ຄໍາວ່າ ຂັ້ນໄດ ແລະ ຂັ້ນໃດ ມີຄວາມໝາຍອັນດຽວກັນບໍ່?

DooDiDo
ອະທິບາຍຄໍາວ່າ ຂັ້ນໄດ ແລະ ຂັ້ນໃດ ມີຄວາມໝາຍແນວໃດ?
ທຸກໆພາສາໃນໂລກນີ້ລ້ວນແລ້ວແຕ່ມີຮູບແບບການນໍາໃຊ້ທີ່ແຕກຕ່າງກັນອອກໄປ ມີທັງຄວາມສະຫຼັບຊັບຊ້ອນໃນການນໍາໃຊ້ ມີທັງຄວາມລຽບງາຍ, ໃຊ້ສື່ສານໄດ້ເຂົ້າໃຈງ່າຍ ແລະ ມີຄວາມເປັນເອກະລັກສະເພາະຕົວຂອງພາສານັ້ນໆ, ໃນພາສາລາວເອງກໍເປັນພາສາໜຶ່ງທີ່ມີການສະກົດຄຳຕ່າງໆແຕກຕ່າງກັນເລັກນ້ອຍການອອກສຽງທີ່ຄ້າຍຄືກັນ, ແຕ່ຄວາມໝາຍຂອງຄຳແມ່ນແຕກຕ່າງກັນ, ການສະກົດຜິດອາດເຮັດໃຫ້ໄດ້ຄວາມໝາຍອື່ນໄປ.
ຈຸດພິເສດຂອງພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍທີ່ແຕກຕ່າງ ແລະ ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ໃນບົດນີ້ຈະຍົກເອົາຄໍາວ່າ: ຂັ້ນໄດ ແລະ ຂັ້ນໃດ ມາອະທິບາຍ ເຊິງສອງຄໍາຫຼາຍຄົນອາດຈະຫລົງກັນ, ເພື່ອຄວາມຖືກຕ້ອງ ແລະ ເປັນເອກະພາບກັນ ເຮົາຈະມາອະທິບາຍຄວາມໝາຍຂອງແຕ່ລະຄຳໂດຍການອ້າງອີງຈາກວັດຈະນານຸກົມລາວທີ່ຄົ້ນພົບ.

ຄຳວ່າ ຂັ້ນໄດ
ຂັ້ນໄດ ໝາຍເຖິງອົງປະກອບຂອງເຮືອນ, ຕຶກ-ອາຄານ ໃຊ້ສຳລັບເປັນບ່ອນຂຶ້ນ-ລົງແຕ່ລະຊັ້ນ, ຂື້ນ ຫລື ລົງ ຈາກຊັ້ນໜຶ່ງຫາຊັ້ນໜຶ່ງ, ລັກສະນະເປັນຂັ້ນໆ ພໍດີບາດຍ່າງ.
ຕົວຢ່າງ:
ຢູ່ຂັ້ນໄດ ໝາຍເຖິງຢືນຢູ່ຂັ້ນໄດພວມຊິຂຶ້ນ-ລົງ.
ມານັງຢູ່ຂັ້ນໄດນຳຂ້ອຍພີ້ນະ.
ຄໍາວ່າ ຂັ້ນໃດ.
ຂັ້ນໃດ? ໝາຍເຖິງຄຳຖາມທີ່ຢາກຮູ້ກ່ຽວກັບລຳດັບ, ໝາຍເຖິງຢູ່ຈຸດໃດແລ້ວ, ລະດັບໃດແລ້ວ.
ຕົວຢ່າງ:
ເຈົ້າຮຽນເຮັດໂປຣແກຣມຮອດຂັ້ນໃດແລ້ວ?
ເຈົ້າຄົບກັບລາວຮອດຂັ້ນໃດ?
ການຮຽນຂອງເຈົ້າໄປຮອດຂັ້ນໃດແລ້ວ?
ສະຫຼຸບ.
ຄໍາວ່າ: ຂັ້ນໄດ ແລະ ຂັ້ນໃດ ສຳນຽງອາດຈະຄ້າຍຄືກັນແຕ່ວ່າມີຄວາມໝາຍແຕກຕ່າງກັນຫລາຍ, ເຊິງ ຄໍາວ່າ ຂັ້ນໄດ ໝາຍເຖິງອົງປະກອບຂອງເຮືອນ, ຕຶກ-ອາຄານ ໃຊ້ສຳລັບເປັນບ່ອນຂຶ້ນ-ລົງແຕ່ລະຊັ້ນ, ຂື້ນ ຫລື ລົງ ຈາກຊັ້ນໜຶ່ງຫາຊັ້ນໜຶ່ງ, ລັກສະນະເປັນຂັ້ນໆ. ຄໍາວ່າຂັ້ນໃດ. ໝາຍເຖິງຄຳຖາມທີ່ຢາກຮູ້ກ່ຽວກັບລຳດັບ, ໝາຍເຖິງຢູ່ຈຸດໃດແລ້ວ, ລະດັບໃດແລ້ວ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo