ຄໍາວ່າ “ປະກາດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

DooDiDo
ອະທິບາຍຄໍາວ່າ “ປະກາດ” ມີຄວາມໝາຍແນວໃດ?
ຄໍາວ່າ “ປະກາດ” ໝາຍເຖິງການແຈ້ງໃຫ້ຮູ້ ຫຼື ປ່າວຮ້ອງກັນໃຫ້ປະຊາຊົນຄົນທົ່ວໄປໄດ້ຮູ້ ໃນສິ່ງທີ່ເຮົາ ປະກາດ. ໃນທຸກວັນນີ້ ການປະກາດແມ່ນສາມາດເຮັດໄດ້ຜ່ານຫຼາຍຮູບແບບ ເຊັ່ນ: ປະກາດຜ່ານໜັງສື ພີມ, ປະກາດຜ່ານວາລະສານ, ປະກາດຜ່ານໂທລະໂຄ່ງ, ປະກາດຜ່ານໂທລະທັດ, ປະກາດເຟດສ໌ບຸກ, ປະກາດໃສ່ປ້າຍ, ປະກາດທາງການເວົ້າຈາ ແລະ ຮູບແບບອື່ນໆ. ຄໍາວ່າ “ປະກາດ” ກົງກັນຂ້າມກັບຄໍາວ່າ “ປິດໄວ້, ບໍ່ເປີດເຜີຍ”
ເນື້ອໃນຂອງການປະກາດ ແມ່ນຕ້ອງການສື່ໃຫ້ຜູ້ຟັງ, ຜູ້ອ່ານ ຫຼື ຜູ້ພົບເຫັນ ເຂົ້າໃຈ ແລະ ຮັບຮູູ້ໃນສິ່ງ ທີ່ເຮົາຢາກສື່ອອກໄປ ອາດມີການປະກາດແບບກະທັນຫັນບໍ່ທັນກຽມ, ອາດມີການກະກຽມເນື້ອໃນກ່ອນ ປະກາດ ແລະ ການໃຊ້ເວລາໃນການກະກຽມປະກາດອາດແຕກຕ່າງກັນໄປ ເຊັ່ນ: ປະກາດຫາຄົນໃນງານ ບຸນ, ປະກາດແຈ້ງການຂອງລັດຖະບານ, ປະກາດຫ້າມເຂົ້າ, ປະກາດກົດໄອຍະການເສີກ, ປະກາດເອກະ ລາດ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:
ຄຳວ່າ “ປະກາດ”.
“ປະກາດ” (1. ຄໍານາມ). ປ່າວຮ້ອງ, ບອກໃຫ້ຮູ້ທົ່ວໄປ
ຕົວຢ່າງ:
- ໃນງານບຸນທາດຫຼວງປະຈໍາປີ 2022 ໄດ້ມີການປະກາດຫາຜູ້ປົກຄອງເດັກ ທີ່ພັດຫຼົງກັບລູກຫຼາຍ ຫຼາຍຄົນ.
- ການປະກາດຮັບນັກສຶກສາຂອງມະຫາວິທະຍາໄລແຫ່ງຊາດແມ່ນໄດ້ປະກາດຜ່ານໜັງສືພີມ ແລະ ຜ່ານທາງເວັບໄຊຂອງມະຫາວິທະຍາໄລດ້ວຍ.
- ໃນແຕ່ລະວັນນາຍບ້ານຈະປະກາດວຽກງານບ້ານຜ່ານໂທລະໂຄ່ງຂອງບ້ານໃນຕອນເຊົ້າເວລາ 7:00-7:30 ໂມງ ແລະ ຕອນແລງ 18:30-19:00 ໂມງ.
ສະຫຼຸບ.
ຄໍາວ່າ “ປະກາດ” ແມ່ນການແຈ້ງໃຫ້ຮູ້, ການປ່າວຮ້ອງ, ການກ່າວ ໃຫ້ຄົນໄດ້ຮັບຮູ້ ດ້ວຍວິທີການຕ່າງໆ ເຊັ່ນ: ຜ່ານສື່ພີມຕ່າງໆ, ຜ່ານສື່ອອນລາຍ, ຜ່ານໂທລະໂຄ່ງ ແລະ ຮູບແບບອື່ນໆ. ຄໍາວ່າ “ປະກາດ” ກົງກັນຂ້າມກັບຄໍາວ່າ “ປິດໄວ້, ບໍ່ເປີດເຜີຍ” ການປະກາດອາດມີເນື້ອໃນ, ການໃຊ້ເວລາແຕກຕ່າງກັນ ອອກໄປຕາມວັດຖຸປະສົງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo