ຄໍາວ່າ “ສັດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສັດ” ມີຄວາມໝາຍແນວໃດ?

ຄໍາວ່າ “ສັດ” ແມ່ນບັ້ງສັ້ນໆທີ່ເຮັດຈາກໂລຫະ ຫຼື ບັ້ງໄມ້ ເພື່ອຜອງໝື້ (ໝື້ປືນກໍວ່າ) ຫຼື ວັດແທກໃນ ການໃສ່ເລົາປືນ, ຫົວບັ້ງໄຟ, ລະເບີດ ອື່ນໆ ໃຫ້ໄດ້ຕາມມາດຕາສ່ວນທີ່ຕ້ອງການບໍ່ໃຫ້ນ້ອຍ ຫຼື ຫຼາຍ ເກີນໄປ ເຜື່ອຄວາມຜິດພາດທີ່ອາດເກີດຂຶ້ນໄດ້. “ສັດ” ຍັງໝາຍເຖິງສັດສາວາສິ່ງ ຊຶ່ງເປັນສິ່ງທີ່ມີຈິດວິນຍານສາມາດເໜັງໄປມາໄດ້ ຊຶ່ງຖືກເອີ້ນຕາມລັກສະນະຂອງແຕ່ລະສະນິດ ດັ່ງ ສັດບົກ, ສັດນໍ້າ, ສັດເລືອ ຄານ, ສັດມີກະດູກສັນຫຼັງ, ສັດເລືອດເຢັນ, ສັດກິນພືດ, ສັດກິນຊີ້ນ ຫຼື ກິນເນື້ອ, ສັດລ້ຽງລູກດ້ວຍນົມ, ສັດຄ້ຽວເອື້ອງ ແລະ ອື່ນໆ. “ສັດ” ຍັງໝາຍເຖິງ ເດັຍລະສານສິ່ງທີ່ມີວິນຍານນອກຈາກມະນຸດ ດັ່ງ ຜີ ສາງນາງໄມ້ ຫຼື ສີ່ງທີ່ບໍ່ດີ (ເດຍລະສານວິຊາ).

ນອກຈາກນີ້, “ສັດ” ຍັງໝາຍເຖິງສັດຈະທໍາ ຊຶ່ງແມ່ນຄວາມຈິງ ຫຼື ແມ່ນສິ່ງທີ່ເກີດຂຶ້ນບໍ່ຕົວະ ແລະ “ສັດ” ຍັງໝາຍເຖິງສັດຊື່ ໝາຍວ່າບໍ່ຂີ້ຕົວະຫຼອກລວງ ບໍ່ກົງ ບໍ່ຕົ້ມ ບໍ່ຕົວະ ດັ່ງ ເປັນຄົນສັດຊື່, ຊື່ສັດສຸດຈະລິດ ແລະ ອື່ນໆ. “ສັດ” ເວລາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍເປັນຢ່າງອື່ນອີກດ້ວຍ ດັ່ງ ສັດທາແມ່ນ ຄວາມເຊື່ອ ຫຼື ຄວາມເຫຼື້ອມໃສ, ສັດຕູແມ່ນຂ້າເສີກ ຫຼື ຜູ້ຄິດປອງຮ້າຍ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສັດ”.

“ສັດ” (1. ຄໍານາມ) ບັ້ງສັ້ນໆສໍາລັບຜອງໝື້ ເປັນຕົ້ນ. ສິ່ງທີ່ມີຈິດວິນຍານ ເໜັງໄປມາໄດ້ໝາຍເອົາມະນຸດ ແລະ ສັດເດັຍລະສານ. ເດຍລະສານ, ສິ່ງທີ່ມີວິນຍານ ນອກຈາກມະນຸດ. ເປັນຄວາມຈິງ, ຄວາມຊື່, ບໍ່ ຕົວະ (ສັດຈະ).

ຕົວຢ່າງ:

  • ເວລາເຂົ້າປ່າຢ່າລືມເອົາປືນແກັບໄປນໍາ ເພື່ອຈະໄດ້ຍິງນົກຍິງໜູ ລະຫວ່າງທາງ ແລະ ຢ່າລືມ ເອົາສັດໄປນໍາເພື່ອສະດວກເວລາຜອງໝື້ໃສ່ເລົາປືນ.
  • ຄົນອີ່ຫຍັງໂຫດປານສັດເດັຍລະສານ ບໍ່ຮູ້ສໍານຶກຊົ່ວດີ ບໍ່ມີຈິດສໍານຶກແຫ່ງຄວາມເປັນມະນຸດເລີຍ.
  • ລາວເປັນຄົນມີສັດຈະ ເວົ້າແລ້ວຕ້ອງເຮັດບໍ່ເຄີຍຕົວະເຄີຍຕົ້ມຜູ້ໃດ ດັ່ງນັ້ນຈິ່ງມີຄົນຮັກ ແລະ ນິຍົມ ຊົມຊອບລາວຫຼາຍ.

ສະຫຼຸບ.

ຄໍາວ່າ “ສັດ” ແມ່ນບັ້ງຜອງມື້ ຫຼື ບັ້ງວັດແທກໝື້ ຊຶ່ງມີຂະໜາກສັ້ນໆເຮັດຈາກໂລຫະ ຫຼື ຢ່າງອື່ນ. “ສັດ” ຍັງແມ່ນໂຕສັດ ຫຼື ສັດສາວາສິ່ງ ທີ່ເຮົາເຫັນ. “ສັດ” ຍັງໝາຍເຖິງເດັຍລະສານ ຊຶ່ງເປັນສິ່ງທີ່ມີວິນຍານນອກຈາກມະນຸດ. ນອກຈາກນີ້, “ສັດ” ຍັງແມ່ນຄວາມຈິງ, ຄວາມບໍລິສຸດໃຈ, ຄວາມສັດຊື່ບໍ່ຂີ້ຕົວະຫຼອກ ລວງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo