ຄໍາວ່າ ຂັງ ແລະ ຄັງ ມີຄວາມໝາຍໃນພາສາລາວແນວໃດ?

DooDiDo
ຄໍາວ່າ ຂັງ ແລະ ຄັງ ຈຳນຳໃຊ້ແຕ່ລະຄຳແນວໃດໃຫ້ຖືກຕ້ອງ?
ໃນພາສາລາວ ບາງເທື່ອກໍ່ເຮັດໃຫ້ສັບສົນທັງວິທີການຂຽນ, ການເວົ້າ ແລະ ການແປຄວາມໝາຍ. ເຊິ່ງມັນມີຫລາຍໆຄຳທີ່ອອກສຽງຄ້າຍຄືກັນ ລວມທັງຄວາມໝາຍກໍໃກ້ຄຽງກັນ ແລະ ເວລານຳໄປໃຊ້ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ, ຫາກເວົ້າອອກສຽງຜິດພາດໄປເລັກນ້ອຍກໍຈະກາຍເປັນຄວາມໝາຍອື່ນ.
ໃນບົດຄວາມນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ຂັງ ແລະ ຄັງ ສອງຄໍານີ້ອ່ານອອກສຽງຄ້າຍຄືກັນຫຼາຍ ແລະ ມີຫຼາຍຄົນໃຊ້ສອງຄໍານີ້ຜິດປະໂຫຍກ. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຈະອະທິບາຍວິທີການນໍາໃຊ້ ແລະ ຄວາມໝາຍຂອງມັນ ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ສາມາດອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ຄື:

ຄຳວ່າ ຂັງ.
ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ປິດ, ບັງ, ການມັກຮັກ ແລະ ພໍໃຈແລ້ວບໍ່ກ້າບອກແກ່ໃຜ ເອີ້ນວ່າ ຂັງ.
ກັກ, ເກັບ, ການກັກ ຫຼື ເກັບ ກໍ່ວ່າແມ່ນ.
ຕົວຢ່າງ:
ຂ້ອຍແອບຮັກໝູ່ຂອງຕົວເອງ ແຕ່ບໍ່ກ້າບອກໃຫ້ໃຜຮູ້, ເຮັດໄດ້ແຕ່ຂັງໄວ້ໃນໃຈ.
ໝາໂຕນີ້ມັກໄລ່ກັດຄົນ ແມ່ຂອງຂ້ອຍເລີຍຂັງມັນໄວ້ໃນຄອກ.
ຊາຍຄົນນັ້ນກະທໍາຜິດກົດໝາຍອາຍາ ຈຶ່ງຖືກຕໍາຫຼວດຈັບຂັງຄຸກ.
ຄຳວ່າ ຄັງ.
ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ເຮືອນບ່ອນໃສ່ເຂົ້າຂອງ ຫຼື ສະຖານທີ່ມ້ຽນຊັບສົມບັດຂອງລັດ ຂອງຫຼວງ
ເອີ້ນວ່າ ຄັງ.
ຕົວຢ່າງ:
ຫຼານສາວຂອງຂ້ອຍເປັນພະນັກງານການເງິນ ປະຈໍາຢູ່ຄັງເງິນສົດ.
ລັດຖະບານເບີກເຄື່ອງອຸປະໂພກບໍລິໂພກໃນຄັງມາຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ
ຈາກໄພທໍາມະຊາດ.
ນອກຈາກນີ້ ຄັງ ຍັງໝາຍເຖິງ ທົ່ງຫຍ້າ, ເດີ່ນຫຍ້າບ່ອນລ້ຽງງົວຄວາຍ ເອີ້ນວ່າ ຄັງ.
ຕົວຢ່າງ:
ຕາເວັນຄ້ອຍຄໍ່າມາແລ້ວ ລູກຢ່າລືມໄປຕ້ອນງົວຄວາຍເຂົ້າຄັງເດີ້!
ສະຫຼຸບ.
ທັງສອງຄໍາສັບນີ້ມີຄວາມໝາຍແຕກຕ່າງກັນ ແລະ ນໍາໃຊ້ໃນຮູບແບບຂອງປະໂຫຍກກໍ່ບໍ່ຄືກັນ, ຄໍາວ່າ ຂັງ ໝາຍເຖິງ ປິດບັງ, ການກັກເກັບ ເອີ້ນວ່າ ຂັງ, ສ່ວນຄໍາວ່າ ຄັງ ໝາຍເຖິງ ສະຖານທີ່ເກັບມ້ຽນເຂົ້າຂອງ ຫຼື ຊັບສິນຂອງລັດ ແລະ ຄັງ ຍັງເປັນຊື່ເອີ້ນ ທົ່ງຫຍ້າ ຫຼື ເດີ່ນຫຍ້າ ບ່ອນທີ່ໃຊ້ລ້ຽງງົວລ້ຽງຄວາຍ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo