ຄໍາວ່າ “ຍຸດຕິທໍາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຍຸດຕິທໍາ” ມີຄວາມໝາຍແນວໃດ?

ຄໍາວ່າ “ຍຸດຕິທໍາ” ໝາຍເຖິງຄວາມຊອບດ້ວຍເຫດຜົນ, ຊຶ່ງເປັນຄວາມຖືກຕ້ອງ, ມີຄວາມທ່ຽງທໍາ, ມີສິນລະທໍາ ເຮັດໃນທາງທີ່ຖືກຕ້ອງຕາມລະບຽບກົດໝາຍບ້ານເມືອງ, ບໍ່ເຂົ້າຂ້າງໃຜເຮັດຕາມລະບຽບ, ຕັດສິນຕາມລະບຽບບ້ານເມືອງ, ບໍ່ເຮັດຜິດບ້ານຜານເມືອງ ບໍ່ລັກ ບໍໂລບ ບໍ່ໂກງ ບໍ່ເອົາປຽບຄົນອື່ນ ຫຼື ບໍ່ເອົາຂອງຄົນອື່ນມາເປັນຂອງຕົນດ້ວຍຮູບແບບຕ່າງໆທີ່ກ່າວມາ ລວມທັງການປຸ້ນຈີ້, ຂ້າເຈົ້າເອົາຂອງ ແລະ ອື່ນໆ. ຄໍາວ່າ “ຍຸດຕິທໍາ” ກົງກັນຂ້າມກັບຄໍາວ່າ “ບໍ່ທ່ຽງທໍາ, ບໍ່ເປັນກາງ….”

“ຍຸດຕິທໍາ” ໃນໂລກໄດ້ແບ່ງອອກເປັນອົງກອນຍຸດຕິທໍາລະດັບສາກົນ, ລະດັບປະເທດ ຫຼື ເຂດແຄ້ວນຕ່າງໆ ເປັນຕົ້ນກະຊວງຍຸດຕິທໍາ ມີສານຍຸດຕິທໍາ ເພື່ອຜິດຈາລະນາຄວາມຜິດ ແລະ ຖືກຕ້ອງ ເພື່ອປົກປ້ອງ, ຮັກສາຄວາມຍຸດຕິທໍາ ແລະ ມີກໍາມະການ, ຄະນະກໍາມະການ ແລະ ບຸກ ຄົນ ເພື່ອດໍາເນີນການສືບສ່ວນຄວາມຈິງຈົນຮອດຕັດສິນຢ່າງຍຸດຕິທໍາ. “ຍຸດຕິທໍາ” ຍັງຖືກໃຊ້ຢ່າງແຜ່ຫຼາຍ ໝາຍເຖິງບໍ່ເອົາລັດເອົາປຽບໃຜ ດັ່ງ ລາຄາຍຸດຕິທໍາ, ແບ່ງຜົນປະໂຫຍດຢ່າງຍຸດຕິທໍາ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຍຸດຕິທໍາ”.

“ຍຸດຕິທໍາ” (1. ຄໍານາມ) ຄວາມຊອບດ້ວຍເຫດຜົນ, ຄວາມຖືກຕ້ອງຕາມເຫດຜົນ.

ຕົວຢ່າງ:

  • ໃນໜັງຈີນບູຮານໄດ້ມີ ທ່ານ ເປົາວຸ້ນຈີນ ແຫ່ງສານໄຄຟົງ ເປັນຕົວລະເອກໃນການຮັກສາຄວາມ ຍຸດຕິທໍາບ້ານເມືອງ ຊຶ່ງມີການສືບສ່ວນ, ມີຫຼັກຖານ, ມີສໍານວນ ເພື່ອຕັດສິນດ້ວຍສິນລະທໍາ.
  • ສານຍຸດຕິທໍາ ໄດ້ຕັດສິນຄະດີພະນັກງານລັດທີ່ ເຮັດການສໍ້ກົງ ແລະ ຍັກຍອກ ເງິນຂອງລັດຖະ ບານ ຕາມກົດໝາຍທີ່ມີ.
  • ພໍ່ແມ່ແບ່ງດິນດອນຕອນຫຍ້າ ແລະ ມູນທັງທີ່ມີໃຫ້ບັນດາລູກໆ ດ້ວຍຄວາມຍຸດຕິທໍາ ເຮັດໃຫ້ຄອບຄົວມີຄວາມສະຫງົບ ແລະ ຮັກແພງກັນ.

ສະຫຼຸບ.

ຄໍາວ່າ “ຍຸດຕິທໍາ” ແມ່ນຊອບດ້ວຍເຫດຜົນ, ແມ່ນຄວາມຖືກຕ້ອງ, ແມ່ນຄວາມທ່ຽງທໍາ ຢ່າງມີສິນລະທໍາ ບໍ່ເຮັດຜິດໃຜ, ບໍ່ເອົາປຽບໃຜ, ປະຕິບັດຕາມຖືກຕ້ອງຕາມລະບຽບກົດໝາຍບ້ານເມືອງ. ຄໍາວ່າ “ຍຸດຕິທໍາ” ກົງກັນຂ້າມກັບຄໍາວ່າ “ບໍ່ທ່ຽງທໍາ, ບໍ່ເປັນກາງ….”. ໃນໂລກນີ້ ກໍຄືລະດັບສາກົນ ແລະ ແຕ່ລະປະເທດ ມີອົງກອນຍຸດຕິທໍາ ເພື່ອປົກປ້ອງ, ຮັກສາຄວາມຍຸດຕິທໍາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo