸນລ້ຽງຜິມະເຫ ສັກຫຼັກເມືອງ, ບາງທ້ອງຖິ່ນເອີ້ນວ່າບຸນຊໍາລະ, 8. ເດືອນແປດບຸນເຂົ້າພັນສາ, 9. ເດືອນເກົ້າບຸນຫໍ່ເຂົ້າປະດັບດິນ, 10. ເດືອນສິບບຸນຫໍ່ເຂົ້າສະຫຼາກ, 11. ເດືອນສິບເອັດບຸນອອກພັນສາ; 12. ເດືອນສິບສອງບຸນທອດກະຖິນ. ສ່ວນນິຍາມ ຄໍາວ່າ “ຮີດ” ແມ່ນມີຄື: (. ຈາຣີຕຕ). (2. ຄໍາກິລິຍາ) ບີບແລ້ວຮູດ, ບີບແລ້ວຮູດໃຫ້ຍາວ ຫຼື ນ້ອຍລົງ, ຖູໃຫ້ແຈບ ດັ່ງ ຮິດຜ້າ, ບັງຄັບເກັບເອົາເກີນປະມານ.

SA Game
DooDiDo

ຄໍາວ່າ “ຄອງ” ແມ່ນປະເພນີ (ຄອງບູຮານ) ຫຼື ຄອງທໍາ ຊຶ່ງປະກອບມີ 14 ຂໍ້ ປະຈຸບັນຍັງເຊື່ອຖືຢູ່ ແຕ່ອາດຈະບໍ່ເຂັ້ມງວດ ປະກອບມີຄື: 1. ຢ່າຢຽບເງົາຂອງພະສົງ ຫຼື ຜູ້ມີສິນບໍລິສຸດ, 2. ຢ່າເອົາອາຫານເຫຼືອ ຫຼື ເງື່ອນໃຫ້ພະ ສົງສັນ, 3. ຢ່າເສບກາມະຄຸນໃນມື້ວັນສິນ, 4. ເມື່ອພະສົງກາຍມາໃຫ້ນັ່ງລົງ, ນົບມືໄຫວ້ ແລ້ວຈຶ່ງຄ່ອຍຍ່າງກາຍ ຫຼື ຈຶ່ງຄ່ອຍລົມນຳເພິ່ນ, 5. ມື້ພະສົງເຂົ້າກຳໃຫ້ມີດອກໄມ້ທູບທຽນ ແລະ ເຄື່ອງບໍລິຂານໄປທານຮ່ວມເພິ່ນ, 6. ກ່ອນເຂົ້ານອນໃຫ້ອາບນ້ຳ ຫຼື ລ້າງຕີນເສຍກ່ອນ, 7. ເມື່ອເຖິງວັນສິນດັບ ແລະ ສິນເພັງ ໃຫ້ເຮັດບຸນໃສ່ບາດ ຫຼື ນິມົນພະສົງມາສູດມຸງຄຸນເຮືອນ, 8. ເມື່ອເຖິງວັນສິນເພັງໃຫ້ແຕ່ງຂັນດອກໄມ້, ທູບທຽນ ໄປສົມມາຜົວຂອງຕົນ, 9. ເມື່ອພະສົງສາມະເນນມາບິນທະບາດຢ່າໃຫ້ເພິ່ນຄອຍຖ້າ, ເວລາປ່ອນບາດຢ່າໃຫ້ມືຊູນບາດ, 10. ເມື່ອຮອດວັນສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ໃຫ້ພາກັນສົມມາກ້ອນເສົ້າ, ແມ່ຂັ້ນໄດ ແລະ ປະຕູເຮືອນ, 11. ກ່ອນຈະຂຶ້ນເຮືອນໃຫ້ລ້າງຕີນສາກ່ອນ, 12. ໃຫ້ພາກັນເຮັດຮົ້ວອ້ອມວັດ ແລະ ບ້ານເຮືອນຂອງຕົນໃຫ້ດີ, 13. ເມື່ອເຖິງລະດູການເກັບກ່ຽວຜົນລະປູກຢ່າຟ້າວກິນກ່ອນໃຫ້ເອົາໄປເຮັດບຸນໃຫ້ທານແກ່ຜູ້ມີສິນກ່ອນ ແລ້ວຈຶ່ງຄ່ອຍກິນ, 14. ຢ່າພາກັນລັກໂລບຕາຊິງ, ຢ່າພາກັນຈ່າຍເງິນແດງແປງເງິນຄວ່າງ, ຢ່າກ່າວຄຳຫຍາບຊ້າກ້າແຂງຕໍ່ກັນ ແລະ ກັນ. ແຕ່ນິຍາມລະອຽດຄໍາວ່າ “ຄອງ” ແມ່ນມີຄື: ຮອຍທີ່ຍາວໄປ, ຮອຍທີ່ຍາວເປັນທາງ, ທາງສັດທຽວ (ຄອງໜູ, ຄອງຕີນກຽນ, ຄອງງູ). ແບບ, ປະເພນີ (ຄອງບູຮານ). ທາງ (ຄອງທັມ ຫຼື ຄອງທໍາ, ຄອງໂລກ). (2. ຄໍາກິລິຍາ) ນຸ່ງ, ທົງ, ປົກຄອງ (ພິກຂຸຄອງຜ້າ, ຂຶ້ນຄອງເມືອງ). ນໍ້າຫ້ວຍ ຫຼື ຮ່ອງທີ່ຄົນຂຸດ (ທ.ຄລອງ). ຄອຍ, ຄອງຄອຍ. ຖ້າ, ຄອງຖ້າ.

ຕົວ­ຢ່າງ: 

  • ໃນແຕ່ລະປີ ພໍຮອດປີໃໝ່ລາວ ເພື່ອບໍ່ໃຫ້ຮີດໝອງຄອງບໍ່ໃຫ້ເສົ້າ ຕ້ອງໄປສົງນໍ້າພະ ແລະ ສູມາຜູ້ເຖົ້າ ຜູ້ແກ່ ພໍ່ແມ່ ຊຶ່ງເປັນທີ່ເຄົາລົບຂອງເຮົາ.
  • ພໍເຖິງເດືອນຫົກຂອງທຸກໆປີ ຈະມີການເຮັດບຸນບັ້ງໄຟ ເພື່ອຂໍຟ້າຂໍຝົນ ຕາມຮີດສິບສອງຄອງສິບສີ່ ທີ່ໄດ້ປະຕິບັດກັນມາແຕ່ບູຮານ.

ສະຫຼຸບ.

ຄໍາວ່າ “ຮີດ” ແລະ “ຄອງ” ແມ່ນມີຫຼາຍຄວາມໝາຍ ຊຶ່ງມີອັນແຕກຕ່າງກັນຫຼາຍຢ່າງ. ແຕ່ໃນບົດນີ້ຢາກໃຫ້ເຫັນ ກໍລະນີຄ້າຍຄືກັນ ແລະ ໃຊ້ຮ່ວມກັນ. “ຮີດ” ແມ່ນປະເພນີປະຕິບັດ ຫຼື ທໍານຽມທີ່ເຄີຍເຮັດມາຫຼາຍລຸ້ນຄົນ ຖືໄດ້ ວ່າເປັນວັດທະນາທໍາຂອງຊາດລາວປະກອບມີຮີດສິບສອງ ຊຶ່ງແບ່ງກິດຈະກໍາອອກໄປຕາມ ສິບສອງເດືອນ. ສ່ວນ

ຄໍາວ່າ “ຄອງ” ແມ່ນປະເພນີ (ຄອງບູຮານ) ຫຼື ຄອງທໍາ ຊຶ່ງປະກອບມີ 14 ຢ່າງ. ຮີດຄອງ ແມ່ນປະເພນີວັດທະ ນາທໍາທີ່ຖືຄູ່ກັນ ເພາະມີຄວາມກ່ຽວພັນກັບພຸດທະສາດສະໜາທີ່ບັນພະບູລຸດລາວໄດ້ປະຍຸກໃຊ້ໃຫ້ເຂົ້າກັບຈຸດພິເສດ ຂອງການດໍາລົງຊີວິດຂອງປະຊາຊົນຂອງຕົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo