ຄໍາວ່າ ພະລະ ແລະ ພາລະ ມີຄວາມໝາຍແນວໃດໃນພາສາລາວ?

DooDiDo
ອະທິບາຍຄໍາວ່າ ພະລະ ແລະ ພາລະ ມີຄວາມໝາຍແນວໃດ?
ໃນພາສາລາວມີຫລາຍໆຄຳທີ່ອອກສຽງ ແລະ ມີການສະກົດຄຳຕ່າງໆແຕກຕ່າງກັນເລັກນ້ອຍການອອກສຽງທີ່ຄ້າຍຄືກັນ, ແຕ່ຄວາມໝາຍຂອງຄຳແມ່ນແຕກຕ່າງກັນ, ການສະກົດຜິດອາດເຮັດໃຫ້ໄດ້ຄວາມໝາຍອື່ນໄປ ແລະ ອາດເຮັດໃຫ້ຜູ້ອ່ານເຂົ້າໃຈຜິດໄປໄດ້ຫາບໍ່ສືກສາເຂົ້າໃຈແບບລະອຽດແທ້.
ພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍທີ່ແຕກຕ່າງ ແລະ ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ໃນບົດນີ້ຈະຍົກເອົາຄໍາວ່າ: ພະລະ ແລະ ພາລະ ມາອະທິບາຍ ສອງຄຳນີ້ລ້ວນແຕ່ເປັນຄຳມາຈາກພາສາປາລີ ມີຄວາມແຕກຕ່າງກັນພຽງ “ພະ ແລະ ພາ” ເທົ່ານັ້ນ ແຕ່ກໍເຮັດໃຫ້ຫຼາຍຄົນສັບສົນບໍ່ໜ້ອຍ.ເຊິງສອງຄໍາຫຼາຍຄົນອາດຈະຫລົງກັນ, ເພື່ອຄວາມຖືກຕ້ອງ ແລະ ເປັນເອກະພາບກັນ ເຮົາຈະມາອະທິບາຍຄວາມໝາຍຂອງແຕ່ລະຄຳໂດຍການອ້າງອີງຈາກວັດຈະນານຸກົມລາວທີ່ຄົ້ນພົບ.

ຄຳວ່າ ພະລະ
ທີ່ມີ “ພະ” ນຳໜ້າ ໃຫ້ຈື່ວ່າເປັນຄຳທີ່ໝາຍເຖິງ ການໃຊ້ກຳລັງ, ເຫື່ອແຮງ, ກຳລັງແຮງ ເຊັ່ນ: ພະລະສຶກສາ, ວິຊາພະລະ, ພະລະກຳລັງ, ພະລານາໄມ, ພະລະ…. ເຮົາມັກໄດ້ຍິນຄູບາອາຈານໃຫ້ພອນວ່າ “ອາຍຸ ວັນນະ ສຸຂະ ພະລະ ຫຼື ພະລັງ”.
ພະລະ ຍັງມີຄວາມໝາຍວ່າ “ຄົນ” ແຕ່ແປງມາເປັນ “ພົນ” ເຊັ່ນ ຈຳນວນພົນ, ພົນລະເມືອງ…
ຕົວຢ່າງ:
ການທີ່ຈະຫລິ້ນກິລາເຕະບານນີ້, ຖ້າຂາພະລະກ່ຳລັງກໍຈະຫລິ້ນດົນບໍ່ໄດ້.
ເຫັນລູກເວົ້າບໍ່ຟັງແມ່ເລີຍໝົດພະລະກຳລັງຈະບອກສອນລູກຕໍ່ໄປ.
ຄໍາວ່າ ພາລະ.
ມີ “ພາ” ນຳໜ້າ ໃຫ້ຈື່ວ່າເປັນຄຳທີ່ໝາຍເຖິງວຽກງານ, ສິ່ງທີ່ຕ້ອງເຮັດ, ໜ້າທີ່… ເຊັ່ນ: ພາລະກິດ, ມີພາລະຫຼາຍ, ເປັນພາລະ, ພາລະບົດບາດ, ພາລະຂອງຄູ, ພໍ່ແມ່ມີພາລະຕ້ອງເບິ່ງແຍງລູກເຕົ້າ.ພາສາໄທຂຽນ “ภาระ”
ພາລະ ຍັງມີຄວາມໝາຍວ່າ “ຄົນຊົ່ວ” ແຕ່ແປງມາເປັນ “ພານ” ເອີ້ນວ່າ ຄົນພານ… (พาล)
ຕົວຢ່າງ:
ຕັ້ງໃຈຮຽນເດີ, ບາດຈົບມາມີວຽກງານເຮັດຈຶ່ງບໍ່ເປັນພາລະຂອງພໍ່ແມ່.
ມື້ນີ້ທິມງານເຮົາມີພາລະກິດອີ່ຫຍັງແດ່?
ສະຫຼຸບ.
ຄໍາວ່າ: ພະລະ ແລະ ພາລະ ສຳນຽງອາດຈະຄ້າຍຄືກັນແຕ່ວ່າມີຄວາມໝາຍແຕກຕ່າງກັນຫລາຍ, ເຊິງ ຄໍາວ່າ ພະລະ ໝາຍເຖິງ ກ່ຳລັງ, ເຫື່ອແຮງ. ຄໍາວ່າ ພາລະ ໝາຍເຖິງ ວຽກງານ, ໜ້າວຽກ, ໜ້າທີ່, ສິ່ງທີ່ຕ້ອງເຮັດ…
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo