ຄໍາວ່າ “ຕຸ້ມ” ກັບຄວາມໝາຍ ແລະ ການນໍາໃຊ້ ໃນພາສາລາວ

DooDiDo
ອະທິບາຍຄໍາວ່າ “ຕຸ້ມ” ໃນພາສາລາວມີຄວາມໝາຍແນວໃດ?
ຄໍາວ່າ “ຕຸ້ມ” ໝາຍເຖິງຊື່ຂອງກອງຊະນິດໜຶ່ງເອີ້ນວ່າ ກອງຕຸ້ມ, ເຊິ່ງກອງນີ້ຫຸ້ມດ້ວຍໜັງທັງສອງຂ້າງ ໃຊ້ຕີໃນເວລາຫຼິ້ນບຸນບັ້ງໄຟ ຫຼືກອງທີ່ຕີສຽງດັ່ງຕຸ້ມໆ ເອີ້ນກອງຕຸ້ມ. ອີກຄວາມໝາຍໜຶ່ງກໍເປັນເຄື່ອງປະດັບທີ່ມີລັກສະນະຄ້າຍຄືກັບໝາກຕຸ້ມ ແລະ ຫລາຍໆຄົນກໍມັກຈະເອີ້ນວ່າ ຕຸ້ມຫູ, ເຊິ່ງຕາມຮີດຄອງປະເພນີຂອງລາວແມ່ນແມ່ຍິງຈະເປັນຄົນໃສ່ຕຸ້ມຫູ, ແຕ່ປະຈຸບັນນີ້ເຫັນວ່າຜູ້ຊາຍກໍເລີມນຳມາໃສ່ຄືກັນເປັນແຟຊັນຂອງບຸກຄົນນັ້ນ.
ນອກຈາກນີ້, “ຕຸ້ມ” ຍັງໝາຍເຖິງຕຸ້ມແນວໜຶ່ງ ສານດ້ວຍໄມ້ຕອກໄມ້ໄຜ່ ເປັນຮູບກົມ ຈະເປັນເຄືອງມືໃນການກາປາສະນິດໜຶ່ງເຊິ່ງປະຊາຊົນລາວສະໄໝແຕ່ກ່ອນກີ້ນຳມາໃຊ້ຫາປາເພື່ອລ້ຽງຊີບ, ແລະ ຕຸ້ມ ອີກແບບໜຶ່ງທີປະຊາຊົນສານສຳລັບຂັງນົກຕໍ່ ມີນົກເຂົາ, ນົກທາ, ນົກຄໍ່ ເປັນຕົ້ນ.
ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ຕຸ້ມ”.
- ນ. ເຄື່ອງມືຫາປາ ສານດ້ວຍຕອກໄມ້ໄຜ່ມີຮູບຄືຂ້ອງ ມີງາຢູ່ຂ້າງໃຫ້ປາເຂົ້າໄປແລ້ວອອກບໍ່ໄດ້ ເອີ້ນຕຸ້ມ, ຕຸ້ມມີຫຼາຍແນວເຊັ່ນ ແນວຕາຫ່າງ ສຳລັບໃສ່ເອົາກົບເອີ້ນຕຸ້ມກົບ, ແນວຕາຖີ່ໃສ່ເອົາປານ້ອຍເຊັ່ນ ປາສ້ອຍ ປາຂາວ ເອີ້ນຕຸ້ມລານ, ແນວໃຫຍ່ ແລະສູງໃສ່ເອົາປາຄໍ່ ປາດຸກ ເອີ້ນຕຸ້ມໃຫຍ່, ແນວໃຊ້ໂຕ່ງປາ ທີ່ກົ້ນລີ່ ເອີ້ນ ຕຸ້ມໂຕ່ງປາ.
- ນ. ເຄື່ອງປະດັບຫູ ທາງໜ້າຮູບຄືໝາກຕຸ້ມ ຂາສັ້ນ ເອີ້ນຕຸ້ມຫູ.
- ນ. ກະດຸມ, ກະດຸມທີ່ເຮັດດ້ວຍຄຳ, ເງິນ, ນາກ ຈະເຮັດເປັນເມັດ ຫຼື ຮ້ອຍເປັນພວງຄືສາຍສ້ອຍ ເອີ້ນໝາກຕຸ້ມ, ໃສ່ເສື້ອເອີ້ນຕຸ້ມເສື້ອ, ໃສ່ຜ້າ ເອີ້ນຕຸ້ມຜ້າ.
- ນ. ກອງຕຸ້ມ, ຊື່ກອງແນວໜຶ່ງ ຫຸ້ມດ້ວຍໜັງທັງສອງຂ້າງ ໃຊ້ຕີໃນເວລາຫຼິ້ນບຸນບັ້ງໄຟ ຫຼືກອງທີ່ຕີສຽງດັ່ງຕຸ້ມໆ ເອີ້ນກອງຕຸ້ມ.
- ນ. ຊື່ຕຸ້ມແນວໜຶ່ງ ສານດ້ວຍໄມ້ຕອກໄມ້ໄຜ່ ເປັນຮູບກົມ ສຳລັບຂັງນົກຕໍ່ ມີນົກເຂົາ, ນົກທາ, ນົກຄໍ່ ເປັນຕົ້ນ.
ຕົວຢ່າງ:
- ຕຸ້ມຫູຂອງຂ້ອຍຕົກເຫຍຢູ່ງານດອງມື້ວານນີ້ຊອກບໍ່ເຫັນ ເສຍດາຍເດ
- ອ້າຍທິດກຳລາວໄປຕໍ່ນົກໄດ້ຫລາຍໂຕ ລາວເອົາໃສ່ໄວ້ໃນຕຸ້ມ
ສະຫຼຸບ.
ຄໍາວ່າຕຸ້ມ ໝາຍເຖິງຊື່ຂອງກອງຊະນິດໜຶ່ງເອີ້ນວ່າ ກອງຕຸ້ມ, ເຊິ່ງກອງນີ້ຫຸ້ມດ້ວຍໜັງທັງສອງຂ້າງ ໃຊ້ຕີໃນເວລາຫຼິ້ນບຸນບັ້ງໄຟ ຫຼືກອງທີ່ຕີສຽງດັ່ງຕຸ້ມໆ ເອີ້ນກອງຕຸ້ມ. ອີກຄວາມໝາຍໜຶ່ງກໍເປັນເຄື່ອງປະດັບທີ່ມີລັກສະນະຄ້າຍຄືກັບໝາກຕຸ້ມ ແລະ ຫລາຍໆຄົນກໍມັກຈະເອີ້ນວ່າ ຕຸ້ມຫູ. ນອກຈາກນີ້, “ຕຸ້ມ” ຍັງໝາຍເຖິງຕຸ້ມແນວໜຶ່ງ ສານດ້ວຍໄມ້ຕອກໄມ້ໄຜ່ ເປັນຮູບກົມ ຈະເປັນເຄືອງມືໃນການກາປາສະນິດໜຶ່ງ ແລະ ຕຸ້ມ ອີກແບບໜຶ່ງທີປະຊາຊົນສານສຳລັບຂັງນົກຕໍ່ ມີນົກເຂົາ, ນົກທາ, ນົກຄໍ່.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າລາວກັນ