ຄໍາວ່າ “ຂົວ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

DooDiDo
ອະທິບາຍຄໍາວ່າ “ຂົວ” ມີຄວາມໝາຍແນວໃດ?
ຄໍາວ່າ “ຂົວ” ໝາຍເຖິງສີ່ງປຸກສ້າງ ຫຼື ເຮັດຂຶ້ນໂດຍມະນຸດເຮົາ. ການສ້າງຂົວແມ່ນມີວັດຖຸປະສົງໃນການ ໃຊ້ໄຕ່, ສັນຈອນ ເພື່ອຂ້າມນໍ້າ, ຂ້າມຮ່ອງ ຫຼື ຢ່າງອື່ນໆ. ໂດຍທົ່ວໄປຂົວມີຫຼາຍຮູບແບບ, ມີຂະໜາດ, ຄວາມຍາວ, ຄວາມກວ້າງ, ຄວາມໜາ ແຕກຕ່າງກັນຂຶ້ນກັບງົບປະມານ ແລະ ວັດຖຸປະສົງຂອງການໃຊ້, ຊຶ່ງບາງແຫ່ງກໍເຮັດດ້ວຍຂົວໄມ້, ບາງແຫ່ງກໍ່ສ້າງດ້ວຍເຫຼັກ, ບ່າງແຫ່ງກໍ່ສ້າງດ້ວຍຊີມມັງ ແລະ ອື່ນໆ. ຂົວບາງແຫ່ງມີເສົາເພື່ອຕໍ່ເຂົ້າກັນ, ຂົວບາງແຫ່ງມີສາຍກາບດຶງ ເພື່ອບໍ່ໃຫ້ພັງລົງ, ຂົວບາງແຫ່ງເປັນທ່ອນຍາວເລີຍ ແລະ ອື່ນໆ.
“ຂົວ” ມີຄວາມສໍາຄັນຕໍ່ການສັນຈອນໄປມາຂອງມະນຸດ ແລະ ການໃຊ້ເພື່ອເປັນຂົນສົ່ງສິນຄ້າ ເພາະມັນເປັນຈຸດເຊື່ອມຕໍ່ລະຫວ່າງທາງ 2 ຕອນໃຫ້ຈອດກັນ, ຂົວອາດຈະເຮັດຂ້າມແມ່ນໍ້າ, ຂ້າມຫ້ວຍ, ເຮັດກ່າຍລະຫວ່າງໜ່ວຍພູ, ເຮັດຂ້າມອ່າວທະເລຕ່າງໆ ເຊັ່ນ: ຂົວແມ່ນໍ້າຂອງແຫ່ງທີ 1 ເອີ້ນຂົວມິດຕະພາບລາວໄທ, ຂົວຂ້າມແມ່ນໍ້າກະດິງ, ຂົວຂ້າມນໍ້າຍັງຊີຈຽງ ແລະ ອື່ນໆ.
ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຂົວ”.
“ຂົວ” (1. ຄໍານາມ) ເຄື່ອງກ່າຍຂ້າມນໍ້າ.
ຕົວຢ່າງ:
- ຄົນພື້ນບ້ານພື້ນເມືອງສ້າງຂົວດ້ວຍໄມ້ປ່ອງ ແລະ ພໍຮອດລະດູນໍ້າຫຼາກນໍ້ານອງຈຶ່ງມັກເຮັດໃຫ້ຂົວ ຂາດ ແລະ ມີການສ້າງໃໝ່ໃນປີຕໍ່ໄປ.
- ຂົວມິດຕະພາບລາວ-ໄທ ແມ່ນຂົວແມ່ນໍ້າຂອງແຫ່ງທໍາອິດ ຊຶ່ງໄດ້ຮັບທຶນຊ່ວຍເຫຼືອຈາກປະເທດຍີ່ປຸ່ນ.
- ການນໍາໃຊ້ຂົວອູ່ແມ່ນເປັນຕາຢ້ານກວ່າຂົວຊີມັງ ເພາະມັນມັກໂອນເອນໄປມາ ແລະ ຮັບນໍ້າໜັກ ບໍ່ໄດ້ຫຼາຍ.
ສະຫຼຸບ.
ຄໍາວ່າ “ຂົວ” ແມ່ນສີ່ງປຸກສ້າງທີ່ຄົນເຮົາສ້າງຂຶ້ນ, ຄົນນໍາໃຊ້ຂົວແຕ່ບູຮານມາ ແລະ ວັດທະນາການມາເປັນລໍາດັບ ຄືເລີ່ມຈາກ ຂົວໄມ້ (ໄມ້ປ່ອງ, ໄມ້ກົມ, ໄມ້ຟາກ), ກ້າວຂຶ້ນດ້ວຍຂົວເຫຼັກ (ໂລຫະ), ຂົວຊີມັງ ແລະ ອື່ນໆ ດ້ວຍເຕັກນິກຕ່າງໆນາໆ. ຂົວຮູບຮ່າງ, ຂະໜາດ, ຄວາມຍາວ, ຄວາມກວ້າງ, ຄວາມໜາ ແຕກຕ່າງກັນ ຕາມກັບງົບປະມານໃນການເຮັດ ແລະ ວັດຖຸປະສົງຂອງການໃຊ້.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo