ຄໍາວ່າ “ລວມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລວມ” ມີຄວາມໝາຍແນວໃດ?

ຄໍາວ່າ “ລວມ” ໝາຍເຖິງແມ່ນການເອົາວັດຖຸສິ່ງຂອງຫຼາຍໆແນວຫຼາຍໆຢ່າງມາໄວ້ຢູ່ບ່ອນດຽວກັນ ຫຼື ເປັນການເຕົ້າໂຮມຂອງຄົນ, ສັດ ແລະ ອື່ນໆ ເຂົ້າກັນດ້ວຍຮູບແບບຕ່າງໆ ຊຶ່ງເປັນການມາຢູ່ກັນເປັນໝູ່ ເປັນຈຸ້ມເຊັ່ນ: ສູນລວມສິນຄ້າ, ສູນລວມຄວາມງາມ, ແຫຼ່ງລວມຊັບສິນ, ລວມທະຫານທັງໝົດກອງພັນມີ 500 ຄົນ, ລວມສັດລ້ຽງທັງໝົດມີ 200 ໂຕ, ໄມ້ລວມທັງໝົດ 50 ຕົ້ນ ແລະ ອື່ນໆ.

ນອກຈາກນີ້, “ລວມ” ຍັງໝາຍເຖິງຜົນລວມຂອງການຄິດໄລ່ເລກ ດັ່ງ ເລກບວກ ເປັນຕົ້ນ, ຊຶ່ງເປັນການ ເອົາເລກຕ່າງໆມາໂຮມເຂົ້າກັນອອກມາເທົ່າໃດແມ່ນຜົນລວມນັ້ນເອງ ຫຼື ແມ່ນທັງໝົດທັງສິ້ນຂອງຜົນການ ຄໍານວນເຊັ່ນ: ສອງບວກສອງລວມກັນເປັນສີ່, ບວກລົບຄູນຫານກັນແລ້ວລວມອອກເປັນທັງໝົດແມ່ນນຶ່ງ ແສນຊາວພັນຫ້າຮ້ອຍ. ຜົນລວມທັງໝົດອອກມາຕິດຄ່າລົບ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລວມ”.

“ລວມ” (1. ຄໍາກິລິຍາ) ເຂົ້າກັນເປັນໝູ່, ເອົາເຂົ້າກັນ, ໂຮມ, ໂຮມເຂົ້າກັນ, ເຕົ້າເຂົ້າກັນ, ເອົາທັງໝົດມາຢູ່ນໍາກັນ. ທັງໝົດ, ທັງສິ້ນ.

ຕົວຢ່າງ:

  • ນັກຮຽນຫ້ອງປໍ 1 ທັງໝົດ 10 ຫ້ອງ ລວມກັນມີທັງໝົດ 200 ຄົນ ໃນນັ້ນ ຍິງມີ 120 ຄົນ.
  • ອາຈານບັນຊີຍົກຕົວຢ່າງເປັນເລກໂຈດ ແລະ ຄິດໄລ່ໃຫ້ນັກສຶກສາເບີ່ງດ້ວຍການບວກລົບຄູນຫານ ຕາມສູດທາງບັນຊີຜົນລວມອອກມາແມ່ນເປັນບວກ.

ສະຫຼຸບ.

ຄໍາວ່າ “ລວມ” ແມ່ນການເຕົ້າໂຮມຫຼາຍໆອັນມາໄວ້ຢູ່ບ່ອນດຽວກັນ ເຊັ່ນ: ວັດຖຸສິ່ງຂອງ, ຄົນ, ສັດ ແລະ ອື່ນໆ ດ້ວຍຮູບແບບຕ່າງໆ. ນອກຈາກນີ້, “ລວມ” ຍັງແມ່ນຜົນລວມຂອງການຄິດໄລ່ເລກຄະນິດສາດ ຊຶ່ງຜົນລວມອາດເປັນເລກບວກ ຫຼື ອາດຈະເປັນເລກລົບກໍໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo