ຄໍາວ່າ “ກວຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

DooDiDo
ອະທິບາຍຄໍາວ່າ “ກວຍ” ມີຄວາມໝາຍແນວໃດ?
ຄໍາວ່າ “ກວຍ” ກະຕ່າທີ່ສານດ້ວຍໄມ້ໄຜ່ຕາຫາງໆ, ທີ່ເອົາໄວ້ໃສ່ວັດຖຸສິ່ງຂອງຕ່າງໆສຳລັບເກັບມ້ຽນ ຫລື ຂົນເຄື່ອງໄປສະຖານທີໃດໆຕາມທີ່ຕ້ອງການໄດ້ຢ່າງສະດວກ, ກວຍ ນີ້ ສ່ວນຫລາຍຈະໃຊ້ຫລາຍໃນສະໄໝກ່ອນເຊິ່ງ ກວຍຈະໃຊ້ການຈັກສານດ້ວຍໄມ້ໄຜ່ ຫລື ອື່ນໆ ທີ່ສາມາດຈັກສານໄດ້, ເຊິ່ງອາດຈະສາມາດຈັກສານໄດ້ສວຍງາມຕາມລວດລາຍຕ່າງໆ ແລ້ວແຕ່ຝີມືຂອງຊ່າງແຕ່ລະທ່ານ
ກວຍ ປະຈຸບັນນີ້ກໍຍັງຄົງເຫັນນຳໃຊ້ກັນຢູ່ ສ່ວນຫລາຍແມ່ນເຫັນເຮັດ ກວຍ ເປັນສັງຂະທານ ໄປຖວາຍໃຫ້ວັດ ຫລື ມີການຈັດງານບຸນງານບວດຕ່າງໆ, ແລະ ຍັງສາມາດເຫັນໄດ້ຕາມເຂດຊົນນະບົດ ເນືອງຈາກວ່າເຂົາເຈົ້າໄດ້ຈັກສານເອງ ແລະ ນຳມາໃຊ້ເອງ ບໍ່ເສຍເງີນໃນການໄປຊື້ກະຕ່າອື່ນໆເປັນການປະຫຍັດໄປໃນຕົວ.
ນອກຈາກນີ້, “ກວຍ” ຍັງໝາຍເຖິງກະທໍຕາງຫ່າງ ໜ່ວຍໃຫຍ່ສູງ ພຽງແອວ ບາງ ກວຍ ອາດຈະຈັກສານດ້ວຍຕອກ ແລະ ທາດ້ວຍຂີ້ຄວາຍເພື່ອບໍ່ໃຫ້ມີຮູຮົ່ວອອກ ສ່ວນຫລາຍປະຊາຊົນລາວໃຊ້ເຮັດແບບນີ້ເພື່ອເອົາໄວ້ບັນຈະເຂົ້າ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:
ຄຳວ່າ “ກວຍ”.
1 ນ. ກະຕ່າທີ່ສານດ້ວຍໄມ້ໄຜ່ຕາຫາງໆ ເອີ້ນ ກວຍ ກະຕ່າຫ່າງກໍ່ວ່າ ຢ່າງວ່າ “ສັດຈະຜູ້ຍິງນີ້ ຄືກວຍກະຕ່າຫ່າງ ຖິ້ມໃສ່ນ້ໄຫຼເຂົາສູ່ຕາ, ສັດຈະ ຜູ້ຊາຍນີ້ ຄືຫີນໝັກໝື່ນ ຖິ້ມໃສ່ນ້ຳຈົມປິ້ງບໍຟູ” (ຜະຫຍາ).
2 ນ. ກະທໍຕາງຫ່າງ ໜ່ວຍໃຫຍ່ສູງ ພຽງແອວ ສຳລັບບົ່ມໃບຢາ ເອີ້ນກວຍຢາ, ກວຍໃຫຍ່ສານດ້ວຍຕອກໜາ ທາດ້ວຍຂີ້ຄວາຍ ສຳລັບໃສ່ເຂົາເປືອກ ເອີ້ນ ກວຍເຂົ້າ.
ຕົວຢ່າງ:
- ຊາວບ້ານຕາກເຂົ້າໄຮ່ແລ້ວເອົາໄປໃສ່ກວຍເຂົ້າໄວ້.
- ແມ່ຕູ້ເອົາກວຍສັງຂະທານໄປຖວາຍໃຫ້ວັດບ້ານ
ສະຫຼຸບ.
ຄໍາວ່າ “ກວຍ” ກະຕ່າທີ່ສານດ້ວຍໄມ້ໄຜ່ຕາຫາງໆ ກະຕ່າຫ່າງ ຫລື ໝາຍຄວາມວ່າ ກະທໍຕາງຫ່າງ ໜ່ວຍໃຫຍ່ສູງ ພຽງແອວ ສຳລັບບົ່ມໃບຢາ ແມ່ນ ກວຍຢາ, ກວຍໃຫຍ່ສານດ້ວຍຕອກໜາ ທາດ້ວຍຂີ້ຄວາຍ ສຳລັບໃສ່ເຂົາເປືອກ ແມ່ນ ກວຍເຂົ້າ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo