ຄໍາວ່າ “ຫວ່າງ” ແລະ “ຫວ້າງ” ມີຄວາມໝາຍຄືກັນ ຫຼື ຕ່າງກັນແນວໃດ?

DooDiDo
ອະທິບາຍຄວາມໝາຍຂອງຄໍາວ່າ “ຫວ່າງ” ແລະ “ຫວ້າງ”
ຄໍາວ່າ “ຫວ່າງ” ແລະ “ຫວ້າງ” ມີການອອກສຽງໃກ້ຄຽງກັນແຕກຕ່າງແຕ່ການເນັ້ນສຽງສູງກັບສຽງຕໍ່າ ແຕ່ມີຄວາມໝາຍຄືກັນຄືໝາຍເຖິງບ່ອນເປົ່າ ຊຶ່ງແມ່ນບໍ່ມີຫຍັງ ຫຼື ບໍ່ມີສິ່ງໃດ ເຊັ່ນ: ຫ້ວງເວຫາ, ກາງອາກາດ, ທ້ອງຟ້າ ຍາມປອດປົ່ງ. ແຕ່ພິເສດ “ຫວ່າງ” ແມ່ນມີຄວາມໝາຍເປັນຢ່າງອື່ນທີ່ແຕກຕ່າງກັນອອກ ຊຶ່ງເຮົາຈະແຍກລາຍລະ ອຽດລະຫວ່າງ ຄໍາວ່າ “ຫວ່າງ” ແລະ “ຫວ້າງ” ດັ່ງນີ້:
ຄໍາວ່າ “ຫວ່າງ” ໝາຍເຖິງບ່ອນເປົ່າ, ຫວ້າງເປົ່າ ຫຼື ເປົ່າຫວ່າງ ບໍ່ມີຫຍັງ ຫຼື ສິ່ງໃດໆຄືກັນກັບຄໍາວ່າ “ຫວ້າງ” ຊຶ່ງເຮົາສາມາດແຍກອອກເປັນສອງຢ່າງຄື ຫວ່າງທາງດ້ານວັດຖຸ ແລະ ຫວ່າງທາງດ້ານຈິດໃຈ. ຫວ່າງທາງດ້ານ ວັດຖຸແມ່ນບໍ່ມີວັດຖຸຫຍັງປະກົດໃຫ້ເຫັນ ຫຼື ປະກົດຢູ່ມີແຕ່ຄວາມຫວ່າງໃນອາກາດ ເຊັ່ນ: ອາກາດຫວ່າງເວບໍ່ມີ ຫຍັງໃຫ້ເຫັນ, ທ້ອງຟ້າຫວ່າງເປົ່າບໍ່ມີຂີ້ເຝື້ອຈັກນ້ອຍ, ທາງຫວ່າງບໍ່ມີລົດແລ່ນຈັກຄັນ, ເດີນກິລາຫວ່າງເປົ່າບໍ່ມີຄົນ ມາຫຼີ້ນກິລາ, ຫ້ອງຮຽນຫວ່າງບໍ່ມີນັກຮຽນ, ຫວ່າງງານ, ຫວ່າງວຽກ ເປັນຕົ້ນ. ຫວ່າງທາງດ້ານຈິດໃຈ ເຊັ່ນ: ໃຈ ຫ່ວາງເປົ່າ ຊຶ່ງແມ່ນບໍ່ມີຫຍັງຢູ່ໃນຄວາມຄິດ, ຫົວໃຈຫວ່າງຢູ່ບໍ່ມີໃຜ ແລະ ອື່ນໆ.

ນອກຈາກນີ້, “ຫວ່າງ” ຍັງ ໝາຍເຖິງຍາມ, ເວລາ ຫຼື ເທື່ອ ເປັນຕົ້ນ ຫວ່າງກີ້, ຫວ່າງກີ້ນີ້, ຫວ່າງມໍ່ໆນີ້, ຫວ່າງໜຶ່ງນີ້, ຫວ່າງກ່ອນໜ້ານັ້ນ, ຫວ່າງ ບໍ່ດົນ, ຫວ່າງວານນີ້ ແລະ ອື່ນໆ. “ຫວ່າງ” ຍັງໝາຍເຖິງສິ່ງທີ່ຢູ່ເຄີ່ງກ່າງ ຫຼື ບ່ອນກາງ ຊຶ່ງໝາຍເຖິງ ໄລຍະແຕ່ຈຸດນຶ່ງໄປຫາອີກບ່ອນນຶ່ງ ໄດ້ແກ່: ລະຫວ່າງທາງ, ລະຫວ່າງສອງປະເທດ, ຫວ່າງກາງ, ຫວ່າງຄິ້ວ, ຫວ່າງຂາ, ຫວ່າງແຂນ, ຫວ່າງໜ່ວຍພູ.
ຄໍາວ່າ “ຫວ້າງ” ໝາຍເຖິງບ່ອນເປົ່າ, ສະຖານທີ່ທີ່ບໍ່ມີຫຍັງ ຫຼື ຫວ່າງເປົ່າ ຄືກັນກັບຄໍາວ່າ “ຫວ່າງ” ນັ້ນເອງ ເຊັ່ນ: ຫົວໃຈຍັງຫວ້າງ, ທ້ອງຫວ້າງ (ບໍ່ມີອາຫານ), ທະເລຫວ້າງ, ທ້ອງຟ້າຫວ້າງ, ຄົນຫວ້າງ, ຫ້ອງຫວ້າງ, ຖະໜົນຫວ້າງ, ດິນຫວ້າງ, ລົດຫວ້າງ ແລະ ອື່ນໆ.
ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:
ຄວາມໝາຍຄຳວ່າ “ຫວ່າງ”.
“ຫວ່າງ” (1. ຄໍານາມ) ບ່ອນເປົ່າ, ເປົ່າຫວ່າງ, ຍາມ, ເວລາ, ເທື່ອ, ຍ່ານ, ບ່ອນກາງ, ລະຍະແຕ່ບ່ອນນຶ່ງ ໄປເຖິງອີກບ່ອນນຶ່ງ.
ຕົວຢ່າງ:
- ໃນຊ່ວງການລະບາດຂອງພະຍາດໂຄວິດ-19 ໃໝ່ໆໄດ້ມີມາດຕະການລ໋ອກດາວ ເຮັດໃຫ້ເສັ້ນທາງຫວ່າງ ພໍສົມຄວນ ມີແຕ່ລົດໂຮງໝໍແລ່ນບໍ່ພໍທໍ່ໃດຄັນ.
- ພະຫຼາຍອົງໄດ້ເຂົ້າສູ່ຮ່ວງເລິກຂອງທໍາມະ ເຮັດໃຫ້ຈິດໃຈຫວ່າງເປົ່າປະສະຈາກກິເລດຕັນຫາ ແລະ ໄດ້ ລະຊີວິດທາງໂລກອອກໄປ.
- ເຈົ້າໄປໃສມາ! ຫວ່າງກີ້ນີ້ ຫົວໜ້າບໍລິສັດຊອກຫາເຈົ້າ ເພື່ອໃຫ້ເຂົ້າໄປລົມວຽກອາທິດຜ່ານມານໍາເພີ່ນ.
- ລະຫວ່າງເມືອງວັງວຽງຫາເມືອງກາສີແມ່ນຫ່າງກັນປະມານ 60 ກິໂລແມັດ ແລະ ມີພູຜາ, ແມ່ນໍ້າທີ່ສວຍ ງາມຢູ່ລະຫວ່າງທາງອີກດ້ວຍ.
ຄວາມໝາຍຄຳວ່າ “ຫວ້າງ”.
“ຫວ້າງ” (1. ຄໍານາມ) ບ່ອນເປົ່າ, ບໍ່ມີຫຍັງ, ຫວ້າງເປົ່າ.
ຕົວຢ່າງ:
- ມື້ນີ້ບໍ່ໄດ້ປັ້ນເຂົ້າເຊົ້າ ພໍແຕ່ມາຮອດຫ້ອງການຫົວໜ້າໃຊ້ວຽກໝົດເຊົ້າເຮັດໃຫ້ທ້ອງຫວ້າງ ແລະ ຮ້ອງ ໂຈກໆ.
- ຜູ້ບ່າວຄົນນັ້ນເປັນຄົນຂີ້ລ້າຍຫຼາຍ ແລະ ບໍ່ມີຜູ້ສາວສົນໃຈ ຈິ່ງເຮັດໃຫ້ລາວຫົວໃຈຍັງຫວ້າງມາເທົ່າທຸກ ວັນນີ້.
ສະຫຼຸບ.
ຄໍາວ່າ “ຫວ່າງ” ແລະ “ຫວ້າງ” ມີການອອກສຽງໃກ້ຄຽງກັນຕ່າງແຕ່ພຽງການເນັ້ນສຽງສູງກັບສຽງຕໍ່າເທົ່ານັ້ນ. ພ້ອມກັນນັ້ນ ສອງຄໍາດັ່ງກ່າວແມ່ນຍັງມີຄວາມໝາຍຄືກັນອີກດ້ວຍ ຊຶ່ງໝາຍເຖິງບ່ອນເປົ່າ, ບໍ່ມີຫຍັງ ເປັນສິ່ງ ຫວ່າງເປົ່າ ຫຼື ຫວ້າງເປົ່າ. ແຕ່ພິເສດຄໍາວ່າ “ຫວ່າງ” ຍັງມີຄວາມໝາຍຢ່າງອື່ນອີກດ້ວຍ ຊຶ່ງໝາຍເຖິງຍາມ, ເວລາ ຫຼື ເທື່ອ ເຊັ່ນ: ຫວ່າງກີ້, ຫວ່າງກີ້ນີ້, ຫວ່າງມໍ່ໆນີ້, ຫວ່າງໜຶ່ງນີ້ ເປັນຕົ້ນ. ນອກຈາກນີ້, ຍັງໝາຍເຖິງ ຍ່ານ, ລະຫວ່າງ, ບ່ອນກາງ ຫຼື ຈຸດນຶ່ງໄປຫາອີກຈຸດນຶ່ງ ເຊັ່ນ: ຫວ່າງພູເຂົາ, ລະຫວ່າງຕືກສອງຕືກ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo