ຄໍາວ່າ ທຸກຍາກ ມີຄວາມໝາຍໃນພາສາລາວແນວໃດ?

DooDiDo
ອະທິບາຍຄໍາວ່າ ທຸກຍາກ ມີຄວາມໝາຍແນວໃດ?
ສປປ ລາວ ຍັງຄົງຢູ່ໃນສະຖະນະດ້ອຍພັດທະນາຢູ່ພັກ ແລະ ລັດຖະບານກໍເລັງສຸມໃສ່ທຸກເຫືອແຮງແນວຄິດເພື່ອພັດທະນາໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກນີ້ ແລະ ຍັງມີຫລາຍໆປະເທດທີ່ຍັງທຸກຍາກຂາດເຂີນ ແລະ ຕ້ອງການຄວາມຊ່ວຍເຫລືອບໍ່ວ່າທາງດ້ານການສືກສາ ຫລື ປັດໃຈຕ່າງໆ, ຖ້າຢູ່ໃນ ສປປ ລາວ ເອງກໍເຫັນໄດ້ຈາກຫລາຍໆເຂດຊົນນະບົດເຊິງບາງຄັ້ງພໍຮອດລະດູໜາວກໍຍັງຂາດແຄນເສື້ອຜ້າເຄື່ອງນຸງຫົ່ມເຊິ່ງປະຕາດູຕົນຫລາຍ.
ຈາກຄຳທີ່ວ່າ ທຸກຍາກ ທີ່ເຮົາມັກຈະໄດ້ຍິນກັນຕະຫລອດ, ພາສາລາວໃນບົດນີ້ເຮົາກໍຈະຍົກຄຳນີ້ມາເວົ້າລົມກັນ ແລະ ອະທິບາຍໄປນຳກັນເພື່ອໃຫ້ເຂົ້າໃຈເລີກເຊິງກວ່າເກົ່າ, ຫລາຍໆຄົນອາດຈະເປັນຄົນຕ່າງປະເທດທີ່ສືກສາພາສາລາວຢູ່ ຫລື ຄົນລາວເອງ, ອື່ນໆ ທີ່ຍັງຕ້ອງການຄວາມຊັດເຈນໃນພາສາລາວ ແລະ ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໄວ້ຈ່ຳນວນໜຶ່ງ, ເພື່ອມາອະທິບາຍຄວາມໝາຍຄໍາສັບດັ່ງກ່າວ ດັ່ງນີ້:

ຄຳວ່າ ທຸກຍາກ.
ທຸກຍາກ ໃນພາສາລາວໝາຍເຖິງຂາດເຂີນວັດຖຸສິ່ງຂອງ, ຂາດຊັບສິນ, ຂາດລາຍໄດ້, ເປັນຄົນທີ່ບໍ່ມີຄວາມຮູ້ຄວາມສາມາດສ່ວນຫລາຍມັກໃຊ້ເຊັ່ນ ຄົນທຸກຍາກ, ຄອບຄົວທຸກຍາກ, ສະມາຄົມຊ່ວຍເຫລືອຄົນທຸກຍາກ, … ເຊິງໃນພາສາໄທແມ່ນໃຊ້ຄຳວ່າ “จน” คนจน, ความจน, ประเทศยากจน….
ຕົວຢ່າງ:
- ໃນໂລກນີ້ຍັງມີຫລາຍໆປະເທດທີ່ຍັງພົບກັບຄວາມທຸກຍາກຢູ່.
- ໄດ້ເຫັນພາບຂອງນັກຮຽນໂຮງຮຽນກິນນອນແຫ່ງໜຶ່ງໃນແຂວງຫລວງນ້ຳທາທຸກຍາກຫລາຍ, ໃນໄລຍະລະດູໜາວເຂົາເຈົ້າໄດ້ເອົາກະສອບໃສ່ເຂົ້າມາຫົ່ມເພື່ອກັນໜາວ.
- ສະມາຄົມຊ່ວຍເຫລືອຄົນທຸກຍາກໄດ້ເອົາອາຫານໄປຊ່ວຍເຫລືອບ້ານທຸກຍາກ.
ສະຫຼຸບ.
ຄໍາວ່າ: ທຸກຍາກ ໃນພາສາລາວໝາຍເຖິງຂາດເຂີນວັດຖຸສິ່ງຂອງ, ຂາດຊັບສິນ, ຂາດລາຍໄດ້, ເປັນຄົນທີ່ບໍ່ມີຄວາມຮູ້ຄວາມສາມາດສ່ວນຫລາຍມັກໃຊ້ເຊັ່ນ ຄົນທຸກຍາກ, ຄອບຄົວທຸກຍາກ, ສະມາຄົມຊ່ວຍເຫລືອຄົນທຸກຍາກ, …
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ປ່ອງຢ້ຽມພາສາລາວ