ຄໍາວ່າ ສະເດີດ ແລະ ສະດຸ້ງ ສອງຄຳນີ້ມີຄວາມໝາຍແນວໃດ?

DooDiDo
ຄໍາວ່າ ສະເດີດ ແລະ ສະດຸ້ງ ຄວາມໝາຍຕ່າງກັນ ແລະ ຄືກັນແນວໃດ?
ສ່ວນຫຼາຍຄົນລາວມັກສັບສົນໃນການຈໍາແນກຄວາມຂອງຄໍາສັບ ຍ້ອນວ່າມັນມີຄວາມຫຼາກຫຼາຍ ຈຶ່ງເຮັດໃຫ້ເກີດຄວາມສັບສົນໃນການນໍາໃຊ້ ທັງທາງດ້ານການຂຽນ, ການເວົ້າ ແລະ ການແປຄວາມໝາຍ ເພາະວ່າຄໍາສັບໜຶ່ງສາມາດແປໄດ້ຫຼາຍຄວາມໝາຍ ເວລານຳໄປໃຊ້ຕົວຈິງສໍານຽງສຽງເວົ້າກໍ່ອາດແຕກຕ່າງກັນໄປ ຂື້ນກັບຄົນຢູ່ແຕ່ລະຂົງເຂດຂອງປະເທດລາວ.
ໃນບົດນີ້ເຮົາຈະຍົກເອົາຄໍາວ່າ ສະເດີດ ແລະ ສະດຸ້ງ ມາອະທິບາຍເຖິງວິທີການນໍາໃຊ້ ແລະ ຄວາມມາຍຂອງມັນ, ເຊິ່ງສອງຄໍານີ້ ຫຼາຍຄົນບໍ່ຄ່ອຍໃຫ້ຄວາມສໍາຄັນພໍປານໃດ ເພາະຄິດວ່າມີຄວາມໝາຍດຽວກັນ ແລະ ສາມາດໃຊ້ຄໍາໃດກໍໄດ້, ແຕ່ວ່າອັນທີ່ຈິງແລ້ວຄວາມໝາຍມັນຕ່າງກັນ ເຮົາຄວນຈໍາແນກໃຫ້ອອກລະຫວ່າງ ສະເດີດ ແລະ ສະດຸ້ງເພາະວ່າມັນມີຮູບແບບການນໍາໃຊ້ໃນໂຄງສ້າງປະໂຫຍກທີ່ບໍ່ຄືກັນ.

ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນການອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ:
ຄຳວ່າ ສະເດີດ.
ສະເດີດ ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ດິ້້ນດຶບຂຶ້ນ, ເໜັງຕົວຂຶ້ນທັນທີດ້ວຍຄວາມຕົກໃຈ, ຊວດຮູ້ເມື່ອຄີງ.
ຕົວຢ່າງ:
ມື້ຄືນນອນຫຼັບຢູ່ດີໆ ເມື່ອຝັນເຫັນໂຕໝາໄລ່ກັດກໍສະເດີດຂຶ້ນທັນທີ.
ຄຳວ່າ ສະດຸ້ງ.
ສະດຸ້ງ ໃຊ້ເປັນທັງຄໍາກໍາມະ ແລະ ຄໍານາມ ເຊິ່ງມີຄວາມໝາຍທີ່ແຕກຕ່າງກັນອອກໄປເຊັ່ນ:
ສະດຸ້ງ (ຄໍາກໍາມະ) ໝາຍເຖິງ ຕື່ນ, ຕົກໃຈ, ຕື່ນຕົກໃຈໝົດແຮງ.
ຕົວຢ່າງ:
ຂ້ອຍກໍາລັງນັ່ງເຮັດວຽກດ້ວຍຄວາມຕັ້ງໃຈ, ທັນທີທັນໃດຟ້າຮ້ອງສຽງດັງເຕີງຂ້ອຍຈົນສະດຸ້ງ.
ສະດຸ້ງ (ຄໍານາມ) ແມ່ນ ເຄື່ອງມືຫາປາ ສານດ້ວຍເສັ້ນປ່ານ ຫຼືເສັ້ນນິລົງ ເປັນຮູບສີ່ແຈມີຂາສຸບໃສ່ສີ່ແຈ ແລະ ມີຄັນສໍາລັບຍົກ.
ຕົວຢ່າງ:
ແມ່ຂ້ອຍຫາປາດ້ວຍການໃຊ້ສະດຸ້ງສ້ອນເອົາປາຂຶ້ນມາຈາກໜອງນໍ້າ
ສະຫຼຸບ.
ຄໍາວ່າ ສະເດີດ ແລະ ສະດຸ້ງ ແທ້ຈິງແລ້ວມີຄວາມໝາຍຕ່າງກັນ ແລະ ໃຊ້ຮູບແບບຂອງປະໂຫຍກທີ່ຕ່າງກັນ, ຄໍາວ່າ ສະເດີດ ໝາຍເຖິງເໜັງຕົວຂຶ້ນທັນທີດ້ວຍຄວາມຕົກໃຈ ຫຼື ຊວດຮູ້ເມື່ອຄີງທັນທີ, ສ່ວນຄໍາວ່າ ສະດຸ້ງ ໝາຍເຖິງ ຕື່ນຕົກໃຈໝົດແຮງ ແລິ ຍັງໃຊ້ເປັນຊື່ເອີ້ນເຄື່ອງມືຫາປາຊະນິດໜຶ່ງ ເອີ້ນວ່າ ສະດຸ້ງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo