ຄໍາວ່າ ລໍ້າສະໄໝ ແລະ ທັນສະໄໝ ມີຄວາມໝາຍຄືກັນຕ່າງກັນແນວໃດ?

SA Game

DooDiDo

ຄໍາວ່າ ລໍ້າສະໄໝ ແລະ ທັນສະໄໝ ມີ​ຄວາມ​ໝາຍ​​ແນວ​ໃດ​?

ທຸກໆພາສາໃນໂລກນີ້ລ້ວນແລ້ວແຕ່ມີຮູບແບບການນໍາໃຊ້ທີ່ແຕກຕ່າງກັນອອກໄປ ບາງພາສາກໍມີຄວາມສະຫຼັບຊັບຊ້ອນໃນການນໍາໃຊ້, ບາງພາສາກໍມີຄວາມລຽບງ່າຍ ໃຊ້ສື່ສານໄດ້ເຂົ້າໃຈງ່າຍ ແລະ ມີຄວາມເປັນເອກະລັກສະເພາະຕົວຂອງພາສານັ້ນໆ, ຊຶ່ງພາສາລາວເຮົາກໍໄດ້ຈັດຢູ່ໃນກຸ່ມປານກາງ ບໍ່ງ່າຍ ແລະ ບໍ່ຍາກຈົນເກີນໄປ ພຽງແຕ່ເຮົາຕ້ອງຮູ້ຈັກວິທີການນໍາໃຊ້ຄໍາສັບທີ່ຖືກຕ້ອງກັບໂຄງສ້າງປະໂຫຍກ ແລະ ສາມາດຈໍາແນກຄວາມໝາຍຂອງແຕ່ລະຄໍາສັບໄດ້ຢ່າງຊັດເຈນ.

ຈຸດພິເສດຂອງພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍກໍ່ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ ເຊັ່ນຄໍາວ່າ: ລໍ້າສະໄໝ ແລະ ທັນສະໄໝ ສອງຄໍານີ້ຄົນສ່ວນຫຼາຍຄົງຄິດວ່າມັນມີຄວາມໝາຍຄືກັນ ແຕ່ແທ້ຈິງແລ້ວມັນໃຊ້ຕ່າງກັນ, ຊຶ່ງເຮົາສາມາດໄຈ້ແຍກ ແລະ ອະທິບາຍສອງຄໍາດັ່ງກ່າວຄື:

SA Game
DooDiDo
ຄຳ​ວ່າ ລໍ້າສະໄໝ.

ໝາຍເຖິງສິ່ງທີ່ມີຄວາມກ້າວໜ້າໄປໄວກວ່າຍຸກສະໄໝໃນປະຈຸບັນ.

ຕົວຢ່າງ:

ນັກວິທະຍາສາດໄດ້ຄົ້ນຄິດສິ່ງປະດິດສ້າງຮຸ່ນຍົນທີ່ລໍ້າສະໄໝ ເຊິ່ງຮຸ່ນຍົນນັ້ນສາມາດເຮັດວຽກຫຼາຍໆຢ່າງຄືກັັບຄົນໄດ້ ຊຶ່ງໃນອະນາຄົດອາດຈະໄດ້ນໍາໃຊ້ຮຸ່ນຍົນເຮັດວຽກແທນຄົນ.

ນອກຈາກນັ້ນ, ຄໍາວ່າ ລໍ້າ ເຮົາມັກໄດ້ຍິນເລື້ອຍໆ ໃນການແຂ່ງຂັນກິລາບານເຕະ ເຊັ່ນ: ບານລໍ້າໜ້າ ໝາຍເຖິງໝາກບານໄດ້ໄຫຼກາຍໄປກອງໜ້າໄປ ເອີ້ນວ່າບານລໍ້າໜ້າ.

ຄໍາວ່າ ທັນສະໄໝ.

ໝາຍເຖິງສິ່ງທີ່ຢູ່ໃນຍຸກໃນສະໄໝປະຈຸບັນ, ຫລື ໝາຍ​ເຖິງ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ເວ​ລາປະ​ຈຸ​ບັນ.

ຕົວຢ່າງ: 

ການແຕ່ງຕົວໄວລຸ້ນດ່ຽວນີ້ແມ່ນມີຄວາມທັນຍຸກທັນສະໄໝ ບໍ່ເຊີຍຄືຜູ້ເຖົ້າສະໄໝກ່ອນ.

ໄວລຸ້ນສ່ວນຫຼາຍຕ້ອງການຢ່າງມີໂທລະສັບ i-phone ເພື່ອໃຫ້ທັນຍຸກທັນສະໄໝຄືໝູ່.

ສະຫຼຸບ.

ຄໍາວ່າ ລໍ້າສະໄໝ ແລະ ທັນສະໄໝ ເຖິງມັນຈະມີຄວາມໃກ້ຄຽງກັນ ແຕ່ຄວາມເປັນຈິງແລ້ວຄວາມໝາຍມັນຕ່າງກັນ, ລໍ້າສະໄໝ ແມ່ນສິ່ງທີ່ກ້າວໜ້າໄປກ່ອນຍຸກສະໄໝໃນປະຈຸບັນ, ສ່ວນ ທັນສະໄໝ ແມ່ນສິ່ງທີ່ນໍາທັນຍຸກສະໄໝໃນປະຈຸບັນ ໝາຍເຖິງບໍ່ຫຼ້າຫຼັງ ຫຼືບໍ່ເຊີຍ ເອີ້ນວ່າທັນສະໄໝ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo