ຄໍາວ່າ ຄໍາຂວັນ ແລະ ຄໍາຄົມ ມີຄວາມໝາຍແນວໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ ຄໍາຂວັນ ແລະ ຄໍາຄົມ.

ໃນພາສາລາວບາງເທື່ອກໍເຮັດໃຫ້ເຮົາໃຊ້ຫຼົງກັນຢູ່ເລື້ອຍໆ, ສ່ວນໜຶ່ງກໍອາດເປັນຍ້ອນຄວາມຊິນເຄີຍໃນການນໍາໃຊ້ພາສາທີ່ສືບທອດມາແຕ່ບັນພະບູລຸດຈຶ່ງເຮັດຂາດຄວາມເອົາໃຈໃສ່ໃນການສະກົດຄໍາ ແລະ ອອກສຽງທີ່ຖືກຕ້ອງ, ຈົນບາງຄັ້ງກໍເຮັດໃຫ້ບົດສົນທະນາ ຫຼື ບົດຄວາມນັ້ນໆບໍ່ໄດ້ເນື້ອໃນໃຈຄວາມຕາມຈຸດປະສົງທີ່ຢາກເວົ້າ ຫຼື ຢາກຂຽນ.

ສະນັ້ນ, ເພື່ອເປັນການຮຽນຮູ້ ແລະ ເຂົ້າໃຈພາສາລາວໃຫ້ຫຼາຍຂຶ້້ນ ໃນບົດນີ້ເຮົາຈະຍົກເອົາຄໍາວ່າ ຄໍາຂວັນ ແລະ ຄໍາຄົມ ມາເປັນຫົວຂໍ້ໃນການແລກປ່ຽນຄວາມຮູ້ນໍາກັນ. ສອງຄໍານີ້ ຫຼາຍຄົນມັກໃຊ້ຫຼົງກັນ ແລະ ຈໍາແນກບໍ່ໄດ້ເຖິງຄວາມໝາຍທີ່ແທ້ຈິງຂອງມັນ, ເຊິ່ງຖ້າຫາກເຮົານໍາໃຊ້ບໍ່ຖືກຄໍາ ແນ່ນອນວ່າຄວາມໝາຍປ່ຽນໄປແນ່ນອນ. ດັ່ງນັ້ນ, ເພື່ອໃຫ້ເຂົ້າໃຈແຈ້ງຕື່ມໃນການນໍາໃຊ້ສອງຄໍາສັບນີ້ ເຮົາຈະຍົກເອົາສອງຄໍານີ້ມາໄຈ້ແຍກ ແລະ ອະທິບາຍຄວາມໝາຍຂອງມັນພ້ອມທັງຮູບແບບການນໍາໃຊ້ທີ່ຖືກຕ້ອງ.

SA Game
DooDiDo

ໂດຍອີງຈາກຂໍ້ມູນບາງສ່ວນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:

ຄໍາຂວັນ:

ຄໍາຂວັນ ເປັນຄໍານາມ ໝາຍເຖິງ ຄໍາເວົ້າສໍານວນທີ່ແຕ່ງຂຶ້ນ ເພື່ອເຕືອນໃຈ ຫຼືເພື່ອປຸກລະດົມຂະບວນການສ້າງສາພັດທະນາ ແລະ ຍ້ອງຍໍ ຊົມເຊີຍ.

ຕົວຢ່າງ:

ຄໍາຂວັນຂອງນັກຮຽນ “ ຮຽນໜັງສືແມ່ນຮັກຊາດ ”

ຄໍາຂວັນຂອງຊາວໜຸ່ມ “ ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ… ”

ຄໍາຄົມ:

ຄໍາຄົມ ເປັນຄໍານາມ ໝາຍເຖິງ ພາສາວາຈາ ສໍານວນ ຄໍາເວົ້າທີ່ຫຼັກແຫຼມ ລໍ້າເລິກ ຊວນໃຫ້ຄິດ.

ຕົວຢ່າງ:

ຄໍາຄົມສອນໃຫ້ຮູ້ຈັກຄິດໄຕ່ຕອງກ່ອນຈະເວົ້າສິ່ງໃດອອກໄປ “ຄິດກ່ອນເວົ້າ ສັດຕູກາຍເປັນມິດ, ເວົ້າກ່ອນຄິດ ມິດກາຍເປັນສັດຕູ”.

ຄໍາຄົມສອນໃຫ້ຮູ້ຈັກວ່າໃນບາງສະຖານະການວັດຖຸເງິນຄໍາບໍ່ສາມາດຊ່ວຍໃຫ້ເຮົົາເອົາຕົວລອດໄດ້ ຊໍ່າເຮົາມີປັນຍາທີ່ຫຼັກແຫຼມ “ມີເງີນເຕັມພາ ບໍ່ທໍ່ມີຜະຫຍາເຕັມພຸງ ”

ສະຫຼຸບ.

ຄໍາຂວັນ ແລະ ຄໍາຄົມ ມີຄວາມໝາຍທີ່ແຕກຕ່າງກັນ, ຄໍາຂວັນ ແມ່ນຄໍາເວົ້າສໍານວນທີ່ແຕ່ງຂຶ້ນ ເພື່ອເຕືອນໃຈ ຫຼືເພື່ອປຸກລະດົມຂະບວນການສ້າງສາພັດທະນາ ແລະ ຍ້ອງຍໍ ຊົມເຊີຍ, ສ່ວນວ່າ ຄໍາຄົມ ນັ້ນແມ່ນພາສາວາຈາ ສໍານວນ ຄໍາເວົ້າທີ່ຫຼັກແຫຼມ ລໍ້າເລິກ ຊວນໃຫ້ຄິດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo