ຄ່າທຳນຽມທາງ ຈະເກັບລາຍຮັບແບບລະບົບຄຸ້ມຄອງເອເລັກໂຕຣນິກ

ຂປລ
ຝືກອົບຮົມ ລະບົບຄຸ້ມຄອງການເກັບລາຍຮັບ ຄ່າທຳນຽມທາງ ແບບເອເລັກໂຕຣນິກ
ຄ່າທຳນຽມທາງ ແຂວງໄຊສົມບູນ ເຜີຍແຜ່ແນະນຳ ການນຳໃຊ້ ລະບົບຄຸ້ມຄອງການເກັບລາຍຮັບຄ່າທຳນຽມທາງ ແບບເອເລັກໂຕຣນິກ ໃນວັນທີ 29 ພຶດສະພາ 2023 ໂດຍພະແນກການເງິນແຂວງໄຊສົມບູນ ຮ່ວມກັບສ່ວຍສາອາກອນປະຈຳ, ໄດ້ຈັດໃຫ້ພະນັກງານສ່ວຍສາອາກອນປະຈຳແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ເຈົ້າໜ້າທີ່ດັ່ງກ່າວ ສາມາດຄຸ້ມຄອງ, ຕິດຕາມ ແລະ ສັງລວມລາຍລະອຽດຍານພາຫະນະໃນຂອບເຂດທົ່ວປະເທດ, ພ້ອມທັງຕ້ານການຮົ່ວໄຫລຂອງງົບປະມານແຫ່ງລັດ.
ທ່ານ ຫົງຄຳ ພົມວິລາດ ຫົວໜ້າສ່ວຍສາອາກອນປະຈຳແຂວງໄຊສົມບູນ ໄດ້ກ່າວວ່າ: ການເກັບລາຍຮັບ ຄ່າທຳນຽມທາງ ແມ່ນມີຄວາມສຳຄັນຫລາຍ ຕໍ່ກັບການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ເຊິ່ງລັດຖະບານ ກໍຄືກະຊວງການເງິນໃຫ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ ເພື່ອໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ ສາມາດຄຸ້ມຄອງ, ຕິດຕາມ ແລະ ສັງລວມລາຍລະອຽດຍານພາຫະນະໃນຂອບເຂດທົ່ວປະເທດ,ພ້ອມທັງຕ້ານການຮົ່ວໄຫລ ຂອງງົບປະມານແຫ່ງລັດ.

ປັດຈຸບັນກະຊວງການເງິນ ກໍຄືກົມສ່ວຍສາອາກອນ ສາມາດເຊື່ອມຕໍ່ກັບຖານຂໍ້ມູນຍານພາຫະນະ ຂອງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ໃນຂອບເຂດທົ່ວປະເທດ ກັບລະບົບ TaxRIS ໃນການຊໍາລະຄ່າທຳນຽມທາງ, ເຊິ່ງສາມາດຊໍາລະໄດ້ທີ່ສ່ວຍສາອາກອນປະຈໍາ ແຂວງ, ເມືອງ ແລະ ຜ່ານລະບົບທະນາຄານ 4 ທະນາຄານທຸລະກິດເຊັ່ນ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວຈຳກັດ, ທະນາຄານຮ່ວມພັດທະນາ, ທະນາຄານສົ່ງເສີມກະສິກຳຈຳກັດ, ເພື່ອໃຫ້ການຜັນຂະຫຍາຍລະບົບດັ່ງກ່າວ ໃຫ້ສຳເລັດຜົນ, ຈຶ່ງໄດ້ມີການຝຶກອົບຮົມການນຳໃຊ້ ເພື່ອໃຫ້ສາມາດເກັບລາຍຮັບຄ່າທຳນຽມທາງ ເຂົ້າລະບົບຢ່າງຖືກຕ້ອງ ແລະ ຄົບຖ້ວນ.
ພ້ອມທັງເອົາໃຈໃສ່ຕິດຕາມການຝຶກອົບຮົມການແນະນໍາ ການນໍາໃຊ້ລະບົບ, ຖ້າມີບັນຫາໃດໃຫ້ແລກປ່ຽນນໍາກັນ ເພື່ອໃຫ້ເປັນເອກະພາບໃນການຈັດຕັ້ງປະຕິບັດ.

ທ່ານ ຫົງຄຳ ພົມວິລາດ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດການນຳໃຊ້ລະບົບຄຸ້ມຄອງ ການເກັບລາຍຮັບຄ່າທຳນຽມທາງ ແບບເອເລັກໂຕຣນິກ, ສ້າງຂະບວນການເຜີຍແຜ່ແຈ້ງການຂອງຫ້ອງການກະຊວງການເງິນສະບັບເລກທີ 1049/ຫກ, ກົມສ່ວຍສາອາກອນສະບັບເລກທີ 2052/ກສອ ວ່າດ້ວຍການເສຍຄ່າທໍານຽມທາງ ປະຈໍາປີ 2023 ເພື່ອແນະນຳ ການນຳໃຊ້ລະບົບຫັນເປັນທັນສະໄໝ ແລະ ໃຫ້ໄດ້ຮັບຜົນດີ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.