ຄໍາວ່າ ລຶບ ແລະ ລົບ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?

DooDiDo
ຄໍາວ່າ ລຶບ ແລະ ລົບ ແທ້ຈິງແລ້ວມີຄວາມໝາຍຄືກັນ ຫຼື ຕ່າງກັນ?
ສອງຄຳນີ້ເຮົາເຄີຍເວົ້າມາແດ່ແລ້ວ, ແຕ່ເພື່ອຄວາມລະອຽດ ແລະ ເຂົ້າໃຈເພີ່ມຕື່ມໃຫ້ເຂົ້າໃຈງາຍກວ່າເກົ່າຈິງຂໍເອົາມາແຍກໃຫ້ເບິ່ງນຳກັນອີກ ເພາະບາງເທື່ອກໍ່ເຮັດໃຫ້ມີຄວາມສັບສົນທັງວິທີການຂຽນ, ການເວົ້າ ແລະ ການແປຄວາມໝາຍຂອງມັນ.
ຄວາມໝາຍຂອງຄໍາວ່າ ລຶບ ແລະ ລົບ ສອງຄໍານີ້ຖ້າເບິ່ງຈາກການຂຽນແມ່ນສາມາດຈໍາແນກໄດ້ຢ່າງຈະແຈ້ງວ່າຄໍາໃດເປັນຄໍາໃດເພາະວ່າມີຕົວສະກົດທີ່ຕ່າງກັນ ແຕ່ຖ້າສ່ວນຫຼາຍຄົນມັກຫຼົງກັນໃນການນໍາໃຊ້ ຫຼາຍຄົນຄິດວ່າທັງສອງຄໍານີ້ມີຄວາມໝາຍອັນດຽວກັນ ສາມາດໃຊ້ຕົວໃດກໍ່ໄດ້. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:

ຄຳວ່າ ລຶບ.
ລຶບ ເປັນຄໍາກໍາມະ ມີຄວາມໝາຍວ່າ ເຮັດໃຫ້ໝົດໄປ ດ້ວຍການເຊັດ ຫຼືຖູ, ຖ້ວມ, ຫັກອອກ ຊັກອອກ.
ຕົວຢ່າງ:
ຂ້ອຍຈະຕັ້ງໃຈເຮັດວຽກເພື່ອລຶບລ້າງຄວາມທຸກຍາກໃຫ້ຄອບຄົວ.
ລູກຊາຍເອົາບິກຂີດໃສ່ເສື້ອຂາວລາຍໝົດ ລຶບແນວໃດກໍ່ບໍ່ອອກ.
ລຶບ ອີກຄວາມໝາຍໜຶ່ງ ມີຄວາມໝາຍວ່າ ບັງ, ອັດ, ຕັນ ເຊັ່ນ: ບັງຕາເວັນ ເອີ້ນວ່າ ລຶບຕາເວັນ.
ຕົວຢ່າງ:
ຂີ້ເຝື້ອລຶບຕາເວັນຈົນຟ້າມືດຄຶ້ມ
ລາວນັ່ງລຶບຂ້ອຍເຮັດໃຫ້ຂ້ອຍເບິ່ງບໍ່ເຫັນຂໍ້ຄວາມເທິງກະດານທີ່ອາຈານຂຽນ.
ຄຳວ່າ ລົບ.
ລົບ ເປັນໄດ້ທັງຄໍາກໍາມະ, ຄໍາຄຸນນາມ ແລະ ຄໍາຄຸນນາມ, ເຊິ່ງການໃຊ້ໃນຮູບແບບຂອງຄໍາກໍາມະແມ່ນມີຄວາມໝາຍຄືກັບຄໍາວ່າ ລຶບ ເຊັ່ນວ່າ: ເຮັດໃຫ້ເສຍ ຫຼືຫາຍໄປດ້ວຍອາການເຊັດ ຫຼືຖູ, ຫັກອອກ, ຕັດອອກ.
ຕົວຢ່າງ:
ລາວເຮັດໃຫ້ຂ້ອຍເຈັບປວດໃຈຫຼາຍ, ຂ້ອຍຈະລົບລາວອອກຈາກຄວາມຊົງຈໍາໃຫ້ໄດ້.
ມື້ນີ້ຖືກຝຽນຂ້ອຍລົບກະດານ.
ລົບ (ຄໍາຄຸນນາມ): ໝາຍເຖິງ ສິ່ງທີ່ເປັນໄປໃນທາງຮ້າຍ, ທາງບໍ່ດີ ຫຼືທາງທໍາລາຍ ເຊັ່ນ: ເບິ່ງໃນທາງລົບ ຕີລາຄາໃນທາງລົບ.
ຕົວຢ່າງ:
ເມື່ອລາວເຫັນເພື່ອນຮ່ວມງານນັ່ງລົມກັນຊຸບໆຊິບໆ ລາວກໍ່ຄິດທັນທີວ່າພວກເຂົາກໍາລັງຈົ່ມ
ຂວັນລາວ, ລາວຈຶ່ງເຮັດທ່າທີບໍ່ພໍໃຈໃສ່ໝູ່, ທັ້ງທີ່ໃນຄວາມເປັນຈິງແລ້ວ ພວກເຂົາບໍ່ໄດ້ເວົ້າເຖິງລາວຈັກນ້ອຍ, ຍ້ອນລາວເປັນຄົນເບິ່ງໂລກໃນແງ່ລົບ ລາວຈຶ່ງຄິດໃສ່ໝູ່ແບບນັ້ນ.
ຕົວຢ່າງ:
ຄົນທີ່ເບິ່ງໂລກໃນແງ່ລົບມັກເປັນທຸກ, ຄົນເບິ່ງໂລກໃນແງ່ບວກຈຶ່ງມີຄວາມສຸກ.
ລົບ (ຄໍານາມ): ໃຊ້ເປັນຊື່ເອີ້ນເຄື່ອງໝາຍດັ່ງນີ້ (-) ວ່າເຄື່ອງໝາຍລົບ.
ສະຫຼຸບ.
ຄໍາວ່າ ລຶບ ແລະ ລົບ ຂຽນຕ່າງກັນ ອອກສຽງຕ່າງກັນ ແຕ່ວ່າມັນມີຄວາມໝາຍຄ້າຍຄືກັນເມື່ອເຮົາໃຊ້ໃນຮູບແບບຂອງຄໍາກໍາມະ, ເຊິ່ງມີຄວາມໝາຍວ່າ ເຮັດໃຫ້ໝົດໄປ ດ້ວຍການເຊັດ ຫຼືຖູ, ແຕ່ສໍາລັບຄໍາວ່າ ລົບ ຖ້າໃຊ້ໃນຮູບແບບຂອງຄໍາຄຸນນາມ ແລະ ຄໍານາມ ກໍ່ຈະມີຄວາມໝາຍປ່ຽນໄປ ເຊັ່ນ: ລົບ ໝາຍເຖິງສິ່ງທີ່ເປັນໄປໃນທາງຮ້າຍ, ເບິ່ງໂລກໃນດ້ານລົບ ແລະ ໃຊ້ເປັນເຄື່ອງໝາຍທາງດ້ານຄະນິດສາດ (-) ເອີ້ນວ່າ ເຄື່ອງໝາຍລົບ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo