ຄົງເຊໂດນ ຈັດງານທ່ອງທ່ຽວສຸດໂລແມນຕິກລ່ອງເຮືອແພຊົມທຳມະຊາດ

ປະເທດລາວ Pathedlao
ລ່ອງເຮືອແພທ່ອງທ່ຽວແບບທຳມະຊາດຊືນຊົມສອງຝັ່ງແມ່ນ້ຳຊື້ພືດຜັກທຳມະຊາດເມື່ອງຄົງເຊໂດນ.
ການທ່ອງທ່ຽວໃນຊ່ວງທີ່ຜ່ານມາຮູ້ສືກຫງຽບເຫງົາເນືອງຈາກບັນຫາການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການທ່ອງທ່ຽວໃນທົ່ວປະເທດກໍຄືທົ່ວທຸກມຸມໂລກ ແລະ ມາໃນຊ່ວງນີ້ການສັກຢາປ້ອງກັນພະຍາດດັ່ງກ່າວກໍຖືວ່າກວມຫລາຍແລ້ວ, ທາງລັດຖະບານກໍໄດ້ອະນຸມັດບາງເຂດການທ່ອງທ່ຽວໃຫ້ກັບຄືນມາພັດທະນາໃຫ້ຄືກຄື້ນຄືເກົ່າ, ສະນັ້ນ, ເມືອງຄົງເຊໂດນ ຈັດງານທ່ອງທ່ຽວລ່ອງເຮືອແພຊົມທຳມະຊາດສອງຝັ່ງນໍ້າເຊໂດນ ສູ່ສວນໝາກແຕງບ້ານຕານດ່ຽວຂື້ນ.
ໃນວັນທີ 5 ມັງກອນ ຜ່ານມາ, ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຈັດງານທ່ອງທ່ຽວລ່ອງເຮືອແພ ຊົມທຳມະຊາດສອງຝັ່ງນໍ້າເຊໂດນ ສູ່ສວນໝາກແຕງບ້ານຕານດ່ຽວ ໂດຍເລີ່ມຈາກຈຸດຂົວຂ້າມນໍ້າເຊໂດນ ບ້ານເມືອງເກົ່າ ຫາ ບ້ານຕານດ່ຽວ ໄລຍະທາງ 5 ກິໂລແມັດ ໂດຍມີ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ມີພາກສ່ວນກ່ຽວຂ້ອງຈາກເມືອງອ້ອມຂ້າງ ແລະ ພໍ່ແມ່ປະຊົນພາຍໃນເມືອງຄົງເຊໂດນ ເຂົ້າຮ່ວມ.

ທ່ານ ສະໄໝ ໂພທິສານ ເຈົ້າເມືອງຄົງເຊໂດນ ໄດ້ໃຫ້ຮູ້ວ່າ:
ການຈັດງານລ່ອງເຮືອຊົມທຳມະຊາດສອງຝັ່ງແມ່ນໍ້າເຊໂດນ ສູ່ສວນໝາກແຕງບ້ານຕານດ່ຽວ ໃນຄັ້ງນີ້, ເປັນການອະນຸລັກ ຮັກສາເອກະລັກ ແລະ ປົກປັກຮັກສາມູນເຊື້ອການທຳມາຫາກິນ ຂອງປະຊາຊົນເມືອງຄົງເຊໂດນ ໂດຍສະເພາະແມ່ນການປູກໝາກແຕງ ຂອງປະຊາຊົນບ້ານຕານດ່ຽວ, ທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ເພື່ອຮັບແໜ້ນຄວາມສາມັກຄີລະຫວ່າງ ອົງການປົກຄອງ ກັບປະຊາຊົນເມືອງຄົງເຊໂດນ ກໍຄື ອົງການປົກຄອງແຂວງ ແລະ ບັນດາເມືອງໃຫ້ແໜ້ນແຟ້ນຂຶ້ນ.

ໄລຍະທາງການລ່ອງເຮືອ ແມ່ນໄດ້ສໍາພັດກັບບັນຍາກາດທໍາມະຊາດ, ການວາງຂາຍພືດຜັກຜົນລະປູກຢູ່ຈຸດບ້ານຫ້ວຍເຊົາ ແລະ ສວນປູກພືດຜັກຂອງປະຊາຊົນເຊັ່ນ: ສວນໝາກແຕງ, ໝາກຖົ່ວ, ສາລີ ແລະ ພືດຜັກອື່ນໆ ລຽບຕາມແມ່ນໍ້າເຊໂດນ.
ອີກດ້ານໜຶ່ງກໍເປັນການພັດທະນາການທ່ອງທ່ຽວພ້ອມໆກັບການກະຕຸ້ນເສດຖະກິດ ເຮັດໃຫ້ປະຊາຊົນສອງຝັງແມ່ນ້ຳໄດ້ມີສ່ວນຮ່ວມໃນການນຳສິນຄ້າຜົນລະໄມ້ແນວປູກມາຂາຍເພື່ອເປັນການຫາລາຍໄດ້ເພີ່ມຕື່ມອີກ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: