ຄໍາວ່າ “ຢ້ານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຢ້ານ” ມີຄວາມໝາຍແນວໃດ?

ຄໍາວ່າ “ຢ້ານ” ໝາຍເຖິງເກງກົວ, ຮູ້ສຶກສະດຸ້ງຕົກໃຈ, ຄວາມຮູ້ສຶກບໍ່ຢາກປະສົບກັບຕົວເອງ ຫຼື ຄວາມຮູ້ ສຶກທີ່ບໍ່ດີຖ້າເກີດກັບຕົວເອງ, “ຢ້ານ” ແມ່ນສິ່ງທີ່ເກີດຈາກຄວາມຄິດ ຫຼື ຈິນຕະນາການຂອງຄົນເຮົາທີ່ໄດ້ ພົບພໍ້ ຫຼື ຖອດຖອນຈາກປະ ສົບປະການໃນຊີວິດຜ່ານປະສາດສໍາພັດຕ່າງໆ ເຊັ່ນ: ຫູ, ຕາ, ດັງ, ລີ້ນ, ການສໍາພັດຜ່ານຜິວໜັງ.

“ຢ້ານ” ເກີດຈາກຫຼາຍສາຍເຫດ ເປັນຕັ້ນ ເກີດຈາກຄວາມບໍ່ຮູ້, ຕົກໃຈ ຫຼື ສະດຸ້ງສິ່ງໃດສິ່ງນຶ່ງ ທີ່ມາຈາກ ສັນຊາດຕະຍານ ເຊັ່ນ: ຢ້ານຜີ, ຢ້ານຕາຍ, ຢ້ານຜິດ, ຢ້ານຍ້ອນພໍ້ເຫດການໂດຍບໍ່ໄດ້ຕັ້ງໃຈ (ເຮັດໃຫ້ ສັ່ນ, ເຮັດໃຫ້ສະເຫງີ້. ຢ້ານທີ່ເກີດຈາກຈາກຕັນຫາ, ອິດສາ ດັ່ງ ຢ້ານບໍ່ໄດ້, ຢ້ານບໍ່ຮັ່ງ, ຢ້ານບໍ່ມີ, ຢ້ານ ລື່ນ, ຢ້ານເຫຼືອ, ຢ້ານບໍ່ໄດ້ໜ້າ, ຢ້ານບໍ່ປະສົບຜົນສໍາເລັດ ແລະ ອື່ນໆ. ຄໍາວ່າ “ຢ້ານ” ກົງກັນຂ້າມກັບ ຄໍາວ່າ “ກ້າຫານ, ຊານໄຊ”

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຢ້ານ”.

“ຢ້ານ” (1. ຄໍາກິລິຍາ) ເກັງ, ຈຽມ, ຢໍາ, ມີໃຈບໍ່ສູ້.

 

ຕົວຢ່າງ:

  • ເຮືອນຂ້າງໆ ມີຄົນເສຍຊີວິດ ແລະ ຕອນເດິກໆ ໝາຫອນເປັນແຖວ ເຮັດໃຫ້ຂ້ອຍຮູ້ສຶກຢ້ານ ແລະ ຂົນໜາວລູກເປັນບາດໆ.
  • ໃນຂະນະທີ່ໄຟກໍາລັງໄໝ້ຮ້ານອາຫານຂອງລາວ, ລາວຕົກໃຈຢ້ານ ແລະ ສະເຫງີ້ບໍ່ຮູ້ຈະເຮັດ ຫຍັງດີ.
  • ນັກຮຽນຢ້ານຕົກຫ້ອງ ເພາະຮູ້ວ່າຕົນເສັງບໍ່ໄດ້ຫຼາຍຂໍ້ ຈຶ່ງເຮັດໃຫ້ກະວົນກະວາຍບໍ່ສະບາຍໃຈ.

ສະຫຼຸບ.

ຄໍາວ່າ “ຢ້ານ” ແມ່ນຄວາມກົວ, ແມ່ນການສະດຸ້ງຕົກໃຈ, ແມ່ນຄວາມຮູ້ສຶກບໍ່ສະບາຍຕໍ່ຈິດໃຈ, “ຢ້ານ” ເກີດຂຶ້ນຈາກຄວາມຄິດຄວາມອ່ານ ຫຼື ຈິນຕະນາການ ເພາະໄດ້ຟັງດ້ວຍຫູ, ໃດ້ດູດ້ວຍຕາ, ໄດ້ດົມດ້ວຍ ດັງ, ໄດ້ລົດຊາດຈາກລີ້ນ ແລະ ໄດ້ສໍາພັດຜ່ານຜິວໜັງ ຊຶ່ງເຮົາເອີ້ນວ່າ ປະສົບປະການຊີວິດ ນັ້ນເອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo